ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເກົາຫຼີເໜືອ ກ່າວວ່າ ມາດຕະການ ລົງໂທດ ສປຊ ແມ່ນການກະທຳ ທີ່ນຳໄປສູ່ ສົງຄາມ


ທະຫານ ເກົາຫຼີເໜືອ ເດີນຂະບວນ ໃນລະຫວ່າງການຢ້ຽມຢາມ
ໝູ່ບ້ານເຂດຊາຍແດນ ປານມຸນຈົມ ໂດຍລັດຖະມົນຕີປ້ອງ
ກັນປະເທດ ອອສເຕຣເລຍ ທ່ານ ມາຣີສ໌ ເພນ ແລະ ລັດຖະມົນ
ຕີການຕ່າງປະເທດທ່ານນາງ ຈູລີ ບິສຊັອບ ທີ່ເມືອງ ປາຈູ, ປະເທດ ເກົາຫຼີໃຕ້. 12 ຕຸລາ, 2017.
ທະຫານ ເກົາຫຼີເໜືອ ເດີນຂະບວນ ໃນລະຫວ່າງການຢ້ຽມຢາມ ໝູ່ບ້ານເຂດຊາຍແດນ ປານມຸນຈົມ ໂດຍລັດຖະມົນຕີປ້ອງ ກັນປະເທດ ອອສເຕຣເລຍ ທ່ານ ມາຣີສ໌ ເພນ ແລະ ລັດຖະມົນ ຕີການຕ່າງປະເທດທ່ານນາງ ຈູລີ ບິສຊັອບ ທີ່ເມືອງ ປາຈູ, ປະເທດ ເກົາຫຼີໃຕ້. 12 ຕຸລາ, 2017.

ກະຊວງການຕ່າງປະເທດຂອງ ເກົາຫຼີເໜືອ ໄດ້ເອີ້ນມາດຕະການລົງໂທດຄັ້ງຫຼ້າສຸດ
ຂອງອົງການສະຫະປະຊາຊາດວ່າ “ການກະທຳທີ່ນຳໄປສູ່ສົງຄາມ” ແລະ ມີຜົນເທົ່າ
ກັບການກີດກັ້ນທາງເສດຖະກິດຢ່າງສິ້ນເຊີງ.”

ໃນຖະແຫຼງການສະບັບນຶ່ງດຳເນີນໂດຍອົງການຂ່າວລັດຖະບານ ເກົາຫຼີເໜືອ KCNA,
ໂຄສົກຂອງກະຊວງດັ່ງກ່າວ ເວົ້າວ່າ “ພຽງຢາງ “ຄັດຄ້ານມະຕິດັ່ງກ່າວ ຢ່າງບໍ່ມີເງື່ອນ
ໄຂ,” ເຊິ່ງເຂົາເຈົ້າເວົ້າວ່າ ແມ່ນຜົນຂອງພວກກໍ່ການຮ້າຍ ສະຫະລັດ ຕໍ່ຄວາມສຳເລັດ
ຂອງໂຄງການ ນິວເຄລຍ ແລະ ລູກສອນໄຟຂອງເຂົາເຈົ້າ.

ສະພາຄວາມໝັ້ນຄົງໄດ້ຕົກລົງກັນຢ່າງເປັນເອກະສັນ ໃນວັນສຸກທີ່ຜ່ານມາວ່າ ຈະວາງ
ມາດຕະການລົງໂທດອີກຮອບນຶ່ງຕໍ່ ເກົາຫຼີເໜືອ, ແນເປົ້າໝາຍໃສ່ພາກສ່ວນຕ່າງໆທີ່
ສະໜັບສະໜູນໂຄງການອາວຸດຜິດກົດໝາຍຂອງເຂົາເຈົ້າ.

ທູດ ສະຫະລັດ ປະຈຳອົງການສະຫະປະຊາຊາດທ່ານນາງ ນິກກີ ເຮລີ ໄດ້ກ່າວໂດຍ
ອີງໃສ່ຜູ້ນຳ ເກົາຫຼີເໜືອ ທ່ານ ຄິມ ຈອງ ອຶນ ວ່າ “ດັ່ງທີ່ພວກເຮົາມີໃນອະດີດ, ພວກ
ເຮົາຈະສືບຕໍ່ ຕ້ານທາງເລືອກໃນການກະທຳຮຸນແຮງຂອງລະບອບການປົກຄອງ ຄິມ
ດ້ວຍການປະຕິບັດການຕ່າງໆ ຂອງມາດຕະການລົງໂທດສາກົນ.”

ຖະແຫຼງການຈາກ ເກົາຫຼີເໜືອ ໃນວັນອາທິດມື້ນີ້ ໄດ້ທ້າທາຍ ຕໍ່ການຢືນຢັນດັ່ງກ່າວວ່າ
“ຖ້າ ສະຫະລັດ ປາຖະໜາທີ່ຈະດຳລົງຊີວິດຢູ່ຢ່າງປອດໄພ, ເຂົາເຈົ້າຕ້ອງປະຖິ້ມນະ
ໂຍບາຍທີ່ມຸ່ງຮ້າຍຂອງເຂົາເຈົ້າ. ແລະ ຮຽນຮູ້ທີ່ຈະຢູ່ຮ່ວມກັນກັບປະເທດທີ່ມີອາວຸດ
ນິວເຄລຍ.”

ເຂົາເຈົ້າຍັງໄດ້ກ່າວວ່າ ບັນດາປະເທດຕ່າງໆທີ່ສະໜັບສະໜູນມະຕິມາດຕະການລົງ
ໂທດນັ້ນຈະ “ຕ້ອງຮັບຜິດຊອບສຳລັບຜົນທີ່ຕາມມາຢ່າງສິ້ນເຊີງ,” ແລະ ພຽງຢາງ ຈະ
ຮັບປະກັນວ່າ “ເຂົາເຈົ້າຈະໄດ້ຮັບກຳຕະຫຼອດໄປ.”

ມະຕິສະບັບໃໝ່ ໄດ້ຖືກຮ່າງຂຶ້ນ ໃນກອງປະຊຸມສາມຮອບທຳອິດ ກ່ຽວກັບ ມາດຕະ
ການລົງໂທດທີ່ຈະປະຕິບັດຕໍ່ ພຽງຢາງ ໃນປີນີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG