ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນຳ ຄິມ ປະຕິຍານ ວ່າ ຈະບໍ່ໃຊ້ອາວຸດ ນິວເຄລຍ ນອກຈາກວ່າ ປະເທດຕົນ ຖືກຂົ່ມຂູ່

North Korea Congress
please wait
Embed

No media source currently available

0:00 0:00:29 0:00

ອົງການຂ່າວສານທາງການຂອງເກົາຫຼີເໜືອກ່າວວ່າ ປະທານປະເທດ ຄິມ ຈົງອຸນ ໄດ້ ບອກ ພັກຄອງແກຣັດ ທີ່ປົກຄອງປະເທດຢູ່ນັ້ນ ວ່າ ປະເທດຂອງຕົນ ຈະບໍ່ໃຊ້ອາວຸດ ນິວເຄລຍນອກຈາກວ່າ ອະທິປະໄຕຂອງຕົນ ຈະຖືກຂົ່ມຂູ່ໂດຍມະຫາອຳນາດ ນິວເຄລຍ ອື່ນໆ.

ຜູ້ນຳເກົາຫຼີເໜືອ Kim Jong Un ຖະແຫລງ ໃນລະຫວ່າງ ກອງປະຊຸມໃຫຍ່ ພັກແຮງງານຂອງເກົາຫຼີເໜືອ ທີ່ປົກຄອງປະເທດ ມາ ເປັນເວລາ 36 ປີ ຈົນເຖິງປັດຈຸບັນ, ໃນນະຄອນຫຼວງພຽງຢາງ, ວັນທີ 6 ພຶດສະພາ 2016.
ຜູ້ນຳເກົາຫຼີເໜືອ Kim Jong Un ຖະແຫລງ ໃນລະຫວ່າງ ກອງປະຊຸມໃຫຍ່ ພັກແຮງງານຂອງເກົາຫຼີເໜືອ ທີ່ປົກຄອງປະເທດ ມາ ເປັນເວລາ 36 ປີ ຈົນເຖິງປັດຈຸບັນ, ໃນນະຄອນຫຼວງພຽງຢາງ, ວັນທີ 6 ພຶດສະພາ 2016.

ອົງການຂ່າວສານ KNCA ລາຍງານວ່າ ນອກນັ້ນ ປະທານ ຄິມ ຍັງຫວັງຢາກສ້າງສາຍ ພົວພັນແບບປົກກະຕິ ກັບຫຼາຍໆປະເທດ ທີ່ເຄີຍເປັນປໍລະປັກກັນມາ ກັບລັດຖະບານ ພຽງຢາງ ແລະ ຮຽກຮ້ອງໃຫ້ມີການເຈລະຈາກັບ ເກົາຫຼີໃຕ້ຕື່ມ ເພື່ອຫຼຸດຜ່ອນຄວາມ ບໍ່ໄວ້ໃຈກັນ ແລະ ຄວາມເຂົ້າໃຈຜິດບົ່ມຊ້ອນທີ່ອາດມີຢູ່.

ພວກນັກຮຽນ ຖືລັກທຸງ ໃນຂະນະທີ່ ພວກເຂົາເຈົ້າ ເຝິກຊ້ອມ ເດີນສວນສະໜາມ ເພື່ອສະເຫຼີມສະຫຼອງ ກອງປະຊຸມໃຫຍ່ຂອງພັກແຮງງານຂອງເກົາຫຼີເໜືອ ຫຼື Workers' Party of Korea (WPK) ໃນໃຈກາງນະຄອນຫຼວງ ພຽງຢາງ, ຂອງເກົາຫຼີເໜືອ, ວັນທີ 7 ພຶດສະພາ 2016.

ລາຍງານດັ່ງກ່າວໄດ້ອ້າງຄຳເວົ້າຂອງທ່ານ ກິມ ໂດຍກ່າວວ່າ “ໃນຖານະທີ່ເປັນປະເທດ ທີ່ມີຄວາມຮັບຜິດຊອບດ້ານນິວເຄລຍ ສາທາລະນະລັດ ຂອງພວກເຮົາຈະບໍ່ໃຊ້ ອາວຸດ ນິວເຄລຍ ນອກຈາກວ່າ ອະທິປະໄຕຂອງພວກເຮົາຖືກ ຂົ່ມຂູ່ ໂດຍກຳລັງປໍລະປັກ ບຸກລຸກດ້ວຍນິວເຄລຍ.”

ມັນບໍ່ເປັນທີ່ແຈ້ງຂາວວ່າ ຄຳປະຕິຍານຂອງທ່ານ ຄິມ ສະແດງໃຫ້ເຫັນການປ່ຽນແປງ ອັນໃດ ໃນທ່າທີຂອງທ່ານ ຕໍ່ປະເທດໄກ້ຄຽງ ຂອງຕົນກັບ ສຫລ ຫຼືບໍ່. ໃນເດືອນມີນາ ຜ່ານມາ ເກົາຫຼີເໜືອ ໄດ້ຂູ່ວ່າ ຈະໂຈມຕີດ້ວຍນິວເລຍທັນທີ ແລະ ໂດຍບໍ່ເລືອກໜ້າ ຕໍ່ ສຫລ ແລະເກົາຫຼີໃຕ້ເພື່ອຕອບໂຕ້ຕໍ່ການຊ້ອມລົບຮ່ວມທາງທະຫານ.

ພວກຄົນເຮັດວຽກ ຢູ່ອ້ອມແອ້ມ ຮູ້ພາບຂອງອະດີດ ຜູ້ນຳເກົາຫຼີເໜືອ ທ່ານ Kim Il Sung, ຊ້າຍ, ແລະ Kim Jong Il ຢູ່ທີ່ຈັດຕຸລັດ Kim Il Sung ໃນນະຄອນຫຼວງ ພຽງຢາງ ຂອງເກົາຫຼີເໜືອ, ວັນທີ 7 ພຶດສະພາ 2016.
ພວກຄົນເຮັດວຽກ ຢູ່ອ້ອມແອ້ມ ຮູ້ພາບຂອງອະດີດ ຜູ້ນຳເກົາຫຼີເໜືອ ທ່ານ Kim Il Sung, ຊ້າຍ, ແລະ Kim Jong Il ຢູ່ທີ່ຈັດຕຸລັດ Kim Il Sung ໃນນະຄອນຫຼວງ ພຽງຢາງ ຂອງເກົາຫຼີເໜືອ, ວັນທີ 7 ພຶດສະພາ 2016.

ຄຳເຫັນຂອງທ່ານຄິມ ໄດ້ມີຂຶ້ນໃນວັນສຸກ ຊ້ອງໜ້າ ພວກຜູ້ແທນ 3 ພັນ 4 ຮ້ອຍຄົນ ໃນຂະນະທີ່ເກົາຫຼີຕຽມພ້ອມຢ່າງໃຫຍ່ຕໍ່ການຂົ່ມຂູ່ດ່ັງກ່າວ ກ່ຽວກັບການທົດລອງນິວ ເຄລຍ ທີ່ອາດມີຂຶ້ນອີກ ໂດຍເກົາຫຼີເໜືອ ໃນອະນາຄົດອັນໄກ້.

ການລົງໂທດດ້ານເສຖກິດຂອງ ສຫຊ​ ຕໍ່ກຸງປຽງຢາງໄດ້ເຂັ້ມງວດຂຶ້ນຕື່ມ ໃນເດືອນມີນາ ລຸນຫຼັງການທົດລອງນິວເຄລຍຄັ້ງທີສີ່ ຂອງປະເທດຄອມມິວນິສແຫ່ງນັ້ນ ແລະ ຕໍ່ການ ສົ່ງຈະຫຼວດໄລຍະໄກ ຊຶ່ງແນມເຫັນກັນຢ່າງກວ້າງຂວາງ ວ່າ ເປັນການທົດລອງລູກສອນ ໄຟຂີປະນາວຸດນັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG