ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ນິວຢອກໄທມ໌ ກ່າວວ່າ ປ. ທຣຳ ຮຽນຮູ້ກ່ຽວກັບ ການແຊງແຊກ ຂອງຣັດເຊຍ ຕໍ່ການເລືອກຕັ້ງ ສຫລ ປີ 2016


ລາຍງານຂອງໜັງສືພິມນິວຢອກໄທມ໌ (New York Times) ທີ່ອອກໃນວັນພຸດວານນີ້ ເຜີຍໃຫ້ເຫັນເຖິງຂອບເຂດ ຂອງຂ່າວກອງ ຫຼືຂ່າວສືບລັບ ທີ່ປະທານາທິບໍດີສະຫະ ລັດ ທ່ານດໍໂນລ ທຣຳ ໄດ້ຮັບ ກ່ຽວກັບບົດບາດໂດຍກົງ ຂອງປະທານາທິບໍດີຣັດເຊຍ ທ່ານ
ວລາດິເມຍ ປູຕິນ ໃນການແຊກແຊງເຂົ້າໃນການເລືອກຕັ້ງ ປະທານາທິບໍດີສະຫະລັດ
ເມື່ອ ປີ 2016.

ລາຍງານດັ່ງກ່າວ ໄດ້ເຜີຍໃຫ້ເຫັນ ການພະຍາຍາມ ທີ່ມີມາຢ່າງບໍ່ປ່ຽນແປງ ຂອງປະທາ
ນາທິບໍດີ ທຣຳ ທີ່ຈະຫັນເຫຈຸດສົນໃຈອອກໄປບົດບາດຂອງມົສກູໃນໄຊຊະນະຂອງທ່ານ ຕໍ່ທ່ານນາງຮິລລາຣີ ຄລິນຕັນ ຊຶ່ງຮວມທັງ ລາຍງານຂອງການເວົ້າກັບໄປກັບມາຂອງທ່ານ ໃນຕອນທຳອິດທີ່ກ່າວກົງກັນຂ້າມ ແຕ່ຕໍ່ມາກໍຍອມຮັບເອົາການພົບເຫັນຂອງປະຊາຄົມສືບ
ລັບ ນັບຕັ້ງແຕ່ການພົບປະກັນກັບທ່ານປູຕິນ ໃນນະຄອນຮິລຊິງກີ ໃນວັນຈັນຜ່ານມານີ້.

ທ່ານ ເຈມສ໌ ໂຄມີ ຈາກຊ້າຍ, ທ່ານເຈມສ໌ ແຄລັບເປີ ຊຶ່ງຕອນນັ້ນ ແມ່ນຜູ້ອຳນວຍການ ອົງການສືບລັບແຫ່ງຊາດ ຜູ້ອຳນວຍການອົງການສືບລັບ CIA ທ່ານຈອນ ເບຣັນນັນ ທີ່ນັ່ງໃຫ້ການສອບປາກຄຳ, 25 ກຸມພາ 2016.
ທ່ານ ເຈມສ໌ ໂຄມີ ຈາກຊ້າຍ, ທ່ານເຈມສ໌ ແຄລັບເປີ ຊຶ່ງຕອນນັ້ນ ແມ່ນຜູ້ອຳນວຍການ ອົງການສືບລັບແຫ່ງຊາດ ຜູ້ອຳນວຍການອົງການສືບລັບ CIA ທ່ານຈອນ ເບຣັນນັນ ທີ່ນັ່ງໃຫ້ການສອບປາກຄຳ, 25 ກຸມພາ 2016.

​ໜັງສືພິມ New York Times ກ່າວວ່າ ທ່ານທຣຳ ໄດ້ຮຽນຮູ້ກ່ຽວກັບການເຂົ້າແຊກ
ແຊງຂອງຣັດເຊຍ ເປັນເທື່ອທຳອິດ ໃນວັນທີ 6 ມັງກອນ ປີ 2017 ຊຶ່ງແມ່ນເວລາ 2
ສັບປະດາ ກ່ອນທ່ານສາບານໂຕເຂົ້າຮັບຕຳແໜ່ງ ໃນຂະນະທີ່ພົບປະກັນ ຢູ່ນະຄອນ
ນິວຢອກ ທີ່ຕຶກທຣຳທາວເວີ ກັບຜູ້ອຳນວຍການ ອົງການສືບລັບ CIA ໃນເວລານັ້ນ
ທ່ານຈອນ ເບຣັນນັນ, ທ່ານເຈມສ໌ ແຄລັບເປີ ຊຶ່ງຕອນນັ້ນ ແມ່ນຜູ້ອຳນວຍການອົງ ການສືບລັບແຫ່ງຊາດ, ທ່ານເຈມສ໌ ໂຄມີ ຊຶ່ງຕອນນັ້ນ ແມ່ນຜູ້ອຳນວຍການອົງການ
ສັນຕິບານກາງສະຫະລັດ ແລະພົນຕີໄມຄ໌ ຣໍເຈີຣ໌ສ ຊຶ່ງຕອນນັ້ນ ກໍແມ່ນຜູ້ອຳນວຍ
​ການອົງການຄວາມປອດໄພແຫ່ງຊາດ.

ເຈົ້າໜ້າທີ່ຂັ້ນສູງໄດ້ສະແດງຂໍ້ມູນລັບສຸດຍອດຕໍ່ທ່ານທຣຳ ຊຶ່ງຍັງເປັນປະທານາທິ
ບໍດີ ໄດ້ຮັບເລືອກໃໝ່ ທີ່ວ່າ ທ່ານປູຕິນ ແມ່ນໄດ້ເປັນຜູ້ສັ່ງການໂດຍກົງ ໃຫ້ເຈາະຂໍ້
ມູນ ແລະປຸກລະດົມບິດເບືອນຂ່າວ ຮວມທັງການສົ່ງຂໍ້ຄວາມແລະອີແມລ ຈາກເຈົ້າ
ໜ້າທີ່ທະຫານຣັດເຊຍ ແລະຂໍ້ມູນຈາກແຫຼ່ງຂ່າວສືບລັບລະດັບສູງ ທີ່ໃຫ້ຊິດກັບທ່ານ
ປູຕິນ.

ຫຼັກຖານຕ່າງໆ ແມ່ນຮວມມີ ພວກອີແມລທີ່ຖືກລັກຂະໂມຍໄປຈາກຄະນະກຳມະ ການແຫ່ງຊາດພັກເດໂມແຄຣັດ ທີ່ເປັນກະແຈສຳຄັນ ໃນການຫັນປ່ຽນພວກທີ່ມີ
ສິດລົງຄະ ແນນໄປຈາກທ່ານນາງຄລິນຕັນ.

ແຕ່ຫຼັງຈາກກອງປະຊຸມດັ່ງກ່າວແລ້ວ ທ່ານທຣຳ ໄດ້ອອກລາຍງານສະບັບນຶ່ງທີ່ໄດ້
ກ່າວຕຳໜິຕິຕຽນປະເທດຕ່າງໆ ຮວມທັງ “ຣັດເຊຍ ຈີນ ແລະປະເທດອື່ນໆ ກຸ່ມແລະ
ພວກປະເທດພາຍນອກອື່ນໆ.”

ປະທານາທິບໍດີ ແມ່ນບໍ່ໄດ້ໃຫ້ຄວາມສຳຄັນ ກ່ຽວກັບການສືບສວນ ໃນໂຈມຕີທາງ ໄຊເບີຂອງຣັດເຊຍ ໂດຍຖືວ່າ ເປັນການຂີ້ຕົວະຂອງພັກເດໂມແຄຣັດ ແລະ “ການ
ຊອກຫາຈັບຜິດ” ທີ່ແນໃສ່ເພື່ອບ່ອນທຳລາຍຕຳແໜ່ງປະທານາທິບໍດີຂອງທ່ານ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG