ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ປະກາດສົ່ງນັກໂທດ 15 ຄົນ ຈາກຄຸກທະຫານ Guantanamo


ຕາເວັນກຳລັງຂຶ້ນຢູ່ຄຸກກັກຂັງ ທີ່ອ່າວ Guantanamo ຖານທັບ ເຮືອສະຫະລັດ ໃນປະເທດຄິວບາ.
ຕາເວັນກຳລັງຂຶ້ນຢູ່ຄຸກກັກຂັງ ທີ່ອ່າວ Guantanamo ຖານທັບ ເຮືອສະຫະລັດ ໃນປະເທດຄິວບາ.

ນັກ​ໂທດ​ສິບ​ຫ້າຄົນ​ຈາກ​ຄຸກ​ທະຫານ​ສະຫະລັດ ທີ່ອ່າວ Guantanamo ​ໃນປ​ະ​ເທດ​ຄິວ​ບາ ​ໄດ້​ຖື​ກສົ່ງ ​ໄປ​ປະ​ເທດສະຫະລັດ​ອາ​ຣັບ Emirates ອັນ​ເປັນ​ການ​ສົ່ງ​ນັກ​ໂທດ​ໃນ​ຈຳ ນວນ​ຫຼາຍ​ທີ່​ສຸດ ​ໃນ​ສະ​ໄໝ​ການ​ປົກຄອງ​ຂອງ​ລັດຖະບານ​ປະ ທານ​າທິບໍດີ Obama.

ການ​ສົ່ງນັກ​ໂທດ​ສັນຊາດ​ເຢ​ເມນ 12 ຄົນ ​ແລະອັຟກາ​ນິສຖານສາມ​ຄົນ ມີຂຶ້ນ​ທ່າມກາງ ການທົບ​ທວນຄືນ ​ເພື່ອຊຸກຍູ້​ເຮັດ​ໃຫ້​ຫລຸດ​ຈຳນວນພວກ​ນັກ​ໂທດ​ຢູ່ຄຸກ Guantanomo.

ທຳນຽບຫ້າ​ແຈ​ກ່າວ​ວ່າ ຍັງ​ມີ​ນັກ​ໂທດ 61 ຄົນທີ່ຍັງ​ຕົກ​ຄ້າງ​ຢູ່​ຄຸກທະຫານ ທີ່​ອ່າວ Quantanamo.

ປະທານ​າທິບໍດີ Barack Obama ກຳລັງ​ປະ​ເຊີນ​ໜ້າ​ກັບ​ເສັ້ນ​ຕາຍ​ໃນ​ການ​ປິດ​ຄຸກດັ່ງ ກ່າວ ກ່ອນ​ທີ່​ທ່ານ​ຈະອອກ​ຈາກ​ຕຳ​ແໜ່​ງ ດັ່ງ​ທີ່ທ່ານ​ໄດ້​ໃຫ້​ຄຳໝັ້ນ​ສັນຍາໄວ້ ວ່າ​ຈະ​ປະຕິ ບັດ​ເວລາ​ທ່ານ​ໄດ້​ຖືກເລືອກເຂົ້າຮັບ​ຕຳ​ແໜ່​ງເທື່ອ​ທຳ​ອິດ.

​ແຕ່​ວ່າ​ທ່ານ​ໄດ້​ປະ​ເຊີນ​ກັບ​ການ​ຄັດ​ຄ້ານ ​ຈາກ​ສະມາຊິກ​ສະພາ​ພັກຣີພັບ​ບລີ​ກັນ ຫລາ​ຍ ຄົນ ຕະຫລອດ​ທັງ​ບັນດາ​ສະມາຊິກ​ຂອງ​ພັກ​ເດ​ໂມ​ແຄຣັດ.

ທ່ານ​ນາງ Naureen Shah ຜູ້ອຳນວຍການ​ອົງການ​ນິລະ​ໂທດກຳ​ສາກົນ​ ຢູ່ ສະຫະລັດ ​ຮັບຜິດຊອບ​ດ້ານ​ຄວາມ​ໝັ້ນຄົງ ​ແລະ​ສິດທິ​ມະນຸດ ກ່າວ​ວ່າ ການຍັງ​ເປີດຄຸກ Quantanamo ໄວ້​ນັ້ນ ​ເຮັດ​ໃຫ້​ບັນດາລັດຖະບານ​ຕ່າງປະ​ເທດ ພາກັນ​ບໍ່​ຫົວຊາ​ກັບ​ເລື້ອງ​ສິດທິ​ມະນຸດ​ສາກົນ.

ທ່ານ​ນາງ​ກ່າວ​ວ່າ “ມັນ​ເຮັດ​ໃຫ້​ທ່າ​ທີ​ຂອງ​ລັດຖະບານ​ສະຫະລັດ​ອ່ອນແອ​ລົງ ​ໃນ​ການ​ໂຕ້​ຖຽງ​ຕ້ານ​ການ​ທໍລ​ມານ ​ແລະ​ການ​ກັກ​ຂັງ​ທີ່​ບໍ່​ທີ່​ບໍ່​ມີ​ກຳນົດ."

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

US Guantanamo Release
please wait
Embed

No media source currently available

0:00 0:00:59 0:00

XS
SM
MD
LG