ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເກົາ​ຫລີ​ເໜືອ​ຕຳ​ນິ ສ​ຫລ ວ່າ​ເປັນ​ຜູ້​ເຮັດ​ໃຫ້ ການ​ເຈ​ລະ​ຈາ ​ປົດ​ອາ​ວຸດ​ນີວ​ເຄ​ລຍ ຢຸດ​ສະ​ງັກ​ລົງ


ທ່ານ ກິມ ຊອງ, ປະ​ທານ​ຄະ​ນະ​ຜູ້​ແທນ​ເກົາ​ຫລີ​ເໜືອ​ ກ່າວຄຳ​ປາ​​ຢູ່​ໃນ​ມື້​ສຸດ​ທ້າຍຂອງກອງ​ປະ​ຊຸມ​​ຄັ້ງທີ 74 ຂອງສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ໃນ​ວັນ​ທີ 30, 2019
ທ່ານ ກິມ ຊອງ, ປະ​ທານ​ຄະ​ນະ​ຜູ້​ແທນ​ເກົາ​ຫລີ​ເໜືອ​ ກ່າວຄຳ​ປາ​​ຢູ່​ໃນ​ມື້​ສຸດ​ທ້າຍຂອງກອງ​ປະ​ຊຸມ​​ຄັ້ງທີ 74 ຂອງສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ໃນ​ວັນ​ທີ 30, 2019

ເກົາ​ຫລີ​ເໜືອ​ກ່າວໃນ​ວັນ​ຈັນ​ວານນີ້​ວ່າ ຄວາມ​ເຄັ່ງ​ຕຶງກັບ​ສະ​ຫະ​ລັດຍັງ​ສູງ​ຢູ່ ແລະ​ການ​ໃຊ້ວິ​ທີ​ການ​ທູດແມ່ນໄດ້​ຮັບ​ຜົນ​ສຳ​ເລັດ​ພຽງ​ແຕ່​ໜ້ອຍ​ດຽວ, ໃນ​ນຶ່ງ​ປີ ພາຍ​ຫລັງ​ທີ່​ມີ​ກອງ​ປະ​ຊຸມ​ສຸດຍອດແບບເປັນ​ປະ​ຫວັດ​ການ​ລະ​ຫວ່າງ​ສອງ​ປະ​ເທດ​ທີ່​ເປັນ​ປໍ​ລະ​ປັກ​ກັນ​ເປັນ​ຕົ້ນ​ມາ.

"ການ​ພົວ​ພັນ​ລະ​ຫວ່າງ​ສາ​ທາ​ລະ​ນ​ະ​ລັດ​ປະ​ຊາ​ຊົນ​ເກົາ​ຫລີ ຫລື DPRK ແລະ​ສະ​ຫະ​ລັດເທົ່າ​ທີ່​ຜ່ານ​ມາ​ແມ່ນ​ມີ​ຄວາມ​ກ້າວ​ໜ້າ​ພຽງ​ໜ້ອຍ​ດຽວ ແລະ​ສະ​ພາບ​ການ​ໃນ​ແຫລມ​ເກົາ​ຫລີ​ແມ່ນ​ຍັງ​ບໍ່​ທັນ​ໄດ້​ອອກ​ມາ​ຈາກວົງ​ວຽນ​ແຫ່ງຄວາມ​ເຄັ່ງ​ຕຶງ ທີ່​ເພີ້ມ​ທະ​ວີ​ຄວາມ​ຮ້າຍ​ແຮງໄດ້​ເທື່ອ," ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານກິມ ຊອງ, ເອກ​ອັກ​ຄະ​ລັດ​ຖະ​ທູດ​ເກົາ​ຫລີ​ເໜືອ​ທີ່​ກ່າວ​ຢູ່​ໃນ​ມື້​ສຸດ​ທ້າຍຂອງກອງ​ປະ​ຊຸມສົນ​ທະ​ນາ​ກັນ​ປະ​ຈຳຂອງ​ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ.

ທ່ານ ກິມ​ກ່າວ​ເຖິງ​ການ​ເປີດ​ການ​ເຈ​ລະ​ຈາ​ສອງ​ຝ່າຍຄືນ​ວ່າ “ພວກ​ເຮົາ​ໄດ້​ສະ​ແດງ​ອອກ​ເຖິງ​ຄວາມ​ຍິນ​ດີ​ທີ່​ຈະ​ນັ່ງ​ລົງສົນ​ທະ​ນາ​ກັບ​ສະ​ຫະ​ລັດ​ຢ່າງ​ຮອບ​ດ້ານ​ກ່ຽວ​ກັບ​ບັນ​ຫາທີ່​ພວກ​ເຮົາໄດ້​ຕັ້ງ​ໃຈ​ໄວ້​ແລ້ວ.”

ທ່ານກິມຕຳ​ໜິ​ວ່າ “ການ​ເກາະ​ຜິດ​ທາງ​ການ​ເມືອງ ແລະ​ການ​ທະ​ຫານ” ຂອງ​ອາ​ເມ​ຣິ​ກາ​ເຮັດ​ໃຫ້​ການ​ເຈລະ​ຈາ​ກັນ​ຢຸດ​ສະ​ງັກ​ລົງ ແລະ​ໄດ້​ຮຽກ​ຮ້ອງ​ໃຫ້​ວໍ​ຊິງ​ຕັນ​ຊອກ​ຫາ​ວິ​ທີ​ທາງ​ໃໝ່.

ເຖິງ​ແມ່ນ​ວ່າ ຈະ​ມີ​ສິ່ງ​ທີ່​ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ​ເວົ້າ​ທີ່​ວ່າ ​ສາຍ​ສຳ​ພັນ​ໃນ​ແງ່​ດີ​ກັບ​ຜູ້​ນຳ​ເກົາ​ຫລີ​ເໜືອ, ທ່ານ ກິມ ຈົງ ອຶນ ກໍ​ຕາມ ລັດ​ຖະ​ບານ​ຂອງ​ທ່ານ ແມ່ນ​ຍັງ​ຮັກ​ສານະ​ໂຍ​ບາຍ "ທຳ​ການ​ກົດ​ດັນ​ສຸດຂີດ" ຕໍ່​ເກົາ​ຫລີ​ເໜືອ, ທີ່​ສະ​ໜັບ​ສະ​ໜຸນ​ໃຫ້ມີ​ມາດ​ຕະການ​ລົງ​ໂທດທາງ​ເສດ​ຖະ​ກິດ​ຂອງ​ສາ​ກົນຢ່າງ​ໜັກຈົນ​ກວ່າ​ວ່າ ພຽງ​ຢາງ​ຈະ​ມີ​ຄວາມ​ກ້າວ​ໜ້າ​ໄປໃນ​ການ​ປົດ​ອາ​ວຸດ​ນິວ​ເຄ​ລຍ​ຢ່າງ​ສິ້ນ​ເຊີງ, ແບບພິສູດໄດ້ ແລະ​ບໍ່​ສາ​ມາດ​ຕ່າວ​ປີ້ນຄືນ​ໄດ້.

ການ​ເຈ​ລະ​ຈາ​ລະ​ຫວ່າງ​ສະ​ຫະ​ລັດ ກັບ​ເກົາ​ຫລີ​ເໜືອ​ໄດ້​ຢຸ​ສະ​ງັກ​ລົງ​ພາຍ​ຫລັງ​ທີ່ ມີ​ກອງ​ປະ​ຊຸມ​ສຸດຍອດ​ຄັ້ງ​ທີ 2 ລະ​ຫວ່າງທ່ານ​ກິມ ກັບ​ທ່ານ​ທ​ຣຳ ສິ້ນ​ສຸດ​ລົງ​ໂດຍ​ປາດ​ສະ​ຈາກ​ຂໍ້​ຕົກ​ລົງ​ໃດໆ. ທ່ານ​ກິມ​ຮຽກ​ຮ້ອງ​ໃຫ້​ຜ່ອນ​ຜັນ​ການ​ລົງ​ໂທດ ເພື່ອ​ແລກ​ປ່ຽນ​ກັບ​ການ​ທັບ​ມ້າງ​ໂຄງ​ການ​ອາ​ວຸດ​ນິວ​ເຄ​ລຍ​ຂອງ​ທ່ານ. ສ່ວນ ທ່ານທ​ຣຳ ກັບ​ຢາກ​ໃຫ້​ບັນ​ລຸຂໍ້​ຕົກ​ລົງ​ກັນໃນຫລາຍຢ່າງ​ກວ່ານັ້ນ​ຫລາຍ.

​ເກົາ​ຫລີ​ເໜືອໄດ້​ທຳ​ການ​ທົດ​ລອງ​ຍິງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດໄລ​ຍະ​ສັ້ນ 10 ຄັ້ງ ແລ້ວ ນັບ​ແຕ່​ຕົ້ນ​ເດືອນ​ພຶດ​ສະ​ພາ​ເປັນ​ຕົ້ນ​ມາ. ທ່ານ ທ​ຣຳ ບໍ່ໄດ້ສົນ​ໃຈ​ນຳການ​ທົດ​ລອງ​ດັ່ງ​ກ່າວ ໂດຍ​ເວົ້າ​ວ່າ ທ່ານບໍ່​ມີ​ບັນ​ຫາ​ຫຍັງ​ຕໍ່​ການ​ຍິງ​ລູກ​ສອນ​ໄຟ​ໄລ​ຍະ​ສັ້ນ. ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ຫລາຍ​ລູກ​ຢູ່​ໃນ​ໄລ​ຍະ​ສັ້ນ​ນັ້ນ ກໍ​ບໍ່​ໄດ້​ຢູ່​ໃນ​ຂະ​ໜາດ​ທີ່​ປະ​ເມີນໄວ້ນັ້ນເລີຍ.

ຢູ່​ໃນ​ຄຳ​ປາ​ໄສ​ຂອງ​ທ່ານ​ໃນ​ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໃນ​ອາ​ທິດ​ແລ້ວນີ້ ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ເອີ່ຍ​ເຖິງ​ເກົາ​ຫລີ​ເໜືອ​ພຽງ​ແຕ່​ໜ້ອຍ​ດຽວ ໂດຍ​ເວົ້າ​ວ່າປ​ະ​ເທດ​ດັ່ງ​ກ່າວ​ເປັນ​ປະ​ເທດ​ທີ່ "ເຕັມ​ໄປ​ດ້ວຍ​ຄວາມ​ອາດ​ສາ​ມາດ​ໃນ​ການ​ພັດ​ທະ​ນາ​ທີ່​ຍັງ​ບໍ່​ທັນ​ໄດ້​ຖືກ​ຄົ້ນ​ຂຶ້ນ​ມາເທື່ອ ແຕວ່າ ຢາກ​ເຮັດ​ໃຫ້ໄດ້​ແນວນັ້ນ​ເກົາ​ຫລີ​ເໜືອຕ້ອງ​ໄດ້​ປົດ​ອາ​ວຸດ​ນິວ​ເຄ​ລຍ​ສາ​ກ່ອນ."

ອ່ານຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG