ໃນພິທີທີ່ຈັດຂຶ້ນຢູ່ທຳນຽບຂາວ ໃນມື້ວັນຈັນວານນີ້ ປະທາ
ນາທິບໍດີສະຫະລັດ ທ່ານບາຣັກ ໂອບາມາໄດ້ມອບຫຼຽນໄຊ
ກຽດຕິຍົດ ໃຫ້ແກ່ອະດີດ ຈ່າຕີ ທະຫານບົກ ຜູ້ທີ່ໄດ້ຕໍ່ສູ້ກັບ
ພວກນັກລົບກຸ່ມ Taliban ທ່າມກາງການສູ້ລົບ ຢ່າງນອງ
ເລືອດ ຢູ່ ອັຟການິສຖານ ເມື່ອ 6 ປີທີ່ຜ່ານມາ.
ທ້າວ Ryan Pitts ໄດ້ສືບຕໍ່ສູ້ລົບກັບພວກ Taliban ປະມານ
200 ຄົນ ແລະ ໄດ້ຊ່ວຍແນະນຳໃນການໂຈມຕີທາງອາກາດ
ເພື່ອຂັບໄລ່ ການບຸກໂຈມຕີຂອງພວກ Taliban ເມື່ອວັນທີ
13 ກໍລະກົດ 2008 ທີ່ເມືອງ Wanat ຂອງອັຟການິສຖານ.
ໃນຂະນະທີ່ຕໍ່ສູ້ກັນຢູ່ນັ້ນ ທ້າວ Pitts ໄດ້ສູນເສຍເລືອດຢ່າງ
ຫລວງຫຼາຍຈາກບາດແຜຫຼາຍໆບ່ອນຢູ່ຂາ ແລະແຂນທັງສອງຂ້າງຂອງລາວ.
ທ່ານ ໂອບາມາ ກ່າວວ່າ ທ້າວ Pitts ເປັນຕົວຢ່າງ “ຄວາມຖ່ອມຕົນ ແລະ ຄວາມສັດຊື່”
ຂອງຊາວອາເມຣິກັນທັງຊາຍແລະຍິງ ຜູ້ທີ່ໄດ້ໃສ່ຊຸດເຄື່ອງແບບທະຫານ.
ທະຫານຄົນນີ້ ໄວ 28 ປີ ໄດ້ກ່າວວ່າ ກຽດຕິຍົດນີ້ ແມ່ນເປັນຂອງພວກເພື່ອນທະຫານຊາຍແລະຍິງ ທີ່ໄດ້ຕໍ່ສູ້ຄຽງບ່າຄຽງໄຫຼ່ກັບລາວ.
ທ້າວ Pitts ແມ່ນເປັນຜູ້ທີ 9 ທີ່ໄດ້ເປັນຜູ້ຮັບຫລຽນໄຊທີ່ສູງສຸດຂອງປະເທດ ສຳຫລັບການ
ສູ້ລົບອັນກ້າຫານຊານໄຊ ໃນສົງຄາມ ອີຣັກ ແລະ ອັຟການິສຖານ.