ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫລີເໜືອ ​ທົດ​ລອງ ຈະ​ຫຼວດ​ຕໍ່​ຕ້ານ​ກຳປັ່ນ ຊະນິດໃໝ່


NOKOR MISSILE TEST VO
please wait
Embed

No media source currently available

0:00 0:00:32 0:00

ສື່​ມວນຊົນ​ຂອງທາງການເກົາຫລີ​ເໜືອ ລາຍງານໃນວັນເສົາມື້
ນີ້ວ່າ ຕົນໄດ້​ທົດ​ລອງຈະ​ຫລວດ​ສະຫລຽວສະ​ຫລາດ​ຕໍ່ຕ້ານ​ກຳ
​ປັ່ນຊະນິດໃໝ່ ທີ່​ຈະ​ນຳ​ອອກ​ໃຊ້​ຢູ່​ທົ່ວ​ກອງທັບ​ເຮືອຂອງຕົນ.

ອົງການຂ່າວສູນກາງຂອງທາງການເກົາຫລີເໜືອ ລາຍງານວ່າ
ການ​ຊ້ອມ​ລົບ ໄດ້​ມີຂຶ້ນໂດຍກອງກຳ​ປັ່ນ​ລົບ ໃນເຂດທະເລຕາ
ເວັນອອກຂອງ​ເກົາ​ຫລີ​ເໜືອ​ແລະຕິດຕາມ​ສັງ​ເກດ​ການ​ໂດຍຜູ້
ນຳ​ຂອງປະເທດ ທ່ານ Kim Jong Un. ລາຍ​ງານຂ່າວ ​ບໍ່​ໄດ້​
ແຈ້ງໃຫ້ຊາບກ່ຽວກັບສະຖານ​ທີ່ ​ແລະ​ວັນ​ເວລາ.

ນັກ​ຂ່າວ KRT ຂອງເກົາຫລີເໜືອກ່າວ​ວ່າ “ສະຫາ​ຍທີ່​ນັບຖື
ທ່ານ Kim Jong Un ​ໄດ້​ເບິ່ງ​ການ​ຍິງ​ທົດ​ລອງ ​ຈະ​ຫລວດຕໍ່​ຕ້ານ​ກຳປັ່ນຊະນິດ ທີ່ຈະສົ່ງ
ເຂົ້າປະຈຳການ ​ຢູ່ຕາມໜ່ວຍ​ຕ່າງໆຂອງກອງທັບ​ເຮືອ​ປະຊາຊົນ​ເກົາຫລີ.”

ເຖິງ​ແມ່ນ​ວ່າ ​ໄດ້​ມີ​ການຖືກ​ລົງ​ໂທດ​ໜັກ ຈາກ​ປະຊາ​ຄົມນາ​ໆ​ຊາດ ​ເກົາຫລີ​ເໜືອ ​ຍັງສືບຕໍ່
ຊຸກຍູ້​ໃຫ້​ມີ​ການ​ພັດທະນາລູກສອນໄຟຂີ​ປະ​ນາ​ວຸດ​ ແລະ​ຈະ​ຫລວດຊະນິດ ໃໝ່ຕ່າງໆ.

North Korea has tested a new intelligent anti-ship rocket to be deployed across its navy, state media said Saturday.

The exercise was carried out by the North's East Sea fleet and monitored by leader Kim Jong Un, Pyongyang's official Korean Central News Agency reported.The report did not give a location or date.

"Respected comrade Kim Jong Un watched a test-firing of new type of anti-ship rocket to be equipped at Korean People's Army naval units.''

Despite heavy sanctions imposed by the international community, North Korea has pushed for the development of new ballistic missiles and rockets.

XS
SM
MD
LG