ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ກ່າວວ່າ ພວມມີການເອົາມາດຕະການເພື່ອກະຕຸກຊຸກຍູ້ໃຫ້ມີການແຂ່ງຂັນ ໃນອຸດສາຫະກຳສາຍການບິນ.
ໃນຄຳປາໄສປະຈຳສັບປະດາ ໃນວັນເສົາມື້ນີ້ ປະທານາທິບໍດີ ໂອບາມາ ໄດ້ເນັ້ນຢ້ຳເຖິງການເອົາບາດກ້າວຕ່າງໆຂອງລັດຖະບານທ່ານ ເພື່ອກະຕຸກຊຸກຍູ້ໃຫ້ມີການແຂ່ງຂັນໃນອຸດສາຫະກຳສາຍການບິນ ເພື່ອປົກປ້ອງຜູ້ບໍລິໂພກ ແລະໃຫ້ຂໍ້ມູນຕ່າງໆທີ່ເຂົາເຈົ້າຕ້ອງ ການ ໃນການເຮັດການຕັດສິນໃຈ ທີ່ຖືກຕ້ອງ ຫຼັງຈາກທີ່ປະທານາທິບໍດີ ໄດ້ຮຽກຮ້ອງໃຫ້ ມີຂຶ້ນໃນເດືອນເມສາປີນີ້. ເພື່ອສືບສານຕໍ່ໃນຄວາມກ້າວໜ້າທີ່ໄດ້ເຮັດມາ ການເອົາບາດ ກ້າວໃນອາທິດນີ້ ແມ່ນຮວມທັງຂໍ້ສະເໜີ ທີ່ບັງຄັບໃຫ້ສາຍການບິນຕ່າງໆ ສົ່ງເງິນຄ່າທຳ ນຽມຄືນ ເມື່ອຫີບເດີນທາງມີການຊັກຊ້າ ບັງຄັບໃຫ້ສາຍການບິນລາຍງານໃຫ້ຊາບກ່ຽວ ກັບຄວາມເປັນໄປໄດ້ທີ່ວ່າ ຫີບຂອງທ່ານ ອາດໄດ້ສູນເສຍແລ້ວ ສະໜອງການຄຸ້ມຄອງແກ່ພວກຜູ້ໂດຍສານທີ່ເສຍອົງຄະ ແລະບັງຄັບໃຫ້ມີຄວາມໂປ່ງໃສ ແລະຍຸຕິທຳເພີ້ມຂຶ້ນ ສຳລັບການຂາຍປີ້ທາງອິນເຕີແນັດ.
ປະທານາທິບໍດີໂອບາມາ ກ່າວຢ້ຳວ່າ ບາດກ້າວເຫລົ່ານີ້ ແມ່ນຕົວຢ່າງອີກອັນນຶ່ງ ທີ່ວ່າລັດຖະບານສາມາດບັງຄັບໃຫ້ມີການຄ້ຳປະກັນທີ່ດີຂຶ້ນ ເພື່ອໃຫ້ຊາວອາເມຣິກັນທຸກໆ ຄົນໄດ້ຮັບສ່ວນແບ່ງຈາກເສດຖະກິດຂອງພວກເຮົາ ແລະມີປາກມີສຽງໃນການສົນທະ ນາຫາລື. ນັ້ນແມ່ນການເຄື່ອນໄຫວ ໃນການເອົາບາດກ້າວທັງໃຫຍ່ແລະນ້ອຍເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງຊາວອາເມຣິກັນທຸກໆຄົນດີຂຶ້ນ.
Obama Address: Taking Action to Spur Competition in the Airline
Weekly Address: Taking Action to Spur Competition in the Airline Industry and Give Consumers the Information They Need
In this week's address, President Obama highlighted the actions his administration is taking to spur competition in the airline industry, protect consumers and arm them with the information they need to make informed decisions, following the President's call to action in April. Building on the progress we've made so far, this week's actions include a proposed requirement for airlines to reimburse luggage fees when bags are delayed; requiring airlines to report on the probability that your luggage could be lost; providing protections for travelers with disabilities; and requiring additional transparency and fairness in online ticket platforms. The President highlighted these steps as another example of how government can be a force for goodensuring that everyday Americans get a fair shake in our economy and have a voice in the conversation. That's what these actions are abouttaking steps, big and small, to better the lives of everyday Americans.