ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຕາເວັນອອກກາງ ຖືກສະເໜີ ເປັນເຂດປອດ ນິວເຄລຍ


ສະມາຊິກ 189 ປະເທດ ຂອງສົນທິສັນຍາ ຫ້າມແຜ່ຜາຍ ອາວຸດນິວເຄລຍ ຫຼື NPT ໄດ້ຕົກລົງກັນ ຮັບເອົາຂໍ້ສະເໜີ ສະບັບນຶ່ງ ທີ່ຮຽກຮ້ອງໃຫ້ ມີການສົນທະນາຫາລື ກ່ຽວກັບ ການສ້າງຕັ້ງ ໃຫ້ພາກຕາເວັນອອກກາງ ເປັນເຂດປອດ ນິວເຄລຍ.

ຂໍ້ສະເໜີດັ່ງກ່າວ ໄດ້ມີການຮັບຮອງເອົາ ຢ່າງເປັນເອກກະ ສັນໃນມື້ວັນສຸກວານນີ້ຊຶ່ງເປັນມື້ສຸດທ້າຍຂອງກອງປະຊຸມ ເພື່ອທົບທວນເບິ່ງ ສົນທິສັນຍາ ຫ້າມແຜ່ຜາຍ ອາວຸດນິວເຄລຍ ຢູ່ທີ່ສຳນັກງານໃຫຍ່ ອົງການສະຫະປະຊາຊາດ ໃນນະຄອນນິວຢອກ.

ຂໍ້ສະເໜີນີ້ ຮຽກຮ້ອງໃຫ້ ເປີດກອງປະຊຸມຂຶ້ນ ໃນປີ 2012 ທີ່ຈະພາໃຫ້ ພາກຕາເວັນອອກ ກາງເປັນເຂດປອດນິວເຄລຍ ອາວຸດເຄມີ ແລະ ອາວຸດເຊື້ອໂລກ.

ສົນທິສັນຍາ ຫ້າມແຜ່ຜາຍ ອາວຸດນິວເຄລຍ ມີຈຸດປະສົງ ທີ່ຈະສະກັດກັ້ນ ບໍ່ໃຫ້ມີການ ແຜ່ຜາຍ ອາວຸດນິວເຄລຍ. ອິສະຣາແອລ ຊຶ່ງບໍ່ໄດ້ລົງນາມ ໃນສົນທິສັນຍາ ສະບັບນີ້ ແມ່ນເປັນທີ່ເຊື່ອ ກັນຢ່າງກວ້າງຂວາງວ່າ ມີອາວຸດດັ່ງກ່າວ ຢູ່ໃນຄວາມຄອບຄອງ. ອິສະຣາແອລ ບໍ່ໄດ້ໃຫ້ການຢືນຢັນ ຫລືປະຕິເສດ ກ່ຽວກັບ ການມີວຸດນິວເຄລຍ.

ອີຣ່ານ ໄດ້ລົງນາມ ໃນສົນທິສັນຍາ ສະບັບນີ້ ແຕ່ສະຫະລັດ ແລະບັນດາ ປະເທດຕາເວັນ ຕົກ ໄດ້ກ່າວຫາອີຣ່ານວ່າ ພວມດຳເນີນງານ ເພື່ອຜະລິດ ອາວຸດນິວເຄລຍ ຊຶ່ງເປັນຂໍ້ຫາ ທີ່ເຕຫະຣ່ານ ໄດ້ປະຕິເສດ.

XS
SM
MD
LG