ເມື່ອວັນທີ 17 ທັນວາປີ 2010 ຜ່ານມາ ນາຍ Mohamed Bouaziz ຄົນຂາຍເຄື່ອງ
ແຄມທາງທີ່ປະເທດ Tunisia ໄດ້ເອົາໄຟຈູດເຜົາໂຕເອງເພື່ອເປັນການປະທ້ວງຕໍ່ນະໂຍ
ບາຍຂອງລັດຖະບານ ແລະໄດ້ເສຍຊີວິດໃນເວລາຕໍ່ມາ ຊຶ່ງກາຍເປັນຕົວເລັ່ງໃຫ້ເກີດປະຕິ
ກິລິຍາໃນທາງທີ່ບໍ່ຄາດຄິດທີ່ໄດ້ນໍາໄປສູ່ການປະຕິວັດໃນຕູນີເຊຍ ແລະການລຸກຮືຂຶ້ນຂອງ
ຊາວອາຣັບທີ່ເອີ້ນກັນວ່າ ລະດູບານໃໝ່ຂອງອາຣັບນັ້ນ.
ພາຍໃນໄລຍະບໍ່ເທົ່າໃດເດືອນ ການປະທ້ວງກໍໄດ້ລະເບີດຂຶ້ນ ຢູ່ທີ່ປະເທດອີຈິບ ເຢເມນ
ບາຫ໌ເຣນແລະຊີເຣຍ. ປະທານາທິບໍດີອີຈິບໄດ້ຖືກຂັບໄລ່ອອກຈາກອຳນາດ.
ແລະມາຮອດທ້າຍປີ ຈອມຜະເດັດການຂອງລີເບຍ ມວມມາ ກາດດາຟີກໍໄດ້ຖືກຂ້າຕາຍ.
ສະຫະລັດແລະອົງການເນໂຕ້ໄດ້ໃຫ້ການສະໜັບສະໜຸນທາງອາກາດເພື່ອປົກປ້ອງຄຸ້ມຄອງ
ພົນລະເຮືອນຈາກການບຸກໂຈມຕີຂອງກຳລັງລັດຖະບານໃນລີເບຍ.
ແຕ່ການລຸກຮືຂຶ້ນໃນລະດູບານໃໝ່ຂອງຊາວອາຣັບແມ່ນຍາກທີ່ຈະທຳນາຍໄດ້. ຜູ້ນຳຫຼາຍ
ຄົນ ທັງທີ່ເປັນມິດແລະບໍ່ເປັນມິດກັບສະຫະລັດໄດ້ຖືກໂຄ່ນລົ້ມ ແລະມາຈົນເຖິງເດືອນພຶດ
ສະພາທ່ານໂອບາມາຈຶ່ງໄດ້ເອົາທ່າທີແບບໜັກແໜ້ນຂອງສະຫະລັດເຂົ້າຂ້າງຊາວອາຣັບທີ່
ທຳການປະທ້ວງ.
ທ່ານໂອບາມາເວົ້າວ່າ “ພວກເຮົາສະໜັບສະໜຸນການປະຕິຮູບທາງດ້ານການເມືອງ
ແລະເສດຖະກິດ ໃນພາກຕາເວັນອອກກາງ ແລະອາຟຣິກາເໜືອ ທີ່ສາມາດສະ
ໜອງຕອບຕໍ່ຄວາມໄຝ່ຝັນ ຢ່າງຖືກຕ້ອງຊອບທຳ ຂອງປະຊາຊົນທຳມະດາສາມັນ
ຢູ່ໃນທົ່ວພູມີພາກ. ການສະໜັບສະໜຸນຂອງພວກເຮົາຕໍ່ຫຼັກການເຫຼົ່ານີ້ບໍ່ແມ່ນຜົນ
ປະໂຫຍດອັນດັບສອງ.”
ການໃຫ້ຄວາມສະໜັບສະໜຸນ
ຂອງສະຫະລັດໃນທີ່ສຸດຕໍ່ການ
ລຸກຮືຂຶ້ນໃນລະດູບານໃໝ່ຂອງ
ຊາວອາຣັບ ແມ່ນໄດ້ພາໃຫ້ມີ
ການຕຳໜິຕິຕຽນວ່າ ລັດຖະ
ບານສະຫະລັດ ບໍ່ໄດ້ໃຫ້ການ
ສະໜັບສະໜຸນຢ່າງພຽງພໍ ຕໍ່
ພວກປະທ້ວງຊາວອີຣ່ານໃນ
ປີ 2009. ແຕ່ທ່ານ Walter
Russell Mead ສາດສະດາ
ຈານສອນວິຊາກິດຈະການຕ່າງ
ປະເທດພາສາແລະວັນນະຄະດີ
ທີ່ວິທະຍາໄລ Bard ກ່າວວ່າ
ບັນດາປະທານາທິບໍດີຂອງສະ
ຫະລັດມັກຈະປະເຊີນກັບການ
ຕັດສິນໃຈທີ່ຍຸ່ງຍາກ ເວລາໃດ
ມີການປະຕິວັດກ່ຽວຂ້ອງນຳ.
ສາດສະດາຈານ Mead ເວົ້າວ່າ “ຂ້າພະເຈົ້າຄິດວ່າ ຄວາມຄິດທີ່ວ່າປະທານາທິບໍດີ
ສະຫະລັດບໍ່ວ່າມາຈາກພັກໃດກໍຕາມ ຈະສາມາດຄາດຄະເນໄດ້ ເລີ່ມແຕ່ມື້ທຳອິດ
ກ່ຽວກັບແຜນແມ່ບົດ ເພື່ອຮັບມືກັບການຫັນປ່ຽນ ຈາກການປະຕິວັດ ຢູ່ໃນຫົກປະ
ເທດທີ່ມີຄວາມສຳຄັນທາງດ້ານຍຸດທະສາດນັ້ນທ່ານຄົງຮູ້ດີເວລາທ່ານເວົ້າແບບນີ້
ທ່ານກໍຈະສໍານຶກໄດ້ວ່າມັນເປັນສິ່ງທີ່ບໍ່ສາມາດເຮັດໄດ້.”
ເບິ່ງລາຍງານພາສາອັງກິດ:
ທ່ານໂອບາມາໄດ້ອີງນະໂຍບາຍຂອງສະຫະລັດຕາມຫຼັກການແກນກາງທີ່ສຳຄັນເຊັ່ນຄັດຄ້ານ
ຕໍ່ການໃຊ້ຄວາມຮຸນແຮງ ສົ່ງເສີມສິດທິມະນຸດສາກົນແລະສິດທິຂອງປະຊາຊົນໃນການເລືອກ
ເອົາຜູ້ນຳຂອງພວກເຂົາເຈົ້າ.
ການປະຕິບັດດັ່ງກ່າວຂອງທ່ານໂອບາມາ ຖືກຕ້ອງຫຼືບໍ່? ທ່ານ Kurt Werthmuller ນັກ
ຄົ້ນຄວ້າທີ່ສູນກາງອິດສະຫຼະພາບທາງດ້ານສາສະໜາຂອງສະຖາບັນ Hudson ກ່າວວ່າຖືກ
ຕ້ອງທີ່ສຸດ.
ທ່ານ Werthmuller ເວົ້າວ່າ “ຂ້າພະເຈົ້າຄິດວ່າ ພວກເຮົາຈຳເປັນຕ້ອງພິຈາລະນາ
ເລື່ອງເຫລົ່ານັ້ນທັງໝົດມັນມີຄວາມກ່ຽວພັນກັນມັນມີແຮງກະຕຸກຊຸກຍູ້ຈາກບ່ອນນຶ່ງ
ໄປຫາອີກບ່ອນນຶ່ງ ແຕ່ວ່າຢູ່ໃນແຕ່ລະເຂດຂອງໂລກອາຣັບນັ້ນ ມັນມີລັກສະນະທີ່
ແຕກຕ່າງກັນ.”
ສ່ວນທ່ານ Sam Tadros ນັກຄົ້ນຄ້ວາອີກທ່ານນຶ່ງ ຈາກສະຖາບັນ Hudson ກ່າວວ່າ
ເຖິງແມ່ນທ່ານໂອບາມາໄດ້ດຳເນີນການຢ່າງຖືກຕ້ອງ ທີ່ບໍ່ໄດ້ເອົາທ່າທີນຶ່ງດຽວແບບກວມ
ລວມກໍຕາມ ແຕ່ເຫດການຕ່າງໆທີ່ໄດ້ມີການປ່ຽນແປງຢ່າງວ່ອງໄວນັ້ນ ບາງຄັ້ງກໍເປັນສິ່ງ
ຂັບດັນນະໂຍບາຍຂອງລັດຖະບານ.
ທ່ານ Tadros ເວົ້າວ່າ “ການຕອບຮັບ ຂອງລັດຖະບານສະຫະລັດຕໍ່ການລຸກຮືຂຶ້ນ
ໃນລະດູບານໃໝ່ຂອງຊາວອາຣັບນັ້ນ ສ່ວນໃຫຍ່ແລ້ວແມ່ນໄດ້ສະທ້ອນເຖິງຄວາມ
ສົນໃຈ ທີ່ບໍ່ຢາກປະປ່ອຍໃຫ້ເຫດການສຳຄັນທາງປະວັດສາດ ຜ່ານໄປໂດຍບໍ່ໄດ້
ມີສ່ວນຮ່ວມໃນເຫດການທີ່ໄດ້ເກີດຂຶ້ນ ຫລືກະໂດດເຂົ້າໄປຮ່ວມໂດຍທັນທີນໍາສິ່ງ
ທີ່ເກີດຂຶ້ນ ແລະດັ່ງນັ້ນໃນຫຼາຍໆກໍລະນີ ຄວາມລະມັດລະວັງໃນຂັ້ນຕົ້ນ ທີ່ຄວນມີ
ນັ້ນ ກໍບໍ່ໄດ້ຮັບຄວາມສົນໃຈ ແລະການເຄື່ອນໄຫວຢູ່ຕາມຖະໜົນຫົນທາງໄດ້ກາຍ
ມາເປັນໂຕຂັບດັນການຕອບຮັບ ແທນທີ່ຈະແມ່ນນະໂຍບາຍອັນຈະແຈ້ງ ທີ່ໄດ້ຕັ້ງ
ໃຈໄວ້.”
ທ່ານ Tadros ແລະພວກນັກຊ່ຽວຊານກ່ຽວກັບພູມີພາກຄົນອື່ນໆກ່າວເຕືອນວ່າ ເຫດການ
ຢູ່ໃນພາກຕາເວັນອອກກາງ ແມ່ນສ່ວນນຶ່ງຂອງການຫັນປ່ຽນໃນໄລຍະຍາວຊຶ່ງມີຄວາມສ່ຽງ
ຕ່າງໆ ຮວມທັງຄວາມເປັນໄປໄດ້ໃນການມີອຳນາດເພີ່ມຂຶ້ນຂອງກຸ່ມສາສະໜາອິສລາມນິຍົມ
ແນວທາງເດີມຢູ່ໃນອີຈິບ ແລະຄວາມເປັນໄປໄດ້ໃນການເກີດສົງຄາມກາງເມືອງຢູ່ໃນຊີເຣຍ.
ພວກທ່ານເວົ້າວ່າ ຂັ້ນຕອນການຫັນປ່ຽນທີ່ວ່ານີ້ ຈະດຳເນີນໄປເປັນເວລາຫຼາຍສິບປີແລະຍັງ
ຈະສືບຕໍ່ເປັນບັນຫາທ້າທາຍສຳລັບປະທານາທິບໍດີຂອງສະຫະລັດອີກຫລາຍໆຄົນຢູ່.
ເບິ່ງວີດີໂອລາຍງານທີ່ກ່ຽວຂ້ອງກັນ: