ປະທານາທິບໍດີສະຫະລັດທ່ານບາຣັກ ໂອບາມາ ມີກຳນົດຈະຖະ
ແຫຼງໃຫ້ຊາບ ໃນວັນພຸດມື້ນີ້ ກ່ຽວກັບລາຍລະອຽດ ຂອງການປະ
ຕິບັດງານທາງທະຫານເພື່ອໂຈມຕີກຸ່ມຫົວຮຸນແຮງ ລັດອິສລາມ.
ປະທານນາທິບໍດີ ຈະພົບປະກັບ ນາຍພົນ Lloyd Austin ຜູ້ບັນ
ຊາການກຳລັງສະຫະລັດໃນເຂດພາກຕາເວັນອອກກາງ ອາຟຣິກາ
ເໜືອແລະເອເຊຍກາງ ຫຼື CENTCOM ເພື່ອປຶກສາຫາລື ກ່ຽວກັບ
ຄວາມພະຍາຍາມທີ່ພວມດຳເນີນຢູ່ ໃນການສ້າງຕັ້ງແນວໂຮມນາໆ
ຊາດ ເພື່ອໃຫ້ບັນລຸຈຸດປະສົງຂອງທ່ານ ໃນການທີ່ຈະສ້າງຄວາມ
ເສຍຫາຍແລະທຳລາຍ ກຸ່ມຫົວຮຸນແຮງອິສລາມ ທີ່ໄດ້ຍຶດເອົາຫຼາຍໆ
ເຂດໃນອີຣັກແລະຊີເຣຍ.
ລັດຖະມົນຕີປ້ອງກັນປະເທດ ທ່ານ Chuck Hagel ກໍຈະເຂົ້າຮ່ວມ ໃນກອງປະຊຸມນີ້
ເຊັ່ນກັນ ນຶ່ງມື້ຫຼັງຈາກ ທີ່ທ່ານໄດ້ແຈ້ງໃຫ້ຄະນະກຳມະການຂອງລັດຖະສະພາຊາບວ່າ “ຄວາມພະຍາຍາມນີ້ແມ່ນສະລັບສັບຊ້ອນ” ແລະມັນກໍຈະໃຊ້ເວລາ. ທ່ານຍັງໄດ້ເນັ້ນ
ໃຫ້ເຫັນເຖິງ ຄວາມຈຳເປັນ ທີ່ຈະຕ້ອງມີພາຄີທີ່ເຂັ້ມແຂງແບບມີຄຸນນະພາບ.
ທ່ານນາຍພົນ Martin Dempsey ປະທານເສນາທິການຮ່ວມຂອງກອງທັບສະຫະລັດ ໄດ້ບອກຄະນະກຳມະການດຽວກັນນີ້ວ່າ ຖ້າຫາກວ່າ ທ່ານຄິດວ່າ ທີ່ປຶກສາທາງທະຫານ ສະຫະລັດໃນອີຣັກ ຈຳເປັນຕ້ອງໄດ້ຕິດຕາມກຳລັງອີຣັກໄປສູ້ລົບນັ້ນ ທ່ານກໍຈະຮ້ອງຂໍໃຫ້
ທ່ານໂອບາມາອະນຸມັດ.
ປະທານນາທິບໍດີ ໄດ້ກ່າວຍ້ຳ ຊ້ຳແລ້ວຊ້ຳອີກວ່າ ທ່ານຈະບໍ່ສົ່ງກຳລັງສູ້ລົບກັບຄືນໄປຍັງ
ອີຣັກອີກ.