ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໐ ພຶດສະພາ ໒໐໒໔

ລູກສອນໄຟຂອງເກົາຫຼີເໜືອ ທີ່ຣັດເຊຍໃຊ້ໂຈມຕີຢູເຄຣນ ເກີດຈາກຊ່ອງວ່າງຂອງມາດຕະການລົງໂທດ


ແຟ້ມພາບ - ປະທານາທິບໍດີຣັດເຊຍ ທ່ານ ວລາດີເມຍ ປູຕິນ, ຂວາ, ແລະ ຜູ້ນຳເກົາຫຼີເໜືອ ທ່ານ ກິມ ຈອງ ອືນ ຈັບມືກັນ ລະຫວ່າງ ການພົບປະກັນ ຢູ່ເມືອງວລາດິວໍສຕັອກ, ປະເທດຣັດເຊຍ, ວັນທີ 25 ເມສາ 2019.
ແຟ້ມພາບ - ປະທານາທິບໍດີຣັດເຊຍ ທ່ານ ວລາດີເມຍ ປູຕິນ, ຂວາ, ແລະ ຜູ້ນຳເກົາຫຼີເໜືອ ທ່ານ ກິມ ຈອງ ອືນ ຈັບມືກັນ ລະຫວ່າງ ການພົບປະກັນ ຢູ່ເມືອງວລາດິວໍສຕັອກ, ປະເທດຣັດເຊຍ, ວັນທີ 25 ເມສາ 2019.

ບັນດານັກວິ​ເຄາະ​ກ່າວ​ວ່າ ການ​ຄົ້ນ​ພົບ​ລູກ​ສອນ​ໄຟ​ຂອງ​ເກົາຫຼີ​ເໜືອ​ຢູ່ໃນ​ຢູ​ເຄຣນ ທີ່​ມີ​ຊິ້ນສ່ວນປະກອບຫຼາຍ​ກວ່າ 200 ຢ່າງທີ່ມາຈາກ​ສະຫະລັດ ​ແລະ​ບັນດາ​ບໍລິສັດ​ຢູ​ໂຣບ ​ໄດ້​ເປີດ​ເຜີຍ​ຊ່ອງ​ຫວ່າງ​ທີ່​ເກົາຫຼີ​ເໜືອ​ໃຊ້​ເພື່ອ​ຫຼີກ​ລ້ຽງມາດຕະການ​ລົງ​ໂທດ.

ລັດຖະມົນຕີກະຊວງປ້ອງກັນປະເທດເກົາຫຼີໃຕ້ ທ່ານຊິນ ວອນ ຊິກ (Shin Wonsik) ກ່າວໃນກອງປະຊຸມຖະແຫຼງຂ່າວ ໃນວັນຈັນທີ່ຜ່ານມາວ່າ ເກົາຫຼີເໜືອ ກຳລັງດຳເນີນງານ ກ່ຽວກັບໂຮງງານຜະລິດອາວຸດຢ່າງເຕັມຄວາມສາມາດ ເພື່ອສະໜອງອາວຸດທີ່ຈຳເປັນໃຫ້ແກ່ ຣັດເຊຍ ໃນການຕໍ່ສູ້ກັບຢູເຄຣນ.

ເກົາຫຼີ​ໃຕ້​ຄາດ​ຄະ​ເນ​ວ່າ ພຽງ​ຢາງ​ໄດ້​ສົ່ງ​ຕູ້​ຄອນ​ເທນ​ເນີ​ປະມານ 6,700 ຕູ້ ​ໄປ​ຣັດ​ເຊຍ ​ນັບ​ແຕ່​ເດືອນ​ກັນຍາ​ເປັນຕົ້ນມາ, ທ່ານຊິນ ກ່າວ, ອີງຕາມລາຍງານຂອງ​ສື່​ມວນ​ຊົນເກົາຫຼີ​ໃຕ້.

ສະຫະລັດ ​ໄດ້​ລະບຸຕົວເລກທີ່ສູງກວ່ານັ້ນອີກ, ​ໂດຍ​ຄາດ​ຄະ​ເນ​ວ່າ ​ເກົາຫຼີ​ເໜືອ​ໄດ້​ສົ່ງຕູ້ຄອນເທນເນີ ທີ່ບັນຈຸ​ອາວຸດ​ຍຸດ​ໂທ​ປະກອນ ຫຼືວັດຖຸທີ່ກ່ຽວຂ້ອງກັບອາວຸດຍຸດໂທປະກອນ ຫຼາຍກວ່າ 10,000 ຕູ້ ຫຼື ​ໄປ​ຍັງຣັດ​ເຊຍ ນັບ​ແຕ່​ເດືອນ​ກັນຍາ​ເປັນ​ຕົ້ນ​ມາ.

ສະຫະລັດ​ໄດ້​ປະກາດ​ການ​ຄາດ​ຄະ​ເນ​ດັ່ງກ່າວ ​ໃນ​ວັນ​ສຸກ​ທີ່ຜ່ານມາ ​ໃນ​ລະຫວ່າງ​ທີ່​ຕົນ​ໄດ້​ອອກ​ມາດ​ຕະການ​ລົງ​ໂທດ ​ຕໍ່ຫຼາຍກວ່າ 500 ​ບຸກຄົນ ​ແລະ ໜ່ວຍງານໃນຣັດ​ເຊຍ.

ອາວຸດຂອງເກົາຫຼີເໜືອ ໄດ້ຖືກນຳໄປໃຊ້ໃນສະໜາມລົບຂອງຢູເຄຣນ ຕັ້ງແຕ່ເດືອນທັນວາ, ອີງຕາມລາຍງານຂອງອົງການຮັກສາຄວາມໝັ້ນຄົງຂອງຢູເຄຣນ. ລາຍງານນີ້ ໄດ້ກ່າວ​ໃນ​ວັນ​ພະຫັດທີ່ຜ່ານມາ​ວ່າ ຣັດ​ເຊຍ​ໄດ້​ຍິງ​ລູກ​ສອນ​ໄຟ​ຂອງ​ເກົາຫລີ​ເໜືອ​ຢ່າງ​ໜ້ອຍ 20 ລູກ​ໃສ່​ຢູ​ເຄຣນ ນັບ​ຕັ້ງ​ແຕ່​ນັ້ນ​ມາ ​ແລະ​ກ່າວຕື່ມ​ວ່າ ລູກ​ສອນ​ໄຟ​ໄດ້​ສັງຫານ ຫຼື ເຮັດໃຫ້​ພົນລະ​ເຮືອນໄດ້ຮັບ​ບາດ​ເຈັບ.

ຣັດ​ເຊຍ​ໄດ້​ປະຕິ​ເສດ​ການ​ຮ່ວມ​ມື​ທາງ​ທະຫານ ​ຫຼື​ທາງເຕັກນິກ​ກັບ​ເກົາຫຼີ​ເໜືອ​ ໃນລະຫວ່າງການຖະແຫຼງຂ່າວ ​ໃນ​ວັນ​ທີ 26 ມັງກອນ​ ໂດຍ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ທ່ານນາງ ມາເຣຍ ຊາຄາໂຣວາ (Maria Zakharova).

ວີ​ໂອ​ເອ ​ໄດ້​ຕິດ​ຕໍ່​ຫາ​ຄະນະ​ຜູ້​ແທນຂອງເກົາຫຼີເໜືອ ຢູ່ທີ່​ອົງການ​ສະຫະ​ປະຊາ​ຊາດ ທີ່​ນະຄອນ​ນີວຢອກ ​ແຕ່​ບໍ່​ໄດ້​ຮັບ​ຄຳ​ຕອບ​ໃດໆ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 20 ພຶດສະພາ 2024

XS
SM
MD
LG