ວັນອາທິດວານນີ້ ເກົາຫຼີເໜືອ ໄດ້ທົດລອງການຍິງລູກສອນໄຟ
ຂີປະນາວຸດໄລຍະໃກ້ຈຳນວນ 3 ລູກ ເຂົ້າໄປໃນທະເລຍີ່ປຸ່ນ, ພຽງໜຶ່ງອາທິດຫຼັງຈາກທີ່ໄດ້ອ້າງວ່າຕົນປະສົບຜົນສຳເລັດໃນການ
ທົດລອງຍິງລູກສອນ ໄຟຂີປະນາວຸດຕິດເຮືອດຳນ້ຳ.
ກະຊວງປ້ອງກັນປະເທດຂອງ ເກົາຫຼີໃຕ້ ກ່າວວ່າ ເກົາຫຼີເໜືອໄດ້ຍິງລູກສອນໄຟ KN-01 ສາມລູກ ຈາກເມືອງ Wonsan ທີ່ເຂດຊາຍແດນທາງພາກຕາເວັນອອກ ປະມານ 7 ໂມງ 30 ຕອນເຊົ້າ ຕາມເວລາສາກົນ.
ພວກເຂົາກ່າວວ່າ ລູກສອນໄຟບິນໄປໄກປະມານ 100 ກິໂລແມັດ ແລະ ໄດ້ຕົກລົງໃສ່ທະເລ.
ການທົດລອງນີ້ແມ່ນຄັ້ງຫຼ້າສຸດຕັ້ງແຕ່ Pyongyang ໄດ້ຍິງລູກສອນໄຟໄລຍະໄກຕ້ານເຮືອຮົບ ສາມລູກໃນວັນທີ 9 ເດືອນພຶດສະພາທີ່ຜ່ານມາ.
ສະຫະລັດ ກ່າວວ່າ ການຍິງດັ່ງກ່າວແມ່ນ “ການລະເມີດຢ່າງຊັດເຈນ” ຕໍ່ມັດຕິສະພາຄວາມ ໝັ້ນຄົງສະຫະປະຊາຊາດ. ເກົາຫຼີເໜືອແມ່ນຢູ່ໃນລະຫວ່າງການຖືກລົງໂທດຂອງສະຫະປະຊາຊາດ ຫ້າມພວກເຂົາບໍ່ໃຫ້ຜະລິດ ຫຼື ໃຊ້ເທັກໂນໂລຈີລູກສອນໄຟຂີປະນາວຸດ.
ເກົາຫຼີເໜືອ ແມ່ນຢູ່ພາຍໃຕ້ການກົດດັນເພີ້ມຂຶ້ນຈາກການລົງໂທດຂອງ ນາໆຊາດ ກ່ຽວພັນກັບໂຄງການນິວເຄຼຍ ແລະ ຂີປະນາວຸດ.