ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໑ ເມສາ ໒໐໒໓

ກອງປະຊຸມສຸດຍອດນີວເຄລຍ ໄຂຂຶ້ນໃນວັນຈັນມື້ນີ້ ທີ່ກຸງໂຊລ


ປະທານທິບໍດີ Barack Obama ເຂົ້າຮ່ວມກອງປະຊຸມສຸດຍອດ ກ່ຽວກັບການຄວບຄຸມອາວຸດ ນີວເຄລຍ ທີ່ກູງໂຊລ, ວັນຈັນ ທີ 26, 2012.

ບັນດາ​ຜູ້​ນໍາ​ຈາກ 53 ປະ​ເທດ​ໄດ້​ເລີ້ມກອງ​ປະ​ຊຸມສຸດ​ຍອດ ​ເປັນ​ເວລາ​ສອງ​ມື້​ທີ່​ກູ​ງ​ໂຊ​ລ
ຊຶ່ງແນ​ເປົ້າ​ໝາຍ​ໃສ່​ການ​ເຮັດ​ໃຫ້​ແນ່​ໃຈ​ວ່າ ວັດຖຸ​ນິວ​ເຄລຍຈະ​ບໍ່​ມີ​ວັນຕົກ​ໄປ​ເຖິງ​ມື​ຂອງ
ພວກ​ກໍ່​ການ​ຮ້າຍ.

ເປົ້າ​ໝາຍ​ທີ່​ວ່າ​ນີ້​ແມ່ນ​ໄດ້​ເປັນ​ບັນຫາ​ທີ່​ຖື​ວ່າ​ສໍາຄັນ​ທີ່​ສຸດ ສໍາລັບ​ປະທານາທິບໍດີ​ສະຫະ
ລັດ ທ່ານ​ບາຣັກ ​ໂອ​ບາ​ມາ ທີ່​ໄດ້​ປະກາດ​ໃນ​ຕອນ​ທີ່​ເຂົ້າມາ​ຮັບ​ຕໍາ​ແໜ່​ງ​ໃໝ່ໆ​ແລ້ວ​ວ່າ
ທ່ານ​ຈະ​ນໍາພາ​ຄວາມ​ພະຍາຍາມ​ໃນທົ່ວ​ໂລກ ​ເພື່ອປ້ອງ​ກັນ​ແລະ​ຮັກສາ​ພວກ​ວັດຖຸ​ນິວ​
ເຄລຍທັງ​ໝົດທີ່​ອາດ​ສາມາດຖືກ​ຍາດ​ເອົາ​ໄປ​ໄດ້​ງ່າຍໆ​ນັ້ນໄວ້​ໃຫ້​ດີ​ທີ່​ສຸດ ຊຶ່ງ​ທ່ານ​ກໍ​ໄດ້​
ຊຸກຍູ້​ ​ໃຫ້​ມີ​ການ​ດໍາ​ເນີນ​ຄວາມ​ພະຍາຍາມ​ດັ່ງກ່າວ​ນີ້ ຢູ່​ໃນ​ກອງ​ປະຊຸມ​ສຸດ​ຍອດ​ນິວ
ເຄລຍຄັ້ງ​ທໍາ​ອິດ ທີ່​ທ່ານ​ເປັນ​ເຈົ້າພາບ​ຈັດ​ຂຶ້ນ​ຢູ່​ວໍ​ຊິງ​ຕັນ ​ເມື່ອສອງ​ປີ​ກ່ອນ​ນີ້.

ລຸນ​ຫລັງ​ການ​ຮັບ​ປະທານ​ອາຫານ​ຄໍ່າ​ແລະ​ເຮັດ​ວຽກ​ໄປ​ພ້ອມຂອງ​ບັນດາ​ຜູ້​ເຂົ້າ​ຮ່ວມ
ປະຊຸມ​ໃນ​ວັນ​ຈັນ​ມື້​ນີ້ ພວກເຈົ້າ​ໜ້າ​ທີ່​ຈັດ​ກອງ​ປະຊຸມເວົ້າ​ວ່າ ​ໄດ້​ມີ​ການ​ທໍາ​ຄວາມ​ກ້າວ
ໜ້າ​ບາງ​ຢ່າງ ນັບ​ແຕ່​ນັ້ນ​ມາ. ຄວາມ​ກ້າວໜ້າ​ຢ່າງ​ນຶ່ງ​ນັ້ນ ກໍ​ຄື​ວ່າ ທ່ານ​ໂອ​ບາ​ມາ​ໄດ້
ປະກາດ​ໃນ​ວັນ​ອາທິດ​ວານ​ນີ້​ວ່າ ປະ​ເທດ​ຢູ​ເຄຣນ​ໄດ້​ຍົກຍ້າຍທາດ​ຢູ​ເຣນຽມທີ່ ​ໄດ້​ຮັບ​
ການ​ປັບ​ເກຣດ​ໃຫ້​ສູງ​ຂຶ້ນ​ນັ້ນ ອອກ​ຈາກ​ດິນ​ຂອງ​ຕົນ​ໄປ​ໝົດ​ແລ້ວ ຊຶ່ງ​ເປັນ​ການ​ປະຕິ
ບັດ​ຕາມ​ຄໍາ​ໝັ້ນ​ສັນຍາ​ທີ່​ໄດ້​ໃຫ້​ໄວ້​ໃນ​ກອງ​ປະຊຸມ​ສຸດ​ຍອດ​ນິວ​ເຄລຍ ຄັ້ງ​ປີ 2010.

ປະ​ເທດ​ກາ​ຊັກ​ສະຖານ ຊຶ່ງ​ຄັ້ງ​ນຶ່ງ​ເຄີຍ​ເປັນ​ບ່ອນ​ເກັບສາງ​ອາວຸດ​ນິວ​ເຄລຍຂອງ​ອະດີດ​
ສະຫະພາບ​ໂຊ​ຫວຽດ​ໄວ້​ນັ້ນ ​ຊໍ້າພັດໄດ້ຂົນຂວາຍ​ເອົາ​ທາດຢູ​ເຣນຽມເກຣດສູງ​ ແລະ​
ທາດ​ພລູ​ໂຕ​ນຽມ ມາ​ໄດ້​ຫລາຍ​ກ່ວາ 13 ​ໂຕນ ​ໃນ​ໄລຍະ​ສອງ​ປີຜ່ານມາ​ນີ້ ​ໃນ​ຂະນະ
ທີ່ສະຫະລັດ​ກັບຣັດ​ເຊຍ​ໄດ້​ຕົກລົງ ທີ່​ຈະ​ທໍາລາຍ​ທາດ​ພລູ​ໂຕ​ນຽມ​ຂອງ​ຕົນ​ຖິ້ມໃນ​ປະລິ
ມານ​ທີ່​ພຽງພໍ​ສໍາ​ລັບ​ຜະລິດ​ລະ​ເບີດ​ນິວ​ເຄລຍ​ໄດ້​ຮອດ 17 ພັນ​ລູກ.

XS
SM
MD
LG