ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ບໍ່​ແມ່ນ ​ຊາວເຄັນຢາ ​​ໝົດທຸກ​ຄົນ ດີ​ໃຈ ກັບ​ທາງ​ລົດ​ໄຟ​ໃໝ່ ທີ່​ສ້າງ​ໂດຍ​ຈີນ


ທາງ​ລົດ​ໄຟ​ໃໝ່ ທີ່​ເນັ່ງ​ແຕ່​ເມືອງ​ທ່າ​ມອມ​ບາ​ຊາ ໄປ​ຫາ​ເມືອງ​ໄນ​ວາ​ສ​ຊາ ໃນ​ເຂດ​ຮ່ອມ​ພູ​​​ຣິບ​ທ໌ ​ຂອງ​ເຄັນ​ຢາ ໃຊ້​ທຶນ​ກໍ່​ສ້າງ​ທັງ​ໝົດ 4 ພັນ 500 ລ້ານ​ໂດ​ລາ. (M. Yusuf/VOA)
ທາງ​ລົດ​ໄຟ​ໃໝ່ ທີ່​ເນັ່ງ​ແຕ່​ເມືອງ​ທ່າ​ມອມ​ບາ​ຊາ ໄປ​ຫາ​ເມືອງ​ໄນ​ວາ​ສ​ຊາ ໃນ​ເຂດ​ຮ່ອມ​ພູ​​​ຣິບ​ທ໌ ​ຂອງ​ເຄັນ​ຢາ ໃຊ້​ທຶນ​ກໍ່​ສ້າງ​ທັງ​ໝົດ 4 ພັນ 500 ລ້ານ​ໂດ​ລາ. (M. Yusuf/VOA)

ໃນຂະນະທີ່ຊາວເຄັນຢາບາງຄົນພວມພາກັນສະເຫຼີມສະຫຼອງທາງລົດໄຟຂ້າມປະເທດ ໄລຍະທີສອງທີ່ສ້າງໂດຍຈີນ ແຕ່ອີກຈຳນວນນຶ່ງຊ້ຳພັດມີຄວາມໂກດແຄ້ນ ​ຍ້ອນຜົນກະ
ທົບໃນການສ້າງທາງລົດໄຟດັ່ງກ່າວທີ່ມີຕໍ່ດິນດອນແລະເຮືອນຊານຂອງພວກເຂົາເຈົ້າ. ໂມຮຳເໝັດ ຢູຊຸບ ມີລາຍງານ ກ່ຽວກັບເລື້ອງນີ້ ​ຊຶ່ງໄພ​ສານ ຈະນໍາເອົາລາຍລະອຽດມາ
ສະເໜີທ່ານໃນອັນດັບຕໍ່ໄປ.


ຕາມທາງລົດໄຟສາຍໃໝ່ ທີ່ຫາກໍເປີດເມື່ອໄວໆມານີ້ ທີ່ເມືອງອອນກາຕາ ຣອນກາຍ
ປະມານ 20 ກິໂລແມັດ ຫ່າງຈາກນະຄອນຫຼວງໄນໂຣບີ ມີຊ່ວງນຶ່ງ ຂອງເສັ້ນທາງ ທີ່
ສາມາດມອງເຫັນຮ່ອງຮອຍຂອງເຮືອນຊານທີ່ໄດ້ຖືກທຳລາຍໄປ​ນັ້ນ.

ມີການມ້າງເຮືອນຫຼາຍຮ້ອຍຫຼັງ ເພື່ອສ້າງທາງລົດໄຟສາຍນີ້ ຊຶ່ງໝາຍຄວາມວ່າ ເພື່ອ
ຫລຸດຜ່ອນການສັນຈອນໄປມາຂອງຜູ້ຄົນ ແລະສິນຄ້າ.

ນາງແມຣີ ອາບູໂຕ ອາຍຸ 50 ປີ ໄດ້ສູນເສຍທີ່ດິນຂອງລາວເຄິ່ງນຶ່ງໃຫ້ແກ່ທາງລົດໄຟ
ດັ່ງກ່າວ. ນາງແມຣີ ອາບູໂຕ ກ່າວວ່າ:

"ເມື່ອເຈົ້າມີເຮືອນຊານ ເຈົ້າໄດ້ປູກຕົ້ນໄມ້ຂອງເຈົ້າ ຈຳນວນນຶ່ງ ເວລານີ້ຕົ້ນໄມ້ ເຫຼົ່າ
ນັ້ນບໍ່ມີອີກແລ້ວ ເຈົ້າຕ້ອງໄດ້ເລີ້ມຕົ້ນໃໝ່ໝົດ. ມີແຕ່ທົ່ງທີ່ບໍ່ມີຫຍັງ ມີແຕ່ທົ່ງທີ່ຫວ່າງ
ເປົ່າ. ເຈົ້າຕ້ອງໄດ້ເລີ້ມຕົ້ນໃໝ່ ຄວາມຈິງແລ້ວ ມັນເບິ່ງຄືວ່າ ຂ້ອຍໄດ້ຢ້ອນຫຼັງກັບຄືນ
ໄປເກືອບ 15 ປີ. ມັນເປັນເລື້ອງທີ່ໜ້າໂສກເສົ້າ ແລະເປັນເລື້ອງທີ່ພາໃຫ້ທໍ້ແທ້ຫຼາຍ."

ໃນການໂອ້ລົມບໍ່ເທົ່າໃດກິໂລແມັດຫ່າງຈາກເຮືອນເກົ່າຂອງນາງແມຣີ ອາບູໂຕເມື່ອ
ວັນພຸດບໍ່ດົນຜ່ານມານີ້ ປະທານາທິບໍດີອູຮູຣູ ເຄັນຢັດຕາ ກ່າວຕໍ່ຊາວ ເຄັນຢາ ທີ່ຢູ່
ອາໄສໃນບໍລິເວນດັ່ງກ່າວວ່າ ທາງລົດໄຟຈະນຳເອົາການເຕີບໂຕທາງດ້ານເສດຖະ
ກິດ ມາສູ່ປະຊາຊົນໃນທ້ອງຖິ່ນ. ປະທານາທິບໍດີເຄັນຢັດຕາກ່າວວ່າ:

"ພວກເຮົາຮູ້ດີວ່າ ທາງລົດໄຟແມ່ນການພັດທະນາ ແລະພວກເຮົາຮູ້ດີວ່າໃນທຸກ ມື້ນີ້ ພວກເຮົາມາຮອດຈຸດໃດ ຍ້ອນທາງລົດໄຟ ແລ່ນຜ່ານ ເມືອງອອນກາຕາ ຣອນກາຍ ມັນຈະມີການພັດທະນາ ຢູ່ທີ່ນີ້ຄືກັນ."

ລັດຖະບານຂອງປະທານາທິບໍດີເຄັນຢັດຕາໄດ້ໃຊ້ຈ່າຍເງິນ 1 ພັນ 500 ລ້ານໂດລາ ເພື່ອສ້າງທາງລົດໄຟໄລຍະສອງແຕ່ນະຄອນຫຼວງໄນໂຣບີ ໄປຫາໄນວັສຊາ ຊຶ່ງເປັນ
ເມືອງທີ່ຕັ້ງຢູ່ໃນເຂດຮ່ອມພູຣິບທ໌.

ສ່ວນນຶ່ງຂອງເງິນຈຳນວນດັ່ງກ່າວແມ່ນເພື່ອໃຊ້ໃນການຈ່າຍ​ເງິນຊົດເຊີຍໃຫ້ແກ່ປະ
ຊາຊົນ ຊຶ່ງທີ່ດິນຂອງພວກເຂົາເຈົ້າໄດ້ຖືກເວນຄືນໃຫ້ລັດຖະບານ.

ນາງແມຣີ ອາບູໂຕ ທີ່ມີລູກ 4 ຄົນ ກ່າວວ່າ ເງິນທີ່ລັດຖະບານຈ່າຍໃຫ້ນາງ ນັ້ນ ແມ່ນ
ບໍ່ພຽງພໍ. ນາງແມຣີ ອາບູໂຕ ກ່າວຕື່ມວ່າ:

"ເຂົາຈ່າຍໃຫ້ບໍ່ພຽງພໍ. ຂ້າພະເຈົ້າບໍ່ສາມາດເວົ້າໄດ້ວ່າ ເຂົາຈ່າຍໃຫ້ພຽງພໍ ແລະ ມັນ
ຈະບໍ່ພຽງພໍເດັດຂາດ ແລະແມ່ນກະທັງ ໃນປັດຈຸບັນ ຂ້ອຍກໍກຳລັ ງດີ້ນຮົນຢູ່. ທີ່ນັ້ນ ຂ້ອຍອາໄສຢູ່ ໃນທີ່ດິນເຄິ່ງເອເຄີ້ພຸ້ນ ແຕ່ບ່ອນທີ່ຂ້ອຍອາໄສຢູ່ເວລານີ້ ແມ່ນບໍ່ຮອດ
ນຶ່ງສ່ວນສີ່ເອເຄີ້ຊ້ຳ ແລະຂ້ອຍກໍຊື້ ໃນລາຄາ 9 ລ້ານຊິລລິງ. ເຮືອນທີ່ຂ້ອຍປຸກ ຖ້າ
ຂ້ອຍຊິຂາຍໃນເວລານີ້ ບາງທີ ຂ້ອຍອາດສາມາດຂາຍໄດ້ ໃນລາຄາເຖິງ 30 ລ້ານ
ຫຼືວ່າຫຼາຍກວ່ານັ້ນ."

ຢູ່ທີ່ເຂດເມືອງນາຣັອກ ມີປະມານ 10,000 ຄົນໄດ້ຮັບຜົນກະທົບຈາກໂຄງການນີ້
ທ່ານໂຈເຊັຟ ໂອເລ ກິສຊາວແມ່ນຜູ້ນຳຂອງປະຊາຄົມໃນເຂດນັ້ນ ຊຶ່ງທ່ານເວົ້າວ່າ ມີການມອບດິນຕອນນຶ່ງ ໃຫ້ແກ່ພວກຄອບຄົວທີ່ໄດ້ຮັບຜົນກະທົບ. ໃນ ທັດສະນະ
ຂອງທ່ານແລ້ວ ມັນດີກວ່າ ບໍ່ໄດ້ຮັບຫຍັງເລີຍ. ທ່ານໂອເລ ກິສຊາວ ກ່າວກ່ຽວກັບ
ເລື້ອງນີ້ວ່າ:

"ຄອບຄົວທັງຫຼາຍໄດ້ຮັບດິນ 4,000 ເອເຄີ້ ດ້ວຍເຫດນີ້ໂຄງການທາງລົດໄຟຈຶ່ງຈະ
ສາມາດດຳເນີນການຕໍ່ໄປໄດ້ ແລະພວກເຮົາກໍຮູ້ສຶກສຳນຶກ ໃນບຸນຄຸນ ຂອງບັນດາ
ລັດຖະມົນຕີກ່ຽວກັບວຽກງານຂອງພວກທ່ານ. ພວກເຮົາມີຄວາມ ຍິນດີທີ່ໄດ້ຮັບດິນ
4,000 ເອເຄີ້ດີກວ່າທີ່ບໍ່ໄດ້ຮັບຫຍັງເລີຍ. ພວກເຮົາຂໍຂອບອົກຂອບໃຈ."

ລັດຖະບານເຄັນຢາ ໄດ້ກູ້ຢືມເງິນທັງໝົດ 4 ພັນ 500 ລ້ານໂດລາ ເພື່ອນຳ​ໄປສ້າງ
ທາງລົດໄຟ ຊຶ່ງໃນເວລານີ້ ເນັ່ງແຕ່ເມືອງມອມບາຊາ ທີ່ຕັ້ງຢູ່ແຄມຝັ່ງທະເລໄປຫາ
ເມືອງໄນວາສຊາ.

ໃນຕົ້ນປີນີ້ລັດຖະບານບໍ່ສາມາດຕົກລົງກູ້ຢືມເງິນຈາກຈີນເພື່ອມາສ້າງໄລຍະທີສາມ
ຂອງທາງລົດໄຟ ທີ່ຈະເນັ່ງໄປຫາຊາຍແດນທີ່ຕິດກັບອູການດາ.

ປະທານາທິບໍດີເຄັນຢັດຕາຢືນຢັດທັງໆທີ່ໄດ້ຮັບການທ້າທາຍທາງດ້ານການເງິນວ່າ ທ່ານມີຄວາມໝັ້ນໝາຍ ທີ່ຈະສຳເລັດເສັດສິ້ນໂຄງການດັ່ງກ່າວ ຊຶ່ງທ່ານເວົ້າວ່າ ຈະ
ເປີດກວ້າງປະເທດເຄັນຢາ ແລະເຮັດໃຫ້ເສດຖະກິດມີການເຕີບໂຕ.

ອ່ານ​ຂ່າວນີ້​ຕື່ມ​ເປ​ັນ​ພາ​ສາ​ອັງ​ກິດ

XS
SM
MD
LG