ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສອງເກົາຫຼີ ຕົກລົງຈັດໃຫ້ ຄອບຄົວທີ່ພັດພາກ ຈາກກັນ ພົບພໍ້ກັນອີກ (ວີດີໂອ)


Koreas Reunions
please wait
Embed

No media source currently available

0:00 0:01:57 0:00

Koreas Reunions

ເກົາຫຼີ​ເໜືອ​ແລະ​ເກົາຫຼີ​ໃຕ້​ໄດ້​ຕົກລົງ​ກັນ​ທີ່​ຈະ​ຈັດໃຫ້​ພວກ​ຄອບ
ຄົວ​ທີ່​ໄດ້ພັດພາກ ຈາກກັນ ​ຕັ້ງ​ແຕ່​ປາງ​ສົງຄາມ​ເກົາຫຼີ​ ໃນ​ຊຸມ​ປີ
1950 ນັ້ນ ພົບພໍ້ກັນອີກ.

ກະຊວງ​ທ້ອນ​ໂຮມຊາດ​ເກົາຫຼີ​ໃຕ້​ກ່າວ​ວ່າ ການ​ຕົກລົງ​ກັນ​ໄດ້​
ມີ​ຂຶ້ນ​ໃນ​ວັນ​ພຸດ​ມື້​ນີ້ ​ໃນລະຫວ່າງ​ການ​ພົບ​ປະກັນ​ ທີ່​ໝູ່​ບ້ານ
ຊາຍ​ແດນ Panmunjom.

ກະຊວງ​ດັ່ງກ່າວ​ເວົ້າ​ຕື່ມ​ວ່າ ການ​ພົບພໍ້ຂອງຄອບຄົວທີ່ພັດພາກ
ຈາກກັນຈະ​ມີ​ຂຶ້ນ​ຕັ້ງ​ແຕ່​ວັນ​ທີ 20 ຫາ 25 ກຸມພາ​ນີ້ ທີ່​ບ່ອນຕາກ
​ອາກາດເທິງພູ Kumgang ທີ່​ຕັ້ງ​ຢູ່ໃນເຂດແຄມ​ຝັ່ງ​ທະ​ເລ​ທິດ
ຕາ​ເວັນ​ອອກ​ຂອງ​ເກົາຫຼີ​ເໜືອ.

ການ​ພົບ​ປະ​ກັນຫຼາຍ​ຄັ້ງ ​ໄດ້​ນຳພວກ​ປະຊາຊົນ​ຈາກທັງສອງເກົາຫຼີ​ ມາ​ພົບ​ພໍ້ກັນ​ຊົ່ວຄາວ
ປະມານ 18 ພັນ​ຄົນ​ໃນ​ຮອບ​ທົດ​ສະ​ວັດ​ຜ່ານ​ມາ ​ແຕ່​ບໍ່​ໄດ້​ມີຂຶ້ນ​ອີກ​ມາ​ໄດ້ 3 ປີ​ປາຍ​ແລ້ວ.

ສອງ​ຝ່າຍ​ໄດ້​ຕົກລົງກັນ​ອີກ​ໃນ​ປີ​ແລ້ວ​ນີ້​ ເພື່ອ​ຮື້​ຟື້ນ​ການ​ພົບພໍ້ຂອງຄອບຄົວ​ທີ່ພັດພາກ
ຈາກກັນຄືນໃໝ່ ​ແຕ່​ກຸງ​ພຽງ​ຢ້າງ​ໄດ້​ຖອນ​ໂຕອອກ ​ໃນ​ນາທີ​ສຸດ​ທ້າຍ ​ໂດຍ​ກ່າວ​ອ້າງ​ໃນ
ອັນ​ທີ່ເອີ້ນວ່າ ການ​ເປັນ​ປໍ​ລະ​ປັກ​ກັນ​ຈາກ​ຝ່າຍ​ກຸງ​ໂຊນ​ນັ້ນ.

ທ່ານ Lee Duk-haeng ຫົວໜ້າ​ຜູ້ຕາງໜ້າ​ຝ່າຍ​ເກົາຫຼີ​ໃຕ້ໃນ​ການ​ພົບ​ປະກັນ​ນີ້ ກ່າວ​
ວ່າ ຝ່າຍ​ເກົາ​ຫຼີ​ເໜືອ​ຢືນ​ຢັດ​ວ່າ ​ຕົນມີ​ຄວາມ​ຕັ້ງ​ໃຈ ທີ່​ຢາກ​ໃຫ້​ມີ​ການ​ທ້ອນ​ໂຮມ​ພວກ​ຄອບຄົວທີ່ພັດພາກຈາກ​ກັນ​ຄືນ ​ໃນ​ເທື່ອ​ນີ້.

ຫຼາຍ​ຄົນ​ພາກັນ​ຢ້ານ​ກົວ​ວ່າ ການ​ຊ້ອມ​ລົບ​ລະຫວ່າງ​ທະຫານ​ສະຫະລັດ​ແລະ ເກົາຫຼີ​ໃຕ້​
ທີ່​ຈະ​ມາ​ເຖິງ​ນີ້ ຊຶ່ງກຳນົດ​ຈະ​ເລີ້ມ​ຂຶ້ນ​ໃນ​ເວລາ​ດຽວ​ກັນ​ກັບ​ການ​ທ້ອນ​ໂຮມຄອບຄົວ​ກັນ​
ຄືນ​ນີ້ ສາມາດ​ອຳນວຍ​ໂອກາດ​ໃຫ້​ກຸງ​ພຽງ​ຢ້າງ​ຖອນ​ໂຕ​ອອກ​ອີກ​ຄັ້ງ​ນຶ່ງກໍໄດ້.

​ເກົາຫຼີ​ເໜືອ​ມອງ​ເບິ່ງ​ການ​ຊ້ອມ​ລົບ​ປະຈຳ​ປີ​ຂອງ​ສະຫະລັດ​ແລະ​ເກົາຫຼີ​ໃຕ້ ​ເປັນ ການ​ກະ
ກຽມ​ເພື່ອ​ທຳ​ການ​ຮຸກ​ຮານແລະ​ໄດ້​ເຕືອນກຸງ​ວໍ​ຊິງ​ຕັນ​ແລະ​ກຸງ​ໂຊນໃຫ້​ຍົກເລີກການ​ຊ້ອມ
​ລົບ​ດັ່ງກ່າວ.

ສະຫະລັດ​ແລະ​ເກົາຫຼີ​ໃຕ້​ກ່າວ​ວ່າ ການ​ຊ້ອມ​ລົບ​ດັ່ງກ່າວ ​ເປັນ​ການ​ຊ້ອມລົບໃນທາງປ້ອງ​
ກັນ ​ແລະ​ຈະ​ດຳ​ເນີນ​ຕໍ່​ໄປ​ຕາມ​ທີ່​ໄດ້​ວາງ​ແຜນ​ໄວ້. ​
XS
SM
MD
LG