ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປ.ໂອບາມາ ຮຽກຮ້ອງ ໃຫ້ສະພາ ຕໍ່ອາຍຸ ປະກັນໄພ ຄົນຫວ່າງງານ (ວີດີໂອ)


ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ທີ່ທຳນຽບຂາວ
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ທີ່ທຳນຽບຂາວ
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ຮຽກຮ້ອງໃຫ້
ລັດຖະສະພາ ຟື້ນຟູໃນອັນທີ່ທ່ານເອີ້ນວ່າ ເສັ້ນຊີວິດ ທີ່ສຳຄັນ
ດ້ານເສດຖະກິດ ໃຫ້ແກ່ຊາວອາເມຣິກັນຫຼາຍກວ່າ 1 ລ້ານຄົນ
ຄືເປັນການຕໍ່ອາຍຸປະກັນໄພຄົນຫວ່າງງານສຸກເສີນນັ້ນ.

ທ່ານໂອບາມາໄດ້ຕິຕຽນສະມາຊິກຂອງພັກຣີພັບບລີກັນຢູ່ໃນສະ
ພາ ທີ່ໄດ້ພາກັນໄປພັກ ໂດຍບໍ່ໄດ້ຕໍ່ອາຍຸ ການຮັບຜົນປະໂຫຍດ
ປະກັນໄພຄົນຫວ່າງງານໃຫ້ແກ່ເຂດເລືອກຕັ້ງເຂົາເຈົ້າ.

ທ່ານໂອບາມາເວົ້າວ່າ ທ່ານຈະລົງນາມໃນການຕໍ່ອາຍຸການຮັບ
ປະກັນໄພຄົນຫວ່າງງານເປັນເວລາ 3 ເດືອນຖ້າສະພາຫາກໃຫ້
ການຮັບຮອງເອົາ.

ທ່ານໂອບາມາ ກ່າວໃນຄຳປາໄສ ປະຈຳສັບປະດາຂອງທ່ານ ໃນວັນເສົາມື້ນີ້ວ່າ ການປະ
ຕິເສດບໍ່ໃຫ້ປະຊາຊົນມີຄວາມໝັ້ນຄົງດ້ານການເງິນເພື່ອຊອກຫາວຽກເຮັດງານທຳ ແລະ
ຮຽນຮູ້ຄວາມສາມາດໃນດ້ານໃໝ່ນັ້ນ ແມ່ນໂຫດຮ້າຍ. ທ່ານເວົ້າວ່າ ການຍຸຕິການໃຫ້ຜົນ
ປະໂຫຍດ ໃນການຮັບປະກັນໄພ ຄົນຫວ່າງງານ ທີ່ຈິງແລ້ວ ເຮັດໃຫ້ການຟື້ນໂຕຄືນຂອງ
ເສດຖະກິດຊ້າລົງ ຊຶ່ງສ້າງວຽກເຮັດງານທຳໃໝ່ ທີ່ຜູ້ຄົນຕ້ອງການນັ້ນ.

ປະທານາທິບໍດີໂອບາມາ ເວົ້າວ່າ ພັກຣີພັບບລີກັນຄວນຖືເອົາເລື່ອງນີ້ ເປັນການຕັ້ງປະນິ
ທານສຳລັບວັນປີໃໝ່ ຂອງພວກເຂົາເຈົ້າ ທີ່ຈະເຮັດໃນສິ່ງຖືກຕ້ອງ ແລະຟື້ນຟູ ໃນອັນທີ່
ທ່ານເອີ້ນວ່າ ຄວາມໝັ້ນຄົງທາງດ້ານເສດຖະກິດທີ່ສຳຄັນ ໃນທັນທີ.

ໃນຄຳປາໄສ ປະຈຳສັບປະດາ ຂອງພັກຣີພັບບລີກັນ ໃນວັນເສົາມື້ນີ້ ສະມາຊິກສະພາຕໍ່າ
Gregg Harper ຈາກລັດ Mississippi ຮຽກຮ້ອງໃຫ້ສະພາສູງສະຫະລັດ ຮັບຜ່ານຮ່າງ
ກົດໝາຍການຄົ້ນຄວ້າ ສຳລັບພວກເດັກນ້ອຍ Gabriella Miller Act ຊຶ່ງຮ່າງກົດໝາຍ
ດັ່ງກ່າວໄດ້ຖືກຮັບຮອງເອົາໂດຍສະພາຕໍ່າ ໃນເດືອນແລ້ວນີ້ ເພື່ອຊອກຫາເງິນທຶນຕື່ມສຳ
ລັບການຄົ້ນຄວ້າພະຍາດ ຂອງພວກເດັກນ້ອຍ ທີ່ສະຖາບັນສຸຂະພາບແຫ່ງຊາດ ຂອງສະ
ຫະລັດ ຫຼື National Institute of Health.

XS
SM
MD
LG