ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ.ໂອບາມາ ຢາກໃຫ້ ພວກຊົ້ນຊັ້ນກາງ ຈະເລີນເຕີບໂຕ (ວີດີໂອ)


ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາກ່າວວ່າ ການ
ຈະເລີນງອກງາມຂອງຊົນຊັ້ນກາງ ແມ່ນກົງຈັກອັນແທ້ຈິງ ທີ່ຈະ ເຮັດໃຫ້ເສດຖະກິດອາເມຣິກາເຕີບໃຫຍ່ຂະຫຍາຍໂຕ.

ທ່ານໂອບາມາກ່າວໃນຄຳປາໄສປະຈຳສັບປະດາຂອງທ່ານໃນ
ວັນເສົາມື້ນີ້ວ່າ ບັນດາບໍລິສັດຜູ້ຜະລິດຂອງອາເມຣິກັນໄດ້ສ້າງ ວຽກເຮັດງານທຳເພີ້ມປະມານ 5 ແສນວຽກເຂົ້າໃສ່ເສດຖະກິດ
ຂອງປະເທດໃນຮອບສາມປີຜ່ານມານີ້. ປະທານາທິບໍດີເວົ້າວ່າ ຈຸດໝາຍຂອງທ່ານກໍຄືເລັ່ງລັດທ່າອຽງດັ່ງກ່າວໃຫ້ໄວຂຶ້ນ.

ປະທານາທິບໍດີໂອບາມາ ກ່າວວ່າ ຄວນມີການຝຶກອົບຮົມຊາວ
ອາເມຣິກັນທຸກໆຄົນ ໃຫ້ມີຄວາມຮູ້ຄວາມສາມາດ ແລະຝຶກຝົນ ໃຫ້ພວກເຂົາເຈົ້າເຂົ້າເຮັດວຽກການຕ່າງໆໄດ້.

ຜູ້ນຳຂອງສະຫະລັດ ໄດ້ຮຽກຮ້ອງໃຫ້ຂຶ້ນເງິນຄ່າຈ້າງຂັ້ນຕໍ່າສຸດ ຍ້ອນທ່ານເວົ້າວ່າ ບໍ່ມີຜູ້
ໃດ ຢູ່ໃນສະຫະລັດອາເມຣິກາ ຄວນເຮັດວຽກເຕັມເວລາ ແລະລ້ຽງດູ ພວກລູກເຕົ້າຂອງ ເຂົາເຈົ້າດ້ວຍຄວາມທຸກຍາກ.



ນອກນັ້ນປະທານາທິບໍດີໂອບາມາຍັງເວົ້າວ່າ ຈຳເປັນຕ້ອງໄດ້ມີການດຳເນີນງານເພີ້ມຕື່ມ ເພື່ອຫລຸດການຂາດດຸນງົບປະມານລົງ. ທ່ານໄດ້ຮຽກຮ້ອງໃຫ້ສະມາຊິກລັດຖະສະພາໃຊ້ ວິທີການແບບພື້ນໆເພື່ອຫາທາງກຳຈັດຊ່ອງຫວ່າງໃນການເສຍພາສີ ແລະການຫຼຸດຜ່ອນ ຕໍ່ການເສຍພາສີຕ່າງໆລົງ ສຳລັບພວກທີ່ຮັ່ງມີແລະພວກທີ່ມີເສັ້ນມີສາຍ.

ສະມາຊິກສະພາຕໍ່າ Martha Roby ຈາກລັດ Alabama ກ່າວໃນຄຳປາໄສຕອບ ຂອງ ພັກຣີພັບບລີກັນປະຈຳສັບປະດາວ່າ ລັດຖະສະພາຕ້ອງໄດ້ປົກປ້ອງກອງທັບ ຈາກການ ຕັດງົບປະມານລົງຢ່າງຫລວງຫລາຍ ໂດຍຫາທາງຫລີກລ່ຽງບໍ່ໃຫ້ມີການຕັດການໃຊ້ຈ່າຍ ຢ່າງອັດຕະໂນມັດເກີດຂຶ້ນຊຶ່ງກຳນົດຈະມີຜົນບັງຄັບໃຊ້ໃນວັນທີ 1 ມີນານີ້. ທ່ານນາງເວົ້າ ວ່າ ປະທານາທິບໍດີແລະພັກເດໂມແຄຣັດ ຕ້ອງການຢາກສວຍໃຊ້ ການຕັດການໃຊ້ຈ່າຍ ຢ່າງອັດຕະໂນມັດທີ່ວ່ານີ້ ເພື່ອຂຶ້ນພາສີ.

ກ່ຽວຂ້ອງກັນ

XS
SM
MD
LG