ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Obama ຮ້ອງ​ຂໍ ​ໃຫ້ ສະມາຊິກ ສະພາສູງ 2 ທ່ານ ເດີນທາງ​ໄປ​ ອີ​ຈິບ (ວີດີໂອ/ສະໄລດ໌)


​ທ່ານ McCain (ກາງ) ແລະ ທ່ານ Graham ​ສະມາຊິກ​ໃນ​ຄະນະ​ກໍາມະ​ການວ່າ​ດ້ວຍ​ກອງທັບຂອງ​ສະພາ​ສູງ​ສະຫະລັດ.
​ທ່ານ McCain (ກາງ) ແລະ ທ່ານ Graham ​ສະມາຊິກ​ໃນ​ຄະນະ​ກໍາມະ​ການວ່າ​ດ້ວຍ​ກອງທັບຂອງ​ສະພາ​ສູງ​ສະຫະລັດ.
ສະມາຊິກ​ອາວຸ​ໂສຂອງສະພາສູງ​ສະຫະລັດ 2 ທ່ານ ກ່າວ​ວ່າ ​
ປະທານາທິບໍດີ Barack Obama ​ໄດ້​ຮ້ອງ​ຂໍ​ໃຫ້ພວກ​ທ່ານ​ ​
ເດີນທາງ​ໄປ​ຍັງອີ​ຈິບ ​ໃນ​ອາທິດ​ໜ້າ​ນີ້ ​ໃນ​ຂະນະ​ທີ່​ ປະ​ເທດ
ດັ່ງກ່າວ​ກໍາລັງ​ຕໍ່ສູ້​ກັບວິກິດ​ການ​ທາງ​ການ​ເມືອງ​ຢູ່ນັ້ນ.

ສະມາຊິກ​ສະພາສູງ Lindsey Graham ​ໄດ້​ກ່າວ​ໃນ​ວັນ​ອັງຄານ
ວານ​ນີ້ວ່າ ທ່ານ​ແລະ​ເພື່ອນສະມາຊິກສະ​ພາສູງຈາກພັກຣິພັບບລິກັນ ທ່ານ John McCain
ຫວັງ​ວ່າ​ຈະ​ເດີນທາງ​ໄປ​ຍັງ​ອີ​ຈິບ ​ເມື່ອໃດ​ທີ່ມີ​ການວາງ​ແຜນການ​ຕ່າງໆ​ສໍາລັບການເດີນທາງ​
ຂອງ​ພວກ​ທ່ານ ສໍາ​ເລັດແລ້ວ.

ທັງ​ທ່ານ Graham ​ແລະ​ທ່ານ McCain ​ເປັນ​ສະມາຊິກ​ໃນ​ຄະນະ​ກໍາມະ​ການວ່າ​ດ້ວຍ​
ກອງທັບ ຂອງ​ສະພາ​ສູງ​ສະຫະລັດ.


ວິກິດ​ການ​ທາງ​ການ​ເມືອງ​ໃນ​ອີ​ຈິບ ​ໄດ້​ເຮັດ​ໃຫ້​ມີການ​ຕັ້ງຫຼາຍໆ​ຄໍາ​ຖາມຂຶ້ນ​ມາ​ກ່ຽວ​ກັບ​
ການ​ສືບ​ຕໍ່ການຊ່ວຍ​ເຫຼືອທາງ​ດ້ານ​ທະຫານ​ແລະ​ການ​ເສດຖະກິດ ມູນ​ຄ່າ 1,500 ລ້ານ​ ໂດ​ລ່າ
​ໃນ​ແຕ່ລະ​ປີ ​ທີ່​ທາງ​ສະຫະລັດ​ມອບ​ໃຫ້​ອີ​ຈິບ​ນັ້ນ ​ໃນ​ອາທິດ​ແລ້ວ​ນີ້ ລັດຖະບານ ທ່ານ Obama
ກ່າວວ່າ ຕົນຈະບໍ່ປະກາດວ່າການໂຄ່ນລົ້ມປະທານາທິບໍດີ Mohamed Morsi ໂດຍກອງທັບ​
ອີ​ຈິ​ບ​ນັ້ນ ​ວ່າ​ເປັນການ​ກໍ່​ລັດຖະປະຫານ ຊຶ່ງ​ເປັນ​ການ​ອໍານວຍໃຫ້​ສະຫະລັດ​ສືບ​ຕໍ່​ໃຫ້ການ​ຊ່ວຍ
​ເຫຼືອ​ດັ່ງກ່າວ​ໄດ້.

ມີເກືອບ 200 ຄົນຖືກສັງຫານໃນການກໍ່ຄວາມຮຸນແຮງໃນອີຈິບ ​ຫຼັງຈາກທີ່ໄດ້ມີການໂຄ່ນລົ້ມ
ທ່ານ Morsi ອອກ​ຈາກ​ອໍານາດ​ໃນ​ວັນ​ທີ 3 ກໍລະກົດ​ຜ່ານ​ມານີ້ ຊຶ່ງ​ຫຼາຍໆຄົນ ​ໃນຈໍານວນ
ພວກໄດ້ຮັບ​ເຄາະ​ ແມ່ນ​ພວກ​ທີ່​ສະໜັບສະ​ໜູນ​ທ່ານ Morsi.
Egytian Peace Elusive as Muslim Brotherhood Insists on Morsi's Return
please wait

No media source currently available

0:00 0:02:14 0:00
ລິງໂດຍກົງ
XS
SM
MD
LG