ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ດາວ​ທຽມ​ຂອງ​ເກົາຫຼີ​ເໜືອ ຕົກ​ລົງ​ໄປໃນທະ​ເລ ຫຼັງ​ຈາກ​ຈະຫຼວດທີ່​ບັນ​ທຸກມັນ​ຂຶ້ນໄປ ປະສົບຄວາມ​ລົ້ມ​ແຫຼວ


ພາບ​ທີ່​ສະ​ໜອງ​ໃຫ້​ໂດຍ​ກະ​ຊວງ​ປ້ອງ​ກັນ​ປະ​ເທດເກົາຫຼີ​ໃຕ້​ສະ​ແດງ​ໃຫ້​ເຫັນ​ວ່າ​ມີ​ວັດ​ຖຸ​ທີ່​ຄິດ​ວ່າ​ເປັນ​ສິ້ນ​ສ່ວນຂອງ​ພາ​ຫະ​ນະ​ຍິງ​ດາວ​ທຽມ​ຂຶ້ນ​ສູ່​ວົງ​ໂຄ​ຈອນ​ຂອງເກົາ​ຫລີ​ເໜືອ ທີ່​ຕົກ​ລົງ​ໄປ​ໃນ​ທະ​ເລ, ວັນ​ທີ 31 ພຶດ​ສະ​ພາ, 2023
ພາບ​ທີ່​ສະ​ໜອງ​ໃຫ້​ໂດຍ​ກະ​ຊວງ​ປ້ອງ​ກັນ​ປະ​ເທດເກົາຫຼີ​ໃຕ້​ສະ​ແດງ​ໃຫ້​ເຫັນ​ວ່າ​ມີ​ວັດ​ຖຸ​ທີ່​ຄິດ​ວ່າ​ເປັນ​ສິ້ນ​ສ່ວນຂອງ​ພາ​ຫະ​ນະ​ຍິງ​ດາວ​ທຽມ​ຂຶ້ນ​ສູ່​ວົງ​ໂຄ​ຈອນ​ຂອງເກົາ​ຫລີ​ເໜືອ ທີ່​ຕົກ​ລົງ​ໄປ​ໃນ​ທະ​ເລ, ວັນ​ທີ 31 ພຶດ​ສະ​ພາ, 2023

ການ​ສົ່ງ​ດາວ​ທຽມ​ຂອງ​ເກົາຫຼີ​ເໜືອຂຶ້ນສູ່​ວົງ​ໂຄ​ຈອນ​ໃນ​ວັນ​ພຸດ​ມື້​ນີ້ ​ໄດ້​ສິ້ນ​ສຸດ​ລົງ​ດ້ວຍ​ຄວາມ​ລົ້ມ​ແຫຼວ ​ຊຶ່ງ​ໄດ້​ສົ່ງເຄື່ອງຍິງ​ ​ແລະ​ດາວ​ທຽມ ຕົກ​ລົງໄປ​ທະ​ເລ, ອີງ​ຕາມສື່​ມວນ​ຊົນລັດຂອງ​ເກົາຫຼີ​ເໜືອ​ ​ແລະ​ກອງທັບ​ຂອງ​ເກົາຫຼີ​ໃຕ້​ກ່າວ​ວ່າ ຕົນ​ໄດ້​ເກັບກູ້​ເອົາ​ສິ້ນ​ສ່ວນ​ ຂອງ​ຍານ​ພາ​ຫະ​ນະ​ທີ່​ໃຊ້​ຍິງດາວ​ທຽມມາ​ໄວ້, ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ຣອຍ​ເຕີ​ສ໌ (Reuters).

ອົງການຂ່າວຂອງ​ທາງ​ການເກົາ​ຫລີ​ເໜືອ ຫລື KCNA ລາຍງານວ່າ ຈະ​ຫລວດ ສົ່ງດາວທຽມ “ໂຄ​ລ​ລິມາ-1" (“Chollima-1") ລຸ້ນໃໝ່ ໄດ້ປະສົບຄວາມລົ້ມ ແຫລວ ຍ້ອນຄວາມບໍ່ໝັ້ນຄົງໃນລະບົບເຄື່ອງຈັກ ແລະເຊື້ອໄຟ.

ການ​ບິນ​ຄັ້ງ​ນີ້ ​ເປັນຄວາມພະ​ຍາ​ຍາມ​ຍິງ​ດາວ​ທຽມຂຶ້ນ​ ເປັນ​ຄັ້ງ​ທີ 6 ຂອງ​ປະ​ເທດ​ດັ່ງ​ກ່າວ​ທີ່​ມີ​ອາວຸດ​ນິວ​ເຄລຍ, ແລະ​ເປັນ​ຄັ້ງ​ທຳ​ອິດ​ນັບ​ຕັ້ງແຕ່​ປີ 2016. ມັນ​ຄາດໄວ້​ວ່າ ​ຈະ​ນຳ​ເອົາດາວ​ທຽມ​ສອດ​ແນມ​ໜ່ວຍ​ທຳ​ອິດ​ຂອງ​ເກົາຫຼີ​ເໜືອ​ຂຶ້ນ​ສູ່​ວົງ​ໂຄຈອນ.

ມັນ​ໄດ້​ກະ​ຕຸ້ນ​ໃຫ້​ມີ​ການເຕືອນ​ໄພ​ສຸກ​ເສີນ ​ແລະ​ການ​ເຕືອນ​ໄພໃຫ້​ຄົນ​ຍົກ​ຍ້າຍ ອອກເປັນ​ເວ​ລາ​ອັນ​ສັ້ນໆ ຢູ່​ໃນ​ບາງ​ເຂດ​ຂອງ​ເກົາ​ຫຼີ​ໃຕ້ ​ແລະ​ຍີ່​ປຸ່ນ​. ແຈ້ງການ ດັ່ງກ່າວ ໄດ້ຖືກ​ຍົກ​ເລີກ ໂດຍບໍ່ມີລາຍງານກ່ຽວ​ກັບອັນຕະລາຍ ຫຼືຄວາມເສຍ ຫາຍໃດໆ.

ຫົວໜ້າ​ເສນາ​ທິການ​ຮ່ວມ​ຂອງ​ເກົາຫລີ​ໃຕ້ ກ່າວ​ໃນ​ວັນພຸດມື້​ນີ້​ວ່າ ທະຫານ​ກໍາ ລັງ​ດໍາ​ເນີນ​ການ ເພື່ອເກັບ​ກູ້​ເອົາ​ສິ່ງ​ທີ່​ເຊື່ອ​ກັນ​ວ່າ ​ເປັນສິ້ນ​ສ່ວນ​ຂອງ​ຈະ​ຫຼວດທີ່​ໃຊ້​ຍິງເພື່ອ​ສົ່ງດາວ​ທຽມຂຶ້ນ​ໄປ.

ເບິ່ງວີ​ດິ​ໂອ​ກ່ຽວ​ກັບ​ຂ່າວນີ້ ສະ​ໜອງ​ໃຫ້​ໂດຍ Bill Gallo, ນັກ​ຂ່າວ​ວີ​ໂອ​ເອ

US, South Korea Hold Biggest ‘Annihilation’ Drills
please wait

No media source currently available

0:00 0:01:53 0:00

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG