ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຈົ້າໜ້າທີ່ ກ່າວວ່າ ມືປືນ ທີ່ຍິງຕຳຫຼວດ ຢູ່ນິວຢອກ ເປັນໂຣກຈິດ


ທ້າວ Ismayyil Brinsley ມີປະວັດຄວາມຮຸນແຮງ ແລະເປັນໂຣກຈິດ.
ທ້າວ Ismayyil Brinsley ມີປະວັດຄວາມຮຸນແຮງ ແລະເປັນໂຣກຈິດ.

ມື​ປືນ​ ທີ່ຍິງເຈົ້າ​ໜ້າ​ທີ່​ຕໍາຫລວດ ນິວ​ຢອກ ຕາຍ​ສອງຄົນນັ້ນ ມີ
​ປະຫວັດ​ຄວາມ​ຮຸນ​ແຮງ​ມາ​ກ່ອນ ​ແລະ​ເປັນໂຣກ​ຈິດ ​ອິງ​ຕາມ​
ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຕຳຫລວດ.

ທ້າວ Ismayyil Brinsley ​ອາຍຸ 28 ປີ ໄດ້​ຍິງ ​ແລະ​ສັງຫານ
​ເຈົ້າ​ໜ້າທີ່​ຕຳ ຫລວດ Wenjian Liu ​ແລະ​ Rafael Ramos
​ໃນ​ຂະນະ​ທີ່​ເຂົາ​ເຈົ້າ​ນັ່ງ​ຢູ່​ໃນ​ລົດ​ລາດຕ​ະ​ເວນ ​ເມື່ອ​ວັນ​ເສົາທີ່
ຜ່ານມາ ​ຢູ່​ທີ່​ເມືອງ Brooklyn​. ຫລັງ​ຈາກ​ນັ້ນ​ລາວ​ໄດ້​ຍິງໂຕ
​ເອງຕາຍ.

New York Mayor Urges Protest Halt in Wake of Police Deaths
please wait

No media source currently available

0:00 0:02:22 0:00

ກ່ອນ​ຈະລົງມືຍິງນັ້ນ ທ້າວ​ Brinsley ​ໄດ້​ຂຽນ​ຂໍ້ຄວາມຕໍ່ຕ້ານຕຳຫລວດ ​ແລະ​ຕໍ່ຕ້ານລັດ ຖະບານ ລົງ​ໃນຕາໜ່າງສື່ສັງຄົມ Instagram ​ແລະ​ປະກາດ​ທີ່​ຈະ​ແກ້​ແຄ້ນ​ ຕໍ່​ການ​ຕາຍ​ຂອງທ້າວ Michael Brown ​ແລະ​ທ້າວ Eric Garner ຜູ້​ຊາຍ​ຜີວ​ດຳ ບໍ່​ຕິດ​ອາວຸດທີ່​ໄດ້ເສຍ​ຊີວິດຍ້ອນນ້ຳມື​ຂອງ​ພວກ​ເຈົ້າ​ໜ້າ​ທີ່​ຜີວ​ຂາວ.

ທ້າວ Brinsley ​ແມ່ນ​ຄົນ​ຜີວ​ດຳ. ພວກ​ເຈົ້າໜ້າ​ທີ່​ ທີ່​ລາວ​ສັງຫານ​ ແມ່ນຄົນ​ເອ​ເຊຍ ​ແລະ​
ສະ​ແປ​ນິສ.

​ເຈົ້າ​ຄອງ​ນະຄອນ​ນິວຢ​ອກ ທ່ານ Bill de Blasio ​ໄດ້​ບັນ​ລະ​ຍາຍ​ເຖິງ​ການ​ສັງ ຫານ​ວ່າ
​ເປັນ​ການ​ໂຈມຕີ​ຕໍ່ຕຳຫລວດ​ທັງ​ໝົດ. ​ເຈົ້າ​ຄອງ​ນະຄອນນິວຢອກຍັງ​ໄດ້​ຮຽກຮ້ອງ​ໃຫ້ໂຈະ​
ການ​ປະ​ທ້ວງ​ຈົນກວ່າ​ພິທີ​ສົ່ງສະການ ​ໃຫ້ແກ່​ເຈົ້າ​ໜ້າ​ທີ່​ຕຳຫຼວດ ​ສອງ​ຄົນ ຜ່ານພົ້ນ
ໄປແລ້ວ.

NYC POLICE SHOOTING VO
please wait

No media source currently available

0:00 0:01:05 0:00

XS
SM
MD
LG