ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເກົາຫຼີເໜືອ ປະກາດ ແຜນການ ສົ່ງດາວທຽມ ໃນເດືອນໜ້າ


ການຍິງລູກສອນໄຟ Musudan-ri ຂອງເກົາຫຼີເໜືອ ໃນເດືອນເມສາ ປີ 2009
ການຍິງລູກສອນໄຟ Musudan-ri ຂອງເກົາຫຼີເໜືອ ໃນເດືອນເມສາ ປີ 2009

ເກົາຫຼີ​ເໜືອ​ກ່າວ​ວ່າ ຕົນ​ຈະ​ໃຊ້​ລູກ​ຈະ​ຫຼວດໄລຍະ​ໄກ​ເພື່ອ​ສົ່ງ​ດາວ​ທຽມ​ຂຶ້ນສູ່​ອະວະ​ກາດ​ໃນ
ເດືອນ​ໜ້ານີ້ ​ເພື່ອ​ເປັນກຽດເນື່ອງ​ໃນ​ໂອກາດ​ວັນ​ເກີດ​ຄົບຮອບ 100 ປີ​ຂອງ​ມື້ລາງ​ປະທານ
ປະ​ເທດ​ກິມ ອິລ ຊຸງ ຊຶ່ງ​ກົງ​ກັບ​ວັນ​ທີ 15 ​ເມສາ.

ໃນ​ຖະ​ແຫຼງການ​ສະບັບ​ນຶ່ງ​ທີ່​ນຳ​ອອກ​ເຜີຍ​ແຜ່​ໂດຍ​ສື່​ມວນ​ຊົນ​ຂອງ​ທາງ​ການ​ເກົາຫຼີ​ເໜືອ​ນັ້ນ ​
ໂຄສົກ​ຂອງ​ຄະນະ​ກຳມະການ​ເທັກ​ໂນ​ໂລ​ຈີ​ອະວະກາດ​ຂອງ​ເກົາຫຼີ​ເໜືອ​ກ່າວ​ວ່າ ຈະ​ມີ​ການ​
ຍິງລູກ​ຈະ​ຫຼວດໄລຍະ​ໄກ Unha-3 ​ເພື່ອ​ນຳ​ເອົາ​ດາວທຽມ​ສັງ​ເກດ​ການ ທີ່ສ້າງ​ໂດຍ​ເກົາຫຼີ​
ເໜືອ​ເອງຂຶ້ນສູ່​ວົງ​ໂຄຈອນ​ອ້ອມ​ໂລກ.

ເກົາຫຼີ​ໃຕ້​ເອີ້ນການ​ຍິງ​ຈະ​ຫຼວດ​ຂອງ​ເກົາຫຼີ​ເໜືອ​ໃນ​ຄັ້ງນີ້ວ່າ ​ເປັນ​ການລະ​ເມີດຢ່າງ​ຈະ​ແຈ້ງ​ຕໍ່​
ມະຕິ 1874 ຂອງ​ສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ ຊຶ່ງ​ຫ້າມ​ບໍ່​ໃຫ້​ມີ​ການຍິງ​
ທຸກ​ຢ່າງ​ທີ່​ໃຊ້​ເທັກ​ໂນ​ໂລ​ຈີລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ. ກະຊວງ​ການ​ຕ່າງປະ​ເທດ​ເກົາຫຼີ​ໃຕ້​ກ່າວ
ວ່າ ການ​ຍິງ​ຈະຫຼວດຂອງ​ເກົາຫຼີ​ເໜືອຈະ​ເປັນ​ການ​ທ້າ​ທາຍ​ຢ່າງ​ຮ້າຍ​ແຮງທີ່ຂົ່ມຂູ່ຕໍ່​ສັນຕິພາບ
ແລະ​ຄວາມ​ໝັ້ນຄົງຢູ່​ໃນແຫຼມ​ເກົາຫຼີ​ແລະ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ເໜືອ.

ສ່ວນ​ຍີ່​ປຸ່ນກໍ​ໄດ້​ສະ​ແດງ​ປະຕິກິຣິຍາ ​ໂດຍ​ທີ່​ໂຄສົກ​ຂອງ​ລັດຖະບານ​ຍີ່ປຸ່ນ ທ່ານ Noriyuki
Shikata ກ່າວ​ຕໍ່​ວີໂອ​ເອວ່າ ​ໂຕ​ກຽວ​ພວມ​ຕອບ​ໂຕ້​ໂດຍ​ການ​ຮ່ວມ​ມືຢ່າງ​ໃກ້ຊິດ​ກັບ​ບັນດາ​
ລັດຖະບານ​ກ່ຽວຂ້ອງຮວມທັງ​ສະຫະລັດ​ແລະ​ເກົາຫຼີ​ໃຕ້​ນຳ.

ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ຮຽກຮ້ອງ​ໃຫ້​ເກົາຫຼີ​ເໜືອ​ຢຶດໝັ້ນ​ໃນ​ພັນທະນາໆ​ຊາດ​
ຂອງ​ຕົນ ຮວມທັງ​ມະຕິ​ທັງ​ໝົດ​ທີ່​ກ່ຽວຂ້ອງ​ ຂອງ​ສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​
ຊາດ. ທ່ານ​ນາງ Victoria Nuland ​ໂຄສົກ​ກະຊວງ​ການຕ່າງປະ​ເທດ​ສະຫະລັດ​ກ່າວໃນ
ຕອນ​ເຊົ້າຂອງ​ວັນ​ສຸກ​ມື້ນີ້ວ່າວໍ​ຊິງ​ຕັນ​ພວກ​ປຶກສາຫາລື​ຢ່າງ​ໃກ້ຊິດ​ກັບປະ​ເທດ​ພາຄີ​ນາໆ​ຊາດ​
ອື່ນໆກ່ຽວ​ກັບ​ການ​ເອົາ​ບາດກ້າວ​ໃນຂັ້ນຕໍ່​ໄປ.

ການຍິງ​ຈະ​ຫຼວດດັ່ງກ່າວ​ຂອງ​ເກົາຫຼີ​ເໜືອ​ຈະ​ມີ​ຂຶ້ນ 3 ປີຫຼັງຈາກ​ໄດ້​ມີ​ການ​ຍິງ​ໃນທຳນອງ​ດຽວ​
ກັນ​ໃນ​ເດືອນ​ເມສາ​ປີ 2009 ຊຶ່ງໄດ້​ຮັບ​ການ​ປະນາມ​ຢ່າງ​ກວ້າງຂວາງວ່າ​ໃຊ້​ເພື່ອ​ປິດ​ບັງ​ການ
ທົດ​ລອງ​ເທັກ​ໂລ​ໂລ​ຈີ​ລູກ​ສອນ​ໄຟ​ໄລຍະ​ໄກ​ຂອງ​ເກົາຫຼີ​ເໜືອ.

ພຽງ​ຢາງ​ໄດ້​ຕົກລົງ​ໃນ​ເດືອນ​ແລ້ວນີ້ວ່າ ຈະ​ໂຈະ​ການ​ທົດ​ລອງ​ລູກ​ສອນ​ໄຟ​ໄລຍະ​ໄກ​ໃນ​ຖານະ
ທີ່​ເປັນ​ພາກສ່ວນ​ນຶ່ງ​ ຂອງ​ຂໍ້​ຕົກລົງທີ່​ສະຫະລັດ ​ຈະ​ໃຫ້ການ​ຊ່ອຍເຫຼືອທາງ​ດ້ານ​ອາຫານ​ການ
ກິນ 240,000 ​ໂຕນ​ແກ່​ເກົາຫຼີ​ເໜືອ​ນັ້ນ.

XS
SM
MD
LG