ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ໂອບາມາ ຮຽກຮ້ອງ ໃຫ້ຮັບໃຊ້ ຄອບຄົວ ຂອງທະຫານ ໃນໂອກາດ ວັນຊາດ ທີ 4 ກໍລະກົດນີ້


ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ

ໃນ​ຄຳ​ປາ​ໄສ​ປະຈຳ​ສັບປະດາ​ ໃນ​ວັນ​ເສົາ​ມື້ນີ້ ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ​ ອວຍພອນ​ໃຫ້​ທຸກໆ​ຄົນ ​ຈົ່ງ​ມີ​ຄວາມ​ມ່ວນ​ຊື່ນ​ເບີກບານ ​ໃນ​ໂອກາດການສະ​ເຫລີ​ມສະຫຼອງ ວັນ​ທີ 4 ກໍລະກົດ ​ແລະ​ຮັບ​ຮູ້ ບັນດາ​ສະມາຊິກ​ຂອງ​ກອງທັບ ພວກ​ນັກ​ລົບ​ເກົ່າ ​ແລະ​ຄອບຄົວ​ຂອງ​ພວກ​ເຂົາ​ເຈົ້າ ທີ່​ໄດ້​ຮັບ​ໃຊ້​ປະ​ເທດ​ຊາດ​ບ້ານ​ເມືອງ.

ປະທານາທິບໍດີ​ໂອ​ບາ​ມາ ​ໄດ້ກ່າວສັນລະ​ເສີນ ​ສະຕີ​ໝາຍ​ເລກ​ນຶ່ງ ທ່ານ​ນາງ Michelle Obama​ ແລະ​ສະຕີ​ໝາຍ​ເລກ​ສອງ Dr. Jill Biden ກ່ຽວ​ກັບ​ບົດບາດ ທີ່​ສຳຄັນ​ຂອງ​ພວກ​ທ່ານ​ນາງ​ໃນ​ການ​ດຳ​ເນີນ​ຂໍ້​ລິ​ເລີ້ມຮ່ວມ​ກັນ.

​ໃນ​ສັບປະດາ​ນີ້ ສະຕີ​ໝາຍ​ເລກ​ນຶ່ງ​ແລະ​ Dr. Jill Biden ​ໄດ້ປະກາດ​ວ່າ ໝົດ ທັງ 50 ລັດ​ໄດ້​ດຳ​ເນີນ​ການ ​ເພື່ອ​ອຳນວຍ​ຄວາມ​ສະດວກ ​ໃຫ້​ແກ່​ພວກ​ທີ່​ເປັນ​ສາມີພັນ​ລະ​ຍາ​ຂອງ​ທະຫານ ທີ່​ຖືກ​ຍ້າຍ​ຈາກ​ລັດ​ນຶ່ງ ​ໄປ​ອີກ​ລັດ​ນຶ່ງ ຢູ່​ເປັນ​ປະຈຳ​ນັ້ນ​ ແລະ​ຈຳ​ເປັນ​ຕ້ອງ​ໄດ້​ຮັບ​ການ​ຢັ້ງຢືນ​ໃໝ່ ​ກ່ຽວ​ກັບ​ວຽກ​ການ ​ທີ່​ພວກ​ເຂົາ​ເຈົ້າມີ​ຄຸນ​ນະສົມບັດ​ຢູ່​ແລ້ວນັ້ນ.

​ເຖິງ​ແມ່ນ​ຍັງ​ມີ​ວຽກ​ການ​ທີ່​ຕ້ອງ​ໄດ້​ດຳ​ເນີນ​ຕື່ມ​ອີກ​ກໍ​ຈິງ ​ໃນ​ທຸກ​ມື້ນີ້ ພວກ​ທີ່​ເປັນສາມີ​ແລະ​ພັນ​ລະ​ຍາ​ຂອງ​ພວກ​ທະຫານບໍ່​ຕ້ອງ​ກັງວົນ​ໃຈ​ອີກ​ຕໍ່​ໄປກ່ຽວກັບ​ການໂຈະ​ອາຊີບ​ວຽກ​ງານ​ຂອງ​ພວກ​ເຂົາ​ເຈົ້າຍ້ອນ​ຄົນ​ຮັກ​ຂອງ​ພວກ​ເຂົາ​ເຈົ້າ​ໄດ້​ເລືອກ​ເອົາ​ການ​ຮັບ​ໃຊ້​ປະ​ເທດຊາດ.

ນັ້ນຄື​ຂໍ້​ລິ​ເລີ້ມດັ່ງກ່າວຮັບ​ໃຊ້ທະຫານ​ຂອງ​ພວກ​ເຮົາດັ່ງ​ດຽວ​ກັນ​ກັບ​ທີ່​ພວກ​ເຂົາ​ເຈົ້າ​ໄດ້​ຮັບ​ໃຊ້​ພວກ​ເຮົາ.

​ໃນ​ວັນ​ພັກ​ທ້າຍ​ສັບປະດາ​ນີ້​ ຂໍ​ໃຫ້​ພວກ​ເຮົາ​ຈົ່ງ​ເຂົ້າ​ໄປ​ເບິ່ງ​ເວັບ​ໄຊ JoiningForces.gov ​ເພື່ອ​ສຶກສາ​ເບິ່ງ​ວ່າ ພວກ​ທ່ານ​ສາມາດ​ຮັບ​ໃຊ້​ສະມາຊິກກອງທັບ ພວກ​ນັກ​ລົບ​ເກົ່າ​ ແລະ​ຄອບ​ຄົວ​ທະຫານ​ ໄດ້​ແບບ​ໃດແດ່ ​ຢູ່​ໃນ​ປະຊາ​ຄົມຂອງ​ພວກ​ທ່ານ.

Weekly Address: Serving our Military Families This Fourth of July

WASHINGTON, DC — In this week's address, President Obama wished everyone a happy Fourth of July, and recognized our service members, veterans and their families for their service to our country. The President commended First Lady Michelle Obama and Second Lady Dr. Jill Biden on the most recent milestone of their Joining Forces initiative. This week, the First Lady and Dr. Biden announced that all fifty states have acted to streamline professional licensing for military spouses, who often move across state lines and need to re-certify for a job they are already qualified for. Although more work needs to be done, today, many military spouses no longer have to worry about putting their career on hold just because their loved ones have chosen to serve this country. That's what this initiative is all aboutserving our troops as well as they have served us. This holiday weekend, visit JoiningForces.gov to find out how you can serve service members, veterans and military families in your community.

XS
SM
MD
LG