ເກົາຫຼີເໜືອ ໄດ້ດຳເນີນ “ການທົດລອງທີ່ສຳຄັນຢ່າງຍິ່ງ” ຢູ່ທີ່ຖານທົດລອງຍິງລູກສອນໄຟ ໂຊຮາ ເລກ 7 ອີງຕາມລາຍງານໃນວັນອາທິດມື້ນີ້ ຈາກອົງການຂ່າວຂອງທາງການເກົາຫຼີເໜືອ.
ການທົດລອງດັ່ງກ່າວ ໄດ້ເກີດຂຶ້ນໃນວັນເສົາວານນີ້ ຢູ່ທີ່ຖານຍິງລູກສອນໄຟ ລັດສະໝີໄກ ຢູ່ໃນເຂດທົງຈາງຣີ ເມືອງໂຊລຊອນ ແຂວງພຽງຢາງເໜືອ ຕັ້ງຢູ່ໃກ້ຊາຍແດນຕິດກັບຈີນ ຕາມທີ່ອົງການສູນກາງຂ່າວຂອງທາງການເກົາຫຼີເໜືອ ຫຼື KCNA ໄດ້ລາຍງານໄປນັ້ນ.
ລາຍງານດັ່ງກ່າວ ບໍ່ໄດ້ກ່າວວ່າ ການທົດລອງທີ່ໄດ້ດຳເນີນໄປຢູ່ທີ່ຖານຍິງທົດລອງນັ້ນ ເປັນການທົດລອງປະເພດໃດ.
ການປະກາດນັ້ນ ໄດ້ມີຂຶ້ນນຶ່ງວັນຫຼັງຈາກທີ່ ອົງການຂ່າວ CNN ໄດ້ລາຍງານວ່າ Planet Labs ຊຶ່ງເປັນ ບໍລິສັດດາວທຽມພານິດ ທາງດ້ານການຖ່າຍພາບ ໄດ້ກວດພົບການເຄື່ອນໄຫວດັ່ງກ່າວ ຢູ່ຖານຍິງລູກສອນໄຟ ໂຊຮາ ທີ່ປະກອບດ້ວຍພາບຖ່າຍຂອງຕູ້ຂົນສົ່ງສິນຄ້າທາງທະເລ ຂະໜາດໃຫຍ່ຢູ່ໃນສະຖານທີ່ນີ້.
ໃນປີນີ້ ເປັນປີນຶ່ງທີ່ເກົາຫຼີເໜືອ ໄດ້ທຳການທົດລອງຫຼາຍທີ່ສຸດ ໃນດ້ານຂອງການຍິງທົດລອງລູກສອນໄຟ. ການທົດລອງຍິງເມື່ອວັນເສົາວານນີ້ ໄດ້ມີຂຶ້ນ ໃນຂະນະທີ່ ເກົາຫຼີເໜືອ ສືບຕໍ່ເນັ້ນໜັກໃສ່ວັນເສັ້ນຕາຍໃນທ້າຍປີຂອງຕົນ ເພື່ອໃຫ້ສະຫະລັດ ປ່ຽນວິທີທາງໃນການເຈລະຈາດ້ານນິວເຄລຍ ທີ່ໄດ້ຢຸດສະງັກລົງນັ້ນ.
ພຽງຢາງໄດ້ດຳເນີນການທົດລອງລູກສອນໄຟ ໄລຍະສັ້ນ ແລະປານກາງ ມາແລ້ວ 13 ຄັ້ງ ນັບຕັ້ງແຕ່ເດືອນພຶດສະພາເປັນຕົ້ນມາ. ບັນດານັກຊ່ຽວຊານສ່ວນໃຫຍ່ ກ່າວວ່າ ການທົດລອງເກືອບທັງໝົດ ແມ່ນພົວພັນກັບເທັກໂນໂລຈີລູກສອນໄຟຂີປະນາວຸດ ໃນແບບໃດແບບນຶ່ງ.
ເມື່ອຕົ້ນເດືອນນີ້ ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ໃນການຕອບຄຳຖາມຂອງບັນດານັກຂ່າວ ກ່ຽວກັບ ເກົາຫຼີເໜືອ ຢູ່ທີ່ກອງປະຊຸມສຸດຍອດ ອົງການເນໂຕ້ ໃນນະຄອນລອນດອນ ຊຶ່ງທ່ານໄດ້ກ່າວວ່າ “ດຽວນີ້ ພວກເຮົາມີກອງທັບທີ່ມີປະສິດທິພາບທີ່ສຸດ ທີ່ພວກເຮົາບໍ່ເຄີຍມີມາກ່ອນ ແລະປະເທດຂອງພວກເຮົາ ມີພະລັງອຳນາດເໜືອກວ່າປະເທດໃດໃນໂລກ. ແລະ ຫວັງວ່າ ພວກເຮົາ ຈະບໍ່ຕ້ອງໄດ້ໃຊ້ມັນ ແຕ່ຖ້າພວກເຮົາຕ້ອງໄດ້ໃຊ້ ພວກເຮົາກໍຈະໃຊ້ມັນ. ຖ້າພວກເຮົາຕ້ອງເຮັດ ພວກເຮົາກໍຈະເຮັດໂລດ.”
ເກົາຫຼີເໜືອ ກໍໄດ້ຕອບໂຕ້ຄືນໃນແບບດຽວກັນ. ທ່ານຟາກ ຈອງ ຊອນ ຜູ້ບັນຊາການກອງທັບປະຊາຊົນ ເກົາຫຼີ ຫຼື KPA ກ່າວຖະແຫລງຜ່ານອົງການຂ່າວ KCNA ໃນວັນທີ 4 ທັນວາ ຜ່ານມາວ່າ “ຜູ້ໃດ ກໍສາມາດເດົາໄດ້ວ່າ ມາດຕະການອັນໃດ ທີ່ ສາທາລະນະລັດ ປະຊາທິປະໄຕ ເກົາຫຼີ ຈະຕອບໂຕ້ຄືນ ຖ້າຫາກສະຫະລັດ ເອົາມາດຕະການທາງທະຫານຕໍ່ ສາທາລະນະລັດ ປະຊາທິປະໄຕ ເກົາຫຼີ.” ທ່ານກ່າວອີກວ່າ “ສິ່ງນຶ່ງ ຂ້າພະເຈົ້າຢາກຈະແຈ້ງໃຫ້ຊາບຢ່າງຈະແຈ້ງ ກໍແມ່ນວ່າ ການໃຊ້ກຳລັງທະຫານ ແມ່ນບໍ່ເປັນສິດພຽງແຕ່ຂອງສະຫະລັດເທົ່ານັ້ນ.”