ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ກອງປະຊຸມໃຫຍ່ຂອງພັກ ຢູ່ເກົາຫຼີເໜືອ


ເກົາຫຼີເໜືອພວມວາງແຜນ ທີ່ຈະໄຂກອງປະຊຸມທາງການ ເມືອງທີ່ໃຫຍ່ທີ່ສຸດໃນຮອບ 30 ປີ ໃນອັນທີ່ອາດຈະເປັນ ການເປີດເຜີຍເທື່ອທຳອິດ ໂສມໜ້າຂອງຜູ້ນຳຄົນຕໍ່ໄປຂອງ ເກົາຫຼີເໜືອ ທີ່ຢູ່​ຢ່າງ​ໂດດດ່ຽວ​ນັ້ນ.

ໄດ້ມີການຕິດປ້າຍໂຄສະນາຂະໜາດໃຫຍ່ ເພື່ອຊຸກຍູ້ກອງ ປະຊຸມ ຂອງພັກກຳມະກອນເກົາຫຼີ ຢູ່ໃນທົ່ວນະຄອນຫຼວງ ພຽງຢາງ.

ສື່ມວນຊົນຂອງທາງການເກົາຫຼີເໜືອລາຍງານວ່າ ພວກຜູ້ ແທນຂອງພັກ ຈາກທົ່ວປະເທດ ພວມໄປເຕົ້າໂຮມກັນທີ່ ນະຄອນຫຼວງພຽງຢາງ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ ຊຶ່ງກອງປະຊຸມ​ແນວ​ນີ້ ​ຖືກຮຽກ ໃຫ້ມີຂຶ້ນ ກໍຕໍ່ເມື່ອໄດ້ເກີດ ເຫດການສຸກເສີນ ຫຼືບໍ່ກໍມີເລື່ອງພິເສດ ເກີດຂຶ້ນທໍ່ນັ້ນ.

ພວກນັກວິເຄາະ ທີ່ໄດ້ຕິດຕາມເຫດການ ໃນເກົາຫຼີເໜືອຢ່າງໃກ້ຊິດ ຄາດຄະເນວ່າ ທ່ານ ກິມ-ຈົງ-ອິລ ຜູ້ນຳ ທີ່ມີ​ສຸຂະພາບ​ຊຸດໂຊມ ຂອງເກົາຫຼີເໜືອ ຈະໃຊ້ກອງປະຊຸມໃຫຍ່ຄັ້ງນີ້ ມອບຕຳແໜ່ງທີ່ສຳຄັນ ຂອງພັກໃຫ້ລູກຊາຍຄົນທີ 3 ຂອງທ່ານ ຄືທ້າວກິມ-ຈົງ-ອຸນ ໃນ ການກະກຽມ ເພື່ອໃຫ້ຜູ້ກ່ຽວ ໄດ້ເຂົ້າກຳຕຳແໜ່ງ ເປັນຜູ້ນໍາ​ຄົນ​ຕໍ່​ໄປ ຂອງປະເທດ.

ໃນ​ການຮັກສາ ທຸກ​ຢ່າງໄວ້​ເປັນຄວາມລັບ ຕາມ​ປະ​ເພນີ ​ຢູ່ໃນເກົາຫຼີເໜືອນັ້ນ ບໍ່ໄດ້ມີການ ເອີ່ຍເຖິງເລີຍວ່າ ເວລາໃດ ກອງປະຊຸມຈະໄຂຂຶ້ນ ນອກເໜືອໄປຈາກເວົ້າແຕ່ພຽງວ່າ ກອງ​ປະຊຸມຈະໄຂຂຶ້ນ ໃນຕົ້ນເດືອນກັນຍານີ້.

XS
SM
MD
LG