ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີເໜືອວ່າ ລູກສອນໄຟຂອງຕົນ ສາມາດຍິງ ໄປໄກຮອດ ສະຫະລັດໄດ້


ລູກສອນໄຟຂອງເກົາຫຼີເໜືອ
ລູກສອນໄຟຂອງເກົາຫຼີເໜືອ
ເກົາຫຼີເໜືອເຕືອນວ່າ ລູກສອນໄຟຂອງຕົນສາມາດຍິງໄປໄກ
ເຖິງສະຫະລັດອາເມຣິກາໄດ້ 2 ມື້ຫຼັງຈາກທີ່ເກົາຫລີໃຕ້ກ່າວ
ວ່າ ຕົນໄດ້ເຊັນສັນຍາກັບກຸງວໍຊິງຕັນ ທີ່ອະນຸຍາດໃຫ້ເກົາຫຼີໃຕ້
ຂະຫຍາຍວົງລັດສະໝີຂອງລູກສອນໄຟຂີປະນາວຸດຂອງຕົນ
ອອກໄປຕື່ມນັ້ນ.

ໂຄສົກຂອງຄະນະກໍາມາທິການປ້ອງກັນຊາດຂອງເກົາຫຼີເໜືອ
ກ່າວຢູ່ໃນສື່ຕ່າງໆຂອງລັດ ໃນວັນອັງຄານມື້ນີ້ວ່າ ກຸງພຽງຢາງ
ມີ “ກໍາລັງຈະຫລວດຍຸດທະສາດ” ທີ່ສາມາດຍິງໄປເຖິງ ບໍ່ພຽງ
ແຕ່ແຜ່ນດິນໃຫຍ່ສະຫະລັດເທົ່ານັ້ນ ແຕ່ຖານທັບແຫ່ງຕ່າງໆ
ຂອງອາເມຣິກາ ຢູ່ທີ່ເກົາຫຼີໃຕ້, ຍີ່ປຸ່ນ ແລະເກາະກວາມ ນໍາ.

ມີການເຊື່ອກັນວ່າ ເກົາຫຼີເໜືອກໍາລັງພັດທະນາລູກສອນໄຟຂ້າມທະວີບ ແຕ່ວ່າ ຍັງບໍ່
ສາມາດທົດສອບຢ່າງໄດ້ຜົນເທື່ອ. ພວກນັກຊ່ຽວຊານກ່າວວ່າ ເຖິງແມ່ນກຸງພຽງຢາງ
ຈະສາມາດໂຈມຕີເກົາຫຼີໃຕ້ ແລະຫຼາຍປະເທດຮອບຂ້າງໄດ້ ແຕ່ຈະບໍ່ສາມາດຍິງມາ
ເຖິງແຜ່ນດິນໃຫຍ່ສະຫະລັດໄດ້.

ນີ້ແມ່ນເປັນການສະແດງປະຕິກິລິຍາຕອບໂຕ້ອອກມາຢ່າງເປີດເຜີຍຄັ້ງທໍາອິດຂອງ
ພຽງຢາງ ຕໍ່ການປະກາດຢູ່ກຸງໂຊລ ໃນວັນອາທິດແລ້ວນີ້ ລະຫວ່າງເກົາຫລີໃຕ້ແລະສະ
ຫະລັດ ທີ່ໄດ້ອະນຸຍາດໃຫ້ຂະຫຍາຍວົງລັດສະໝີຂອງລູກສອນໄຟຂອງ ເກົາຫລີໃຕ້
ອອກໄປ ເພື່ອປ້ອງກັນຕໍ່ການໂຈມຕີທີ່ອາດມີຂຶ້ນ ຈາກເກົາຫລີເໜືອທີ່ມີອາວຸດນິວເຄລຍນັ້ນ.
XS
SM
MD
LG