ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເກົາ​ຫຼີ​ເໜືອ ປະ​ນາມ​ທ່ານ​ບາຍ​ເດີນ​ວ່າມີ “ຄວາມ​ສະ​ຫຼາດຕ່ຳ​”


ອະ​ດີດ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ແລະ​ຜູ້​ສະ​ໝັກຈາກ​ພັກ​ເດ​ໂມ​ແຄ​ຣັດ ທ່ານ​ໂຈ ບາຍ​ເດີນ ວັນ​ທີ 1 ພຶດ​ສະ​ພາ 2019 ທີ່ເມືອງເດມອຍ ລັດ​ໄອ​ໂອ​ວາ.
ອະ​ດີດ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ແລະ​ຜູ້​ສະ​ໝັກຈາກ​ພັກ​ເດ​ໂມ​ແຄ​ຣັດ ທ່ານ​ໂຈ ບາຍ​ເດີນ ວັນ​ທີ 1 ພຶດ​ສະ​ພາ 2019 ທີ່ເມືອງເດມອຍ ລັດ​ໄອ​ໂອ​ວາ.

ສື່​ລັດ​ຖະ​ບານ​ເກົາ​ຫຼີ​ເໜືອ ໄດ້​ວິ​ຈານ​ ທ່ານໂຈ ບາຍ​ເ​ດິນ ຢ່າງ​ຮຸນ​ແຮງວ່າ “ໂງ່​ຈ້າ” ແລະ
“ຄວາມ​ສະ​ຫຼາດຕ່ຳ​” ໃນ​ວັນ​ພຸດ​ມື້​ນີ້, ເປັນ​ຄຳ​ເວົ້າ​ເທື່ອ​ທຳ​ອິດ​ຂອງ​ພຽງ​ຢາງ ​ກ່ຽວ​ກັບ
ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ​ປີ 2020.

ຄວາມ​ເຫັນ​ທີ່ໄດ້​ກ່າວໃນອົງ​ການ​ຂ່າວ​ສູນ​ກາງ ຂອງ​ລັດ​ຖະ​ບານ ເກົາ​ຫຼີ​ເໜືອ KCNA
ນັ້ນໄດ້​ຕິ​ຕຽນ​ທ່ານ ບ​າຍ​ເດັນ ສຳ​ລັບ​ການອ້າງ​ເຖິງ​ຜູ້​ນຳ​ ເກົາຫຼີ​ເໜືອ ທ່ານ ກິມ ຈົງ ອຶນ
ວ່າ​ເປັນ​ນັກ​ເລງ ແລະ ຜູ້​ຜະ​ເດັດ​ກ​ານ.

​ອົງ​ການ​ຂ່າວ KCNA ໄດ້ກ່າວດ້ວຍ​ການ​ໃຊ້​ຊື່​ຫຍໍ້ຢ່າງ​ເປັນ​ທາງ​ການ​ຂອງ ເກົາ​ຫຼີ​ເໜືອ
ວ່າ “ທ່ານ​ ບາຍ​ເດັນ ໄດ້​ໃຊ້​ຄຳ​ເວົ້າ​ໃສ່​ຮ້າຍ​ຜູ້​ນຳ​ສູງ​ສຸດ​ຂອງ ສ​ປ​ປ ເກົາຫຼີ. ສິ່ງທີ່​ທ່ານ
​ກ່າວ​ອອກ​ມານັ້ນ ແມ່ນ​ການ​ໂຕ້​ແຍ້ງ​ດ້ວຍ​ອ້າງ​ເຫດ​ຜົນ​ທີ່​ຜິດ ຂອ​ງ​ຄົນ​ໂງ່​ໝົດ​ຄວາມ​ສາ​
ມາດ ລະ​ດັບ​ຊັ້ນ​ປະ​ຖົ​ມ ໃນ​ຖາ​ນະ​ມະ​ນຸດ​ຄົນ​ນຶ່ງ, ບໍ່​ຕ້ອງ​ເອີ່ຍ​ເຖິງວ່າ​ເປັນ​ນັກ​ການ
​ເມືອງ​ເລີຍ.”

ອະ​ດີດ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ແລະ​ຜູ້​ສະ​ໝັກ​ພັກ​ເດ​ໂມ​ແຄ​ຣັດ ທ່ານ​ໂຈ ບາຍ​ເດີນ ກຳ​ລັງ​ໂຄ​ສະ​ນາ​ຫາ​ສຽງ ທີ່​ນະ​ຄອນ​ຟີ​ລາ​ແດ​ລ​ເຟຍ ລັດ​ເ​ພັນ​ຊິ​ລ​ເວ​ເນຍ ວັນ​ທີ 18 ພຶດ​ສະ​ພາ 2019.
ອະ​ດີດ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ແລະ​ຜູ້​ສະ​ໝັກ​ພັກ​ເດ​ໂມ​ແຄ​ຣັດ ທ່ານ​ໂຈ ບາຍ​ເດີນ ກຳ​ລັງ​ໂຄ​ສະ​ນາ​ຫາ​ສຽງ ທີ່​ນະ​ຄອນ​ຟີ​ລາ​ແດ​ລ​ເຟຍ ລັດ​ເ​ພັນ​ຊິ​ລ​ເວ​ເນຍ ວັນ​ທີ 18 ພຶດ​ສະ​ພາ 2019.

ຖະ​ແຫຼງ​ການ​ບໍ່​ໄດ້​ຕາງ​ໜ້າ​ທີ່ເປັນ​ທາງ​ການ​ເຫັນ​ພ້ອມ​ໃຫ້​ແກ່​ທ່ານ​ທ​ຣຳ ສື່​ເກົ​າ​ຫຼີ​ເໜືອ​
ມັກ​ຈະ​ປະ​ນາມ​ໃສ່​ບັນ​ດາ​ຜູ້​ນຳ​ໂລກ ຜູ້​ທີ່​ຕິ​ຕຽນ​ບັນ​ດາ​ສະ​ມາ​ຊິກ​ປົກ​ຄອງ​ຄອບ​ຄົວ​
ທ່ານ​ກິມ.

ທ່ານ​ແລັຟ-ເອ​ຣິກ ອິ​ສ​ເລ ສາ​ສ​ດາ​ຈານ​ທີ່ ມະ​ຫາ​ວິ​ທະ​ຍາ​ໄລ​ອໍ​ຫາ ໃນ​ນະ ​ຄອ​ນໂຊລ
ກ່າວ​ວ່າ “ອັນ​ທີ່​ໜ້າ​ສົນ​ໃຈ​ເວ​ລາ​ນີ້​ກໍ​ຄື ຊາວ​ເກົາ​ຫຼີ​ເໜືອ ອາ​ດ​ຈະ​ໂຈມ​ຕີ​ຜູ້​ທີ່​ເປັນ​ຂູ່​ແຂ່ງ
​ຂອງ​ທ່ານ​ທ​ຣຳ ເພື່ອ​ໃຫ້​ຜິດ​ຖຽງ​ກັນ​ກັບ​ປະ​ທາ​ນາ​ທິ​ບໍ​ດີ.”

ການ​ຢັ່ງ​ສຽງ​ເນັ້ນ​ໜັກ​ວ່າ ທ່ານ​ບາຍ​ເດິນ ນຳ​ໜ້າ​ບັນ​ດາ​ຄູ່​ແຊ່ງ​ໃນ​ພັກ​ເດ​ໂມ​ແຄ​ຣັດ
ພ້ອມ​ດ້ວບ​ທ່ານ​ທ​ຣຳ​ໃນ​ການ​ເຂ່ງ​ຂັນ​ປີ 2020.

ອ່​ານ​ຂ່າວ​ນີ້​ເພີ້ມ​ເປັນ​ພ​າ​ສາ​ອັງ​ກິດ

XS
SM
MD
LG