ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີ ໂອບາມາ ອອກເດີນທາງໄປ ເຂດເອເຊຍ-ປາຊິຟິກ (ເບິ່ງວີດີໂອ)


ທ່ານບາຣັກ ໂອບາມາ ປະທານາທິບໍດີສະຫະລັດ ທີ່ອອກເດີນທາງຈາກວໍຊິງຕັນໃນມື້ນີ້ ໄປຍັງຂົງເຂດ ເອເຊຍ-ປາຊິຟິກ ເປັນເວລາ 9 ວັນ
ທ່ານບາຣັກ ໂອບາມາ ປະທານາທິບໍດີສະຫະລັດ ທີ່ອອກເດີນທາງຈາກວໍຊິງຕັນໃນມື້ນີ້ ໄປຍັງຂົງເຂດ ເອເຊຍ-ປາຊິຟິກ ເປັນເວລາ 9 ວັນ

ທ່ານ​ບາຣັກ ​ໂອ​ບາ​ມາ ປະທານາທິບໍດີ​ສະຫະລັດ ຈະອອກ​ເດີນທາງຈາກ​ວໍ​ຊິງ​ຕັນ ໃນວັນ
ສຸກມື້​ນີ້ ໄປ​ຍັງ​ຂົງ​ເຂດ​ເອ​ເຊຍ-ປາຊິ​ຟິກ ເປັນ​ເວລາ​9 ວັນ ​ທີ່​ເພັ່ງ​ເລັງ​ໃສ່​ການ​ເສີມ​ຂະຫຍາຍ
​ສາຍ​ພົວພັນ​ຂອງ​ວໍ​ຊິງ​ຕັນ​ກັບ​ຂົງ​ເຂດ​ທີ່​ກໍາລັງເຕີບ​ໂຕຂຶ້ນ​ມາມີ​ອໍານາດ​ທາງ​ເສດຖະກິດນັ້ນ​.

ທ່ານ​ໂອ​ບາ​ມາ ຈະ​ໃຊ້​ເວລາໃນ​ຊ່ວງ​ທໍາ​ອິດ​ຂອງ​ການ​ເດີນທາງ​ຄັ້ງ​ນີ້ ​ເປັນ​ເຈົ້າພາບ​ກອງ​ປະ
ຊຸມ​ສະພາ​ຮ່ວມ​ມືເສດຖະກິດ​ແຫ່ງ​ຂົງ​ເຂດ​ເອ​ເຊ​ຍ-ປາຊີຟິກ ທີ່​ນະຄອນໂຮ​ໂນ​ລູລູ ​ລັດ​ຮາວ​າຍ
ບ້ານ​ເກີດ​ເມືອງ​ນອນ​ຂອງ​ທ່ານ.

ຢູ່ໃນ​ລາຍການ​ປະຊຸມ​ຂອງທ່ານ​ປະທານາທິບໍດີ ກໍ​ຄື​ການ​ປຶກ​ສາ​ຫາລື​ກ່ຽວກັບເຂດການ
​ຄ້າເສລີໃນທົ່ວ​ພາກ​ພື້ນ​ປາຊິ​ຟິກ ທີ່​ໂຮມ​ທັງ​ສະຫະລັດ​ແລະ​ອີກ 8 ປະ​ເທດ ​ອັນ​ມີ ອອສ-
​ເຕຣ​ເລຍ ບລູ​ໄນ ຊີ​ເລ ມາ​ເລ​ເຊຍ ນີວຊີ​ແລນ ​ເປ​ຣູ ສິງ​ຄະ​ໂປ ​ແລະ​ຫວຽດນາມ. ຍີ່ປຸ່ນ
ກໍ​ອາດ​ເຂົ້າມາ​ຮ່ວມ​ໃນ​ການ​ເຈລະຈາ​ນີ້ ​ເຊ່ນ​ກັນ ຊຶ່ງ​ຈະ​ເປັນ​ການ​ເພິ່ມໂອກາດໃນ​ການດຶງ
ດູດເອົາອໍານາດອື່ນໆ​ທາງ​ເສດຖະກິດ​ໃນ​ຂົງເຂດ ​ເຊັ່ນ​ຈີນ ​ເຂົ້າ​ມາ​ຮ່ວມ​ນໍາ​.

ຈາກ​ຮາ​ວາຍ ທ່ານ​ໂອ​ບາ​ມາຈະຢຸດ​ແວ່​ເປັນ​ເວລາ​ສັ້ນໆ​ທີ່​ອອສ​ເຕຣເລຍ​ແລ້ວຫລັງ​ຈາກ​ນັ້ນ
ຈະ​ເດີນທາງ​ໃນ​ໄປ​ຍັງ​ອິນ​ໂອ​ເນ​ເຊຍ ບ່ອນ​ທີ່​ທ່ານ​ໄດ້​ໃຊ້​ຊີວິດ​ໃນ​ຕອນເປັນ​ໜຸ່ມນ້ອຍ​ນັ້ນ.
ໃນ​ລະຫວ່າງ​ການ​ຢ້ຽມຢາມ​ຂອງ​ທ່ານ​ທີ່​ອິນ​ໂດ​ເນ​ເຊຍ​ນັ້ນ ທ່ານ​ຈະ​ເປັນປະທານາທິບໍດີ
ສະຫະລັດ​ຄົນ​ທໍາ​ອິດ​ທີ່​ຈະ​ເຂົ້າຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ເອ​ເຊຍ​ຕາ​ເວັນ​ອອກ ຫລື East
Asia Summit ທີ່​ຈະ​ຈັດ​ຂຶ້ນທີ່​ເກາະ​ບາ​ຫລີ.

ພວກ​ນັກ​ສັງ​ເກດ​ການ​ກ່າວ​ວ່າ ນອກ​ນີ້​ແລ້ວ ​ປະທານາທິບໍດີສະຫະລັດຍັງ​ຈະ​ຖື​ໂອກາດ​ການ​
ໄປ​ຢ້ຽມຢາມ​ຂົງ​ເຂດ​ເອ​ເຊຍ-ປາຊິ​ຟິກຄັ້ງ​ນີ້ ໃຫ້ການ​ຄໍ້າປະກັນ​ແກ່​ບັນດາພັນທະ​ມິດ​ຄືນ​ໃໝ່
ວ່າ​ສະຫະລັດ​ຕັ້ງ​ໃຈ​ທີ່​ສືບ​ຕໍ່ເອົາ​ບົດບາດ​ສໍາຄັນ ​ຢູ່​ໃນ​ຂົງ​ເຂດ ​ແລະ​ປະຕິບັດ​ໂຕ​ເປັນ​ນໍ້າໜັກ
ຖ່ວງ​ດຶງການ​ໂຜ່​ໂຕຂຶ້ນມາ​ ມີ​ອິດ​ທິພົນ​ຫລາຍ​ຂຶ້ນ​ນັບ​ມື້​ຂອງ​ຈີນນັ້ນ​.

ເບິ່ງວີດີໂອ ລາຍງານກ່ຽວກັບກອງປະຊຸມເອເພັກທີ່ໂຮໂນລູລູ:

XS
SM
MD
LG