ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຜູ້ນຳເກົາຫຼີເໜືອ ຮຽກຮ້ອງໃຫ້ ທົດລອງລູກສອນໄຟ ແລະ ຫົວລະເບີດ ນິວເຄລຍ ເພີ່ມຕື່ມ


ທະຫານເກົາຫລີໃຕ້ຄົນໜຶ່ງ ຢ່າງຜ່ານໜ້າໂທລະພາບ ທີ່ເຫັນ ຜູ້ນຳເກົາ ຫລີເໜືອ ທ່ານ Kim Jong Un ກຳລັງຮັບຟັງລາຍງານ ກ່ຽວກັບການຍິງລູກສອນໄຟ.
ທະຫານເກົາຫລີໃຕ້ຄົນໜຶ່ງ ຢ່າງຜ່ານໜ້າໂທລະພາບ ທີ່ເຫັນ ຜູ້ນຳເກົາ ຫລີເໜືອ ທ່ານ Kim Jong Un ກຳລັງຮັບຟັງລາຍງານ ກ່ຽວກັບການຍິງລູກສອນໄຟ.

ສື່​ມວນ​ຊົນ​ຂອງ​ທາງ​ການ​ເກົາຫລີ​ເໜືອ ກ່າວ​ວ່າ ທ່ານ Kim
Jong Un ຜູ້ນຳ​ເກົາຫລີ​ເໜືອ​ໄດ້​ອອກ​ຄຳ​ສັ່ງ​ໃຫ້​ທົດ​ລອງ​ຫົວ
ລະເບີດນິວ​ເຄລຍ ​ແລະ​ລູກສອນ​ໄຟ​ຂີ​ປະ​ນາ​ວຸດ ທີ່​ມີ​ຄວາມ
​ສາມາດບັນທຸກຫົວ​ນິວ​ເຄລຍ “​ໃນ​ເວ​ລາ​ອັນ​ສັ້ນໆໄດ້.”

ອົງການ​ຂ່າວສູ​ນກາງຂອງເກົາຫລີ​ເໜືອ ຫຼື KCNA ກ່າວ​ວ່າ
ທ່ານ Kim ​ໄດ້​ສັ່ງ​ໃຫ້​ທົດ​ລອງ​ ໃນ​ວັນ​ອັງຄານ​ມື້​ນີ້ ຫຼັງ​ຈາກໄດ້​ກຳກັບ​ນຳ​ການ​ທົດ​ລອງ​
ໂຕ​ຢ່າງ ທີ່​ປະສົບຄວາມ​ສຳ​ເລັດໃນການ​ກັບ​ຄືນ​ເຂົ້າສູ່​ບັນຍາກາດ​ຂອງ​ລູກ​ສອນ​ໄຟ​ຂີ​
”ປະ​ນາ​
ວຸດ​. ອົງການ​ຂ່າວ KCNA ກ່າວ​ວ່າ ທ່ານ Kim ​ໄດ້​ອອກຄຳ​ສັ່ງ “ໃຫ້​ເສີມຂະຫຍາຍ​ຄວາມ​ໄວ້​ວາງ​ໃຈ” ຕໍ່​ຄວາມ​ສາມາດ​ ໃນການໂຈມ​ຕີດ້ວຍ​ອາວຸດນິວ​ເຄລຍຂອງ​ເກົາຫລີ​ເໜືອ.

ຜູ້ນຳເກົາຫລີເໜືອ ທ່ານ Kim Jong Un (ກາງ) ຍີ້ມຫົວ ໃນຂະນະທີ່ທ່ານ ຖືກນຳພາຊົມການທົລອງຍິງລູກສອນໄຟ.
ຜູ້ນຳເກົາຫລີເໜືອ ທ່ານ Kim Jong Un (ກາງ) ຍີ້ມຫົວ ໃນຂະນະທີ່ທ່ານ ຖືກນຳພາຊົມການທົລອງຍິງລູກສອນໄຟ.

ການ​ທົດ​ລອງ​ດັ່ງກ່າວ ຖ້າ​ຫາກໄດ້​ມີ​ການ​ປະຕິບັດ ຈະ​ເປັນ​ການ​ສືບ​ຕໍ່ທ້າ​ທາຍ​ຕໍ່ ການ​ລົງ​ໂທດ​ຂອງສະຫະ​ປະຊາ​ຊາດ ຫລາຍໆ​ຄັ້ງ ຮວມທັງ​ການ​ລົງ​ໂທດ​ຄັ້ງ​ໃໝ່ ທີ່​ໜັກ​ຂຶ້ນກວ່າ​ເກົ່າ ທີ່​ໄດ້​ກຳນົດ​ຂໍ້ຫ້າມຕ່າງໆໂດຍສະພາ​ຄວາມ​ໝັ້ນຄົງ ສະຫະ​ປະຊາ​ຊາດ ​ໃນ​ຕົ້ນ​ເ​ດືອນນີ້. ພຽງ​ຢາງ​ຍັງ​ໄດ້​ເພີ້​ມ​ການ​ໂຈມ​ຕີ​ຕໍ່ເກົາຫລີ​ໃຕ້ແລະ ​ສະຫະລັດ ຫວ່າງ​ບໍ່​ເທົ່າ​ໃດ​ມື້​ທີ່​ຜ່າ​ນມາ​ນີ້​ໃນ​ຂະນະ​ທີ່​ສອງ​ປະ​ເທດ​ເຂົ້າ​ຮ່ວມການ ​ຊ້ອມ​ລົບ​ທາງ​ທະຫານ​ປະຈຳ​ປີ.

ປະທານາທິບໍດີ ​ເກົາຫລີ​ໃຕ້ ທ່ານນາງ Park Geun-hye ​ໄດ້​ເຕືອນ​ລະຫວ່າງ​ກອງປະຊຸມ​ຄະນະ​ລັດຖະບານ ​ໃນ​ວັນ​ອັງຄານ​ມື້​ນີ້​ທີ່​ວ່າ ​ເກົາຫລີ​ເໜືອ “​ພວມ​ຢູ່ ​ໃນ​ເສັ້ນທາງໄປ​ສູ່ການ​ທຳລາຍ​ຕົນ​ເອງ ຖ້າ​ປະ​ເທດ​ດັ່ງກ່າວຫາກ​ບໍ່​ເຄື່ອນ​ຍ້າຍ​ໄປ​ ​ສູ່​ຫົນທາງ​ຂອງການ​ປ່ຽນ​ແປງ.

ຜູ້ຊາຍເກົາຫລີໃຕ້ຄົນໜຶ່ງ ເບິ່ງລາຍງານຂ່າວການທົດລອງລູນສອນໄຟຂອງ ເກົາຫລີເໜືອ.
ຜູ້ຊາຍເກົາຫລີໃຕ້ຄົນໜຶ່ງ ເບິ່ງລາຍງານຂ່າວການທົດລອງລູນສອນໄຟຂອງ ເກົາຫລີເໜືອ.

ບັນດາ​ຜູ້​ຊ່ຽວຊານໃນປ້ອງ​ກັນປະ​ເທດຫລາຍທ່ານ ຢູ່​ເກົາຫລີ​ໃຕ້ ​ແລະ​ນອກ​ປະ​ເທ​ດ​ໄດ້​ສະ​ແດງ​ຄວາມ​ສົງ​ໄສ​ວ່າ ​ເກົາຫລີ​ເໜືອ​ໄດ້​ພັດທະນາ​ເຄື່ອງ​ສົ່ງທີ່ສາມາດ ​ທົນທານ​ຕໍ່​ຄວາມ​ຮ້ອນ​ໄດ້ ​ໃນ​ເວລາ​ກັບ​ຄືນ​ເຂົ້າ​ມາສູ່​ບັນຍາກ​ກາດຂອງ​ໂລກ ອັນ​ເປັນ​ພາກ​ສ່ວນ​ສຳຄັນ ​ຂອງການ​ສ້າງ​ລູກສອນ​ໄຟ​ໄລຍະ​ໄກທີ່ສາມາດບັນຫາ​ຫົວ ລະ​ເບີດ​ນິວ​ເຄລຍ ທີ່​ໜ້າ​ເຊື່ອ​ຖື​ໄດ້​ນັ້ນ.


The Korean Central News Agency says Kim ordered the tests Tuesday after supervising a successful simulation of an atmospheric re-entry of a ballistic missile. KCNA says Kim gave the order "to further enhance the reliance" of the North's nuclear attack capability.

The tests, if carried out, would be in continued defiance of numerous United Nations sanctions, including a stronger new set of prohibitions approved by the U.N. Security Council earlier this month.

South Korean President Park Geun-hye responded by issuing another warning to the North during a meeting with Cabinet officials in Seoul Tuesday. ((:44))

Park Geun-hye//South Korean President ))

"North Korea will lead itself to self-destruction if it does not change and continues to make excessive provocations and confrontation with the international community."


Pyongyang has also increased its belligerent rhetoric against South Korea and the United States in recent days,as the two nations take part in an annual joint military drills. ((:13))

Multiple defense experts in South Korea and abroad have expressed doubts that North Korea has developed a a vehicle that can withstand the searing heat of re-entry into the Earth's atmosphere, a critical part of building a reliable long-range missile fleet that can carry a nuclear warhead.

XS
SM
MD
LG