ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເກົາຫຼີ​ເໜືອວ່າ ຈະບໍ່ໃຊ້ ນັກໂທດ ຊາວອາເມຣິກັນ ຕໍ່ລອງທາງການເມືອງ


ຊາຍເກົາຫລີໃຕ້ຄົນນຶ່ງ ເບິ່ງພາບຂອງ ທ້າວ Kenneth Bae ຊາວອະ​ເມຣິກັນ​ເຊື້ອສາຍ​ເກົາຫຼີ​ ​ທີ່ຖືກຈັບທີ່ເມືອງ Rason ຂອງເກົາຫລີເໜືອ ທີ່ອອກໃນໂທລະພາບໃນວັນທີ 2 ພຶດສະພາ 2013
ຊາຍເກົາຫລີໃຕ້ຄົນນຶ່ງ ເບິ່ງພາບຂອງ ທ້າວ Kenneth Bae ຊາວອະ​ເມຣິກັນ​ເຊື້ອສາຍ​ເກົາຫຼີ​ ​ທີ່ຖືກຈັບທີ່ເມືອງ Rason ຂອງເກົາຫລີເໜືອ ທີ່ອອກໃນໂທລະພາບໃນວັນທີ 2 ພຶດສະພາ 2013
ເກົາຫຼີ​ເໜືອເວົ້າວ່າ ຕົນຈະບໍ່ເຊື້ອເຊີນ​ໃຫ້ບຸກຄົນສໍາຄັນຄົນ​
ໃດໃນສະຫະລັດ ໄປ​ເຈລະຈາຫາວິທີທາງປ່ອຍຕົວຊາວອາ
ເມຣິກັນທີ່ຖືກຈໍາຄຸກ ແລະຈະບໍ່ ໃຊ້ຜູ້ກ່ຽວ ເປັນສິ່ງຕໍ່ລອງ
ທາງດ້ານການເມືອງໃດໆ.

ທ້າວ Kenneth Bae ຜູ້ດໍາເນີນກິດຈະການ​ນໍາທ່ຽວຊາວ​
ອະ​ເມຣິກັນ​ເຊື້ອສາຍ​ເກົາຫຼີ​ໄດ້ຖືກຈັບທີ່ເມືອງ Rason ຂອງ
ເກົາຫລີເໜືອ ໃນເດືອນ ພຶດສະຈິກປີ​ກາຍ​ນີ້ ແລະຖືກກ່າວ
ຫາວ່າ ວາງແຜນທີ່ຈະໂຄ່ນລົ້ມລັດ. ຜູ້ກ່ຽວຖືກ​ຕັດສິນ​ໂທດ
ໃນອາທິດແລ້ວນີ້ ໃຫ້​ອອກ​ແຮງ​ງານ​ໜັກຢູ່ໃນ​ຄ້າຍ​ສັບພະ​
ທຸກ ເປັນ​ເວລາ 15 ​ປີ ​ໃນ​ເກົາຫຼີ​ເໜືອ.

ໂຄສົກກະຊວງການຕ່າງປະເທດເກົາຫຼີ​ເໜືອໄດ້ກ່າວຕໍ່ ສໍານັກງານຂ່າວ ກາງເກົາຫຼີ
ເໜືອ​ໃນວັນອາທິດມື້ນີ້ວ່າ ສື່ມວນຊົນຂອງອາເມຣິກາ​ໄດ້ພາກັນ ສັນນິຖານ​ຕ່າງໆ​ນາໆ ວ່າກຸງພຽງຢາງຈະໃຊ້ນັກໂທດຄົນ​ນີ້ ເພື່ອສວາຍ​ເອົາ​ຜົນປະໂຫຍດທາງການເມືອງ. ແຕ່​ໂຄສົກ​ກໍກ່າວວ່າ ເຖິງແມ່ນວ່າ ຜ່ານ​ມາກຸງພຽງຢາງໄດ້ປ່ອຍຕົວນັກໂທດ ຍ້ອນເຫດຜົນ
ທາງມະນຸດສະທໍາ ກໍຕາມ ແຕ່ວ່າກໍລະນີຫລ້າສຸດນີ້ໄດ້ສະແດງໃຫ້ເຫັນວ່າ ການ​ເຮັດໃຈ
ກວ້າງແບບນັ້ນ ແມ່ນຈະບໍ່ມີປະໂຫຍດຫຍັງເລີຍ.

ມີຊາວອາເມຣິກັນຫລາຍຄົນ ໄດ້ຖືກກັກຂັງຢູ່ເກົາຫລີເໜືອນຊຸມປີໝໍ່ໆ ມານີ້ ​ແລະ​ໄດ້​ຖືກ
ປ່ອຍ​ໂຕ ລຸນຫລັງມີການໄປຢ້ຽມຢາມເກົາຫຼີ​ເໜືອ​ໂດຍ ອະດີດ​ເຈົ້າໜ້າ​ທີ່​ຂັ້ນ​ສູງ​ອາເມຣິ
ກັນ ເຊັ່ນ ສອງອະດີດປະທານາທິບໍດີ ທ່ານ Jimmy Carter ແລະ Bill Clinton ​ເປັນ​ຕົ້ນ.

​ໃນ​ປີ 2009 ມີນັກ​ຂ່າວໂທລະພາບສອງ​ຄົນຖືກກັກຂັງແລະ​ຕັດສິນ​ໂທດໃຫ້ອອກແຮງງານ​
ໜັກ​ເປັນ​ເວລາ 12 ປີ ລຸນຫລັງທີ່ໄດ້​ຂ້າມຈາກຈີນ ເຂົ້າໄປໃນເກົາຫລີເໜືອ. ​ທ່ານ ຄຼິນ
ຕັນ ອະດີດ​ປະທານາທິບໍດີ​ສະຫະລັດ ​ໄດ້​ເດີນທາງໄປເກົາຫລີເໜືອ ​ໃນ​ເວລາຕໍ່ມາ ​ແລະ​
ໄດ້​ເຈລະຈາ​ໃຫ້​ມີ​ການ​ປ່ອຍ​ຕົວ​ ພວກກ່ຽວ.

ໃນປີ 2010 ທ່ານ Carter ອະດີດ​ປະທານາທິບໍດີ​ສະຫະລັດ ກໍໄດ້ເຈລະຈາ ໃຫ້ມີການ
ປ່ອຍຕົວຄົນສັນຊາດອາເມຣິກັນ ທ້າວ Aijalon Mahli Gomes ທີ່ໄດ້ຖືກຕັດສິນລົງ
ໂທດໃຫ້ອອກແຮງງານໜັກເປັນເວລາ 8 ປີ.

XS
SM
MD
LG