ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ເກົາຫຼີເໜືອ ກ່າວວ່າ ທ່ານກິມ ຈົງ ອຶນ ໄດ້ຊີ້ນຳ ການທົດລອງ ຍິງລູກສອນໄຟ ICBM ຊະ​ນິດໃໝ່ ທີ່​ມີ​ຂະ​ໜາດ 'ໃຫຍ່ແທ້ໆ'


ຜູ້ນຳເກົາຫຼີເໜືອ ກິມ ຈົງ ອຶນ ຍ່າງໄປຈາກ ສິ່ງທີ່ສື່ມວນຊົນຂອງທາງການ ລາຍງານວ່າ ເປັນລູກສອນໄຟຂີປະນາວຸດຂ້າມທະວີບ (ICBM) "ປະເພດໃໝ່" ໃນພາບທີ່ບໍ່ໄດ້ລະບຸວັນເວລາ ທີ່ໄດ້ຖືກເປີດເຜີຍໃນວັນທີ 24 ມີນາ 2022, ໂດຍອົງການສູນກາງຂ່າວຂອງເກົາຫຼີເໜືອ ຫຼື (KCNA).
ຜູ້ນຳເກົາຫຼີເໜືອ ກິມ ຈົງ ອຶນ ຍ່າງໄປຈາກ ສິ່ງທີ່ສື່ມວນຊົນຂອງທາງການ ລາຍງານວ່າ ເປັນລູກສອນໄຟຂີປະນາວຸດຂ້າມທະວີບ (ICBM) "ປະເພດໃໝ່" ໃນພາບທີ່ບໍ່ໄດ້ລະບຸວັນເວລາ ທີ່ໄດ້ຖືກເປີດເຜີຍໃນວັນທີ 24 ມີນາ 2022, ໂດຍອົງການສູນກາງຂ່າວຂອງເກົາຫຼີເໜືອ ຫຼື (KCNA).

ເກົາຫຼີເໜືອ ໄດ້ຢືນຢັນວ່າ ຕົນໄດ້ທົດລອງລູກສອນໄຟຂີປະນາວຸດຂ້າມທະວີບ ຫຼື ICBM ຂະໜາດໃຫຍ່ຊະ​ນິດ​ໃໝ່ ໂດຍກ່າວວ່າ ຜູ້ນຳກິມ ຈົງ ອຶນ ໄດ້ຊີ້ນຳການຍິງດັ່ງ​ກ່າວ ດ້ວຍຕົນເອງ ຢູ່ທີ່ສະໜາມບິນສາກົນຂອງປະເທດ.

ສື່ມວນຊົນຂອງທາງການ ໄດ້ສະແດງໃຫ້ເຫັນ ທ່ານກິມ ນຸ່ງເສື້ອແຈັກເກັດໜັງ ກຳລັງແນມອອກໄປທາງປ່ອງຢ້ຽມ ຂອງບ່ອນສັງເກດການ ຂະນະທີ່ຂີປະນາວຸດທະຍານຂຶ້ນ ໂດຍມີທັງຄວັນແລະແສງໄຟ ໃນວັນພະຫັດວານນີ້ ຈາກທາງແລ່ນຂອງສະໜາມບິນສາກົນພຽງຢາງ.

ໃນບົດລາຍງານເມື່ອຕອນເຊົ້າວັນສຸກມື້ນີ້ ອົງການສູນກາງຂ່າວຂອງເກົາຫຼີ ຫຼື KCNA ໄດ້ກ່າວວ່າ ການທົດຂອງລູກສອນໄຟຊື່ວ່າ ​ຮວາຊົງ-17 (Hwasong-17) ແມ່ນ​ເປັນສ່ວນນຶ່ງຂອງຄວາມພະຍາຍາມເພື່ອເສີມສ້າງຄວາມເຂັ້ມແຂງ​ໃນ​ການ “ສະກັດກັ້ນສົງຄາມນິວເຄລຍ” ຂອງເກົາຫຼີເໜືອ.

ໃນການກ່າວອ້າງເຖິງຄຳເວົ້າຂອງທ່ານກິມ ທີ່ໃຊ້ຊື່ຫຍໍ້ສຳລັບ ສາທາລະນະລັດປະຊາທິປະໄຕ ປະຊາຊົນເກົາຫຼີ ຊຶ່ງເປັນຊື່ທາງການ ວ່າ “ອາວຸດຍຸດທະສາດໃໝ່ຂອງ ສ​ປ​ປ ເກົາ​ຫຼີ ນີ້ ຈະສະແດງໃຫ້ເຫັນຢ່າງຈະແຈ້ງເຖິງຄວາມສາມາດຂອງກຳລັງຍຸດທະສາດພວກເຮົາ ແກ່ໂລກທັງມວນອີກຄັ້ງນຶ່ງ.”

ຄັ້ງນີ້ ເປັນການທົດລອງຍິງ ICBM ເທື່ອທີສີ່ຂອງເກົາຫຼີເໜືອ ແລະເປັນຄັ້ງທຳອິດນັບແຕ່ປີ 2017 ​ເປັນ​ຕົ້ນ​ມາ ເຊິ່ງເປັນຊ່ວງທີ່ມີຄວາມເຄັ່ງຕຶງສູງ ລະຫວ່າງ ຜູ້ນໍາຂອງເກົາຫຼີເໜືອ ທ່ານກິມ ແລະອະດີດປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣໍາ. ໃນປີ 2018 ຊຶ່ງທ່ານກິມ ໄດ້ປະກາດໂຈະການທົດລອງລູກສອນໄຟໄລຍະໄກ ແຕ່ກໍໄດ້ຍິງທົດລອງລູກ ສອນໄຟໄລຍະໃກ້ຄືນໃໝ່ໃນປີ 2019.

ການທົດລອງຄັ້ງທຳອິດຂອງອັນທີ່ສື່ມວນຊົນຂອງທາງການ ໄດ້ກ່າວວ່າ ລູກສອນໄຟຂີປະນາວຸດຂ້າມທະວີບ "ປະເພດໃໝ່" ຂອງເກົາຫຼີເໜືອ ເຊິ່ງສະແດງໃຫ້ເຫັນໃນພາບບໍ່ໄດ້ລະບຸວັນເວລາ ທີ່ຖືກເປີດເຜີຍ ໃນວັນທີ 24 ມີນາ 2022 ໂດຍອົງການສູນກາງຂ່າວຂອງເກົາຫຼີເໜືອ ຫຼື KCNA.
ການທົດລອງຄັ້ງທຳອິດຂອງອັນທີ່ສື່ມວນຊົນຂອງທາງການ ໄດ້ກ່າວວ່າ ລູກສອນໄຟຂີປະນາວຸດຂ້າມທະວີບ "ປະເພດໃໝ່" ຂອງເກົາຫຼີເໜືອ ເຊິ່ງສະແດງໃຫ້ເຫັນໃນພາບບໍ່ໄດ້ລະບຸວັນເວລາ ທີ່ຖືກເປີດເຜີຍ ໃນວັນທີ 24 ມີນາ 2022 ໂດຍອົງການສູນກາງຂ່າວຂອງເກົາຫຼີເໜືອ ຫຼື KCNA.

ລູກສອນໄຟ ​ຮວາຊົງ-17 (Hwasong-17) ໄດ້ຖືກເປີດເຜີຍຄັ້ງທຳອິດ ໃນລະ ຫວ່າງການເດີນສວນສະໜາມທາງທະຫານ ເມື່ອເດືອນຕຸລາ 2020. ບັນດານັກຊ່ຽວຊານ ໄດ້ເອີ້ນມັນວ່າ “ລູກສອນໄຟຍັກ ທີ່ໃຫຍ່ຫຼາຍແທ້ໆ”. ພວກເຂົາເຈົ້າໃຫ້ຂໍ້ສັງເກດຄື ມັນປາກົດວ່າ ມີຂະໜາດໃຫຍ່ພໍທີ່ຈະບັນຈຸຫົວລະ​ເບີ​ດໄດ້ຫຼາຍລູກ ອັນເປັນຄວາມ​ສາ​ມາດທີ່ອາດຈະເຮັດໃຫ້ມັນສະກັດກັ້ນໄດ້ຍາກຂຶ້ນກວ່າເກົ່າດ້ວຍລະບົບປ້ອງກັນລູກສອນໄຟ ຂອງສະຫະລັດ.

ອົງການຂ່າວ KCNA ໄດ້ກ່າວວ່າ ລູກສອນໄຟໄດ້ຖືກຍິງຂຶ້ນໃນທາງສູງ “ໂດຍຄຳນຶງເຖິງຄວາມປອດໄພຂອງປະເທດເພື່ອນບ້ານທັງຫຼາຍ.” ມັນໄດ້ຕົກລົງມາຢູ່ໃນເຂດເສດຖະກິດສະເພາະຂອງຍີ່ປຸ່ນ ຫ່າງຈາກເຂດເທດສະບານ ອາໂອໂມຣິ ທາງພາກຕາເວັນຕົກຂອງຍີ່ປຸ່ນ ພຽງ 170 ກິໂລແມັດເທົ່ານັ້ນ ອີງຕາມກະຊວງປ້ອງກັນປະເທດຂອງຍີ່ປຸ່ນ.

ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານຟູມີໂອະ ກິຊີດະ ໄດ້ເອີ້ນເຫດການດັ່ງກ່າວວ່າ “ເປັນຄວາມໂກດແຄ້ນ ທີ່ບໍ່ສາມາດໃຫ້ອະໄພໄດ້.”

ພຽງສອງຊົ່ວໂມງຫຼັງຈາກການຍິງຂຶ້ນນັ້ນ ເກົາຫຼີໃຕ້ ກໍໄດ້ຍິງລູກສອນໄຟອີກຫ້າລູກ ໃນອັນທີ່ຕົນເອີ້ນວ່າ “ເປັນການສະແດງໃຫ້ເຫັນ ເຖິງຄວາມສາມາດຂອງພວກເຮົາ ແລະຄວາມເຕັມໃຈທີ່ຈະຕອບໂຕ້ໃນທັນທີ ແລະວາງມາດຕະການລົງໂທດ.”

ໃນຖະແຫລງການສະບັບນຶ່ງ ທຳນຽບຂາວ ໄດ້ເອີ້ນການຍິງດັ່ງກ່າວວ່າ “ການລະເມີດມະຕິຂອງສະພາຄວາມໝັ້ນຄົງສະຫະປະຊາຊາດຫຼາຍຄັ້ງຢ່າງບໍ່ຢ້ານກົວເລີຍ” ທີ່ “ໄດ້ເຮັດໃຫ້ຄວາມເຄັ່ງຕຶງສູງຂຶ້ນ ແລະ ເຮັດໃຫ້ສະຖານະການດ້ານຄວາມປອດໄພ ໃນຂົງເຂດ ຕົກ​ຢູ່​ໃນ​ຄວາ​ມ​ສ່ຽງ​ຕໍ່​ການ​ຂາດ​ສະ​ຖຽນ​ລະ​ພາບ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG