ສື່ມວນຊົນແຫ່ງລັດເກົາຫລີເໜືອກໍາລັງໂຄສະນາເຜີຍແຜ່ກອງປະຊຸມໃຫຍ່ດັ່ງກ່າວ ຊຶ່ງຄາດວ່າຈະໄຂຂຶ້ນໃນລາວວັນທີ 6 ເດືອນກັນຍານີ້ ໂດຍຜ່ານການປະກາດທາງປະຊາສໍາພັນຕ່າງໆ ເຊ່ນການປະກາດແບບນີ້ທາງໂທລະພາບຂອງລັດ.
“ສຽງພາສາເກົາຫລີ”
ຄໍາປະກາດນີ້ເວົ້າວ່າ: “ຂໍໃຫ້ພວກເຮົາຈົ່ງມາພາກັນສະແດງການຂໍ່ານັບຮັບຕ້ອນ ກອງປະຊຸມຂອງພວກຜູ້ແທນພັກຄົນງານເກົາຫລີ ຢ່າງມີ ຄວາມໝາຍ ໃນຖານະເປັນເຫດການອັນສະງ່າງາມເປັນສິລິມົງຄົນທີ່ຈະສ່ອງແສງເຮືອງຮຸ່ງຕະຫລອດໄປ ໃນບັນທຶກປະວັດສາດຂອງພັກຂອງເຮົາແລະປິຕິພູມແຫ່ງນີ້.”
ມັນຈະເປັນເຫດການທີ່ບໍ່ສູ້ມີຂຶ້ນເລື້ອຍ. ກອງປະຊຸມໃນທໍານອງດຽວກັນນີ້ເທື່ອຫລ້າສຸດ ແມ່ນໄຂຂຶ້ນໃນປີ 1980 ແລະກອງປະຊຸມຂອງບັນດາຜູ້ແທນພັກຄັ້ງກ່ອນໜ້ານັ້ນ ທີ່ມີຜູ້ປະກອບ ສ່ວນນໍາຫລາຍພັນຄົນ ແມ່ນມີຂຶ້ນໃນປີ 1966.
ໃນຊ່ວງເວລາຫລາຍປີລະຫວ່າງສອງເຫດການດັ່ງກ່າວ ອໍານາດໄດ້ຕົກຢູ່ກັບພວກທະຫານ ຫລາຍຂຶ້ນເລື້ອຍໆ ບໍ່ແມ່ນຂຶ້ນຢູ່ກັບພັກ ພາຍໃຕ້ການປົກຄອງທີ່ເດັດຂາດຂອງທ່ານກິມອິລ ຊຸງ ແລະນັບຕັ້ງແຕ່ຜູ້ກ່ຽວໄດ້ເຖິງແກ່ອະສັນຍະກໍາໄປໃນປີ 1994 ອໍານາດກໍໄດ້ຕົກຢູ່ໃນກໍາມືຂອງລູກຊາຍຂອງທ່ານຄື ທ່ານກິມຈົງອິລ ທີ່ປົກຄອງປະເທດໃນປັດຈຸບັນ.
ທ່ານນາງ Balbina Hwang ສາດສະດາຈານຢ້ຽມຢາມທີ່ມາສອນຊົ່ວຄາວທີ່ມະຫາວິທະຍາໄລປ້ອງກັນຊາດສະຫະລັດ ກ່າວວ່າ ການຍ້າຍຈຸດສົນໃຈຂອງປະຊາຊົນ ໃນນະຄອນຫລວງພຽງຢ້າງ ກັບຄືນໄປຍັງພັກນີ້ແມ່ນມີຄວາມໝາຍສໍາຄັນ ຊຶ່ງທ່ານນາງ Hwang ກ່າວຊີ້ແຈງວ່າ:
“ການທີ່ ພວກເຂົາເຈົ້າເບິ່ງຄືວ່າ ກຳລັງປັບປ່ຽນສູນກາງອໍານາດ ຊຶ່ງກໍອາດເປັນ ໄປໄດ້ນັ້ນ ອອກຈາກຄະນະກຳມາທິການປ້ອງກັນຊາດ ແລະວົງການທະຫານໄປ ສູ່ພັກຄົນງານນັ້ນ ຂ້າພະເຈົ້າຄິດວ່າ ມັນໝາຍຄວາມວ່າ ກໍາລັງຈະມີການສືບ ຕໍ່ແລະໂອນອໍານາດຢ່າງໃຫຍ່ເກີດຂື້ນ ໃນທາງສະຖາບັນ.”
ພວກນັກວິເຄາະເຫດການເກົາຫລີເໜືອຫລາຍຄົນ ພາກັນຄາດວ່າ ທ່ານກິມຈົງອຸນ ລູກຊາຍ ຜູ້ທີສາມຂອງທ່ານກິມຈົງອິລ ທີ່ເຊື່ອກັນວ່າມີອາຍຸປະມານ 27 ປີນັ້ນ ຈະເປັນຄົນນຶ່ງຢູ່ໃນຈໍານວນພວກທີ່ຈະໄດ້ຮັບຕໍາແໜ່ງໃນຄະນະກໍາມະການສູນກາງພັກນັ້ນ. ທ່ານກິມຈົງອິລ ຜູ້ເປັນພໍ່ ໄດ້ຮັບຕໍາແໜ່ງສູງໃນພັກ ເວລາມີອາຍຸປະມານເທົ່າໆກັນ ແລະໄດ້ຮັບການເຝິກຝົນກະກຽມເປັນເວລາຫລາຍທົດສະວັດ ເພື່ອໃຫ້ເຂົ້າຄວບຄຸມປະເທດ.
ເກົາຫລີເໜືອໄດ້ປະຕິບັດລັດທິບູຊາບຸກຄົນ ໃນຕົວຜູ້ນໍາຄົນທໍາອິດຂອງຕົນ ຄືທ່ານກິມອິລຊຸງ ທີ່ເອີ້ນກັນວ່າ ປະທານຕະຫລອດການ ແລະຜູ້ນໍາຄົນປັດຈຸບັນຂອງຕົນ. ບັນດານັກຊ່ຽວຊານ ກ່ຽວກັບເກົາຫລີເໜືອກ່າວວ່າ ເບິ່ງຄືວ່າ ທ່ານກິມຈົງອິລຫວັງທີ່ຈະເຮັດໃຫ້ເປັນທີ່ແນ່ນອນວ່າ ລູກຊາຍຂອງທ່ານຈະສ້າງຖານສະໜັບສະໜຸນແລະອໍານາດຂຶ້ນໄດ້ ຢູ່ພາຍໃນວົງການພວກ ຜູ້ນໍາຂັ້ນສູງແລະທະຫານ ເພື່ອຮັບປະກັນໃຫ້ມີການໂອນອໍານາດໃຫ້ລູກຊາຍຢ່າງລາບລື່ນ. ທ່ານ Park Hyeong Jung ນັກຊ່ຽວຊານການຄົ້ນຄວ້າຂັ້ນອາວຸໂສທີ່ສະຖາບັນເພື່ອການ ທ້ອນໂຮມຊາດຂອງເກົາຫລີ ກ່າວວ່າ ລູກຊາຍຂອງທ່ານກິມຈົງອິລອາດຈະຖືກແຕ່ງຕັ້ງໃຫ້ ເປັນຜູ້ກໍາກັບດູແລ ກົມອົງການແລະການຊີ້ນໍາ ທີ່ຢູ່ພາຍໃຕ້ກອງເລຂາທິການຂອງຄະນະກໍາ ມະການສູນກາງພັກນັ້ນ ຊຶ່ງທ່ານ Park ກ່າວຕື່ມວ່າ :
“ສຽງພາສາເກົາຫລີ…”
ທ່ານ Park Hyeong ເວົ້າວ່າ ຕໍາແໜ່ງເຊ່ນນັ້ນ ຈະອໍານວຍໃຫ້ທ້າວກິມຈົງອຸນ ທໍາການແຕ່ງຕັ້ງຕໍາແໜ່ງຕ່າງໆດ້ວຍຕົນເອງໄດ້ ຊຶ່ງຈະເຮັດໃຫ້ຜູ້ກ່ຽວມີຖານອໍານາດທີ່ເປັນຂອງຕົນເອງ. ທ່ານ Park Hyeong ກ່າວຊີ້ແຈງຕໍ່ໄປວ່າ:
“ສຽງພາສາເກົາຫລີ”
ທ່ານ Park ເວົ້າວ່າ ຫລັງຈາກນັ້ນ ທ້າວກິມກໍຈະສາມາດກວດກາ ແລະຕໍາໜິຕິຕຽນທຸກໆອົງການຢູ່ພາຍໃນພັກນັ້ນໄດ້ ຊຶ່ງກໍເທົ່າກັບເປັນການອໍານວຍໃຫ້ຜູ້ກ່ຽວສາມາດຕິດຕາມເບິ່ງ ແລະຄວບຄຸມພຶດຕິກໍາຕ່າງໆຂອງພວກຜູ້ນໍາຂັ້ນສູງທັງຫລາຍໄດ້. ແຕ່ທ່ານນາງ Balbina Hwang ຄຶດວ່າ ຜົນທີ່ຈະອອກມາຈາກກອງປະຊຸມນີ້ ອາດຈະບໍ່ເປັນໄປຕາມຄວາມຄາດ ໝາຍຂອງພວກນັກວິເຄາະເຫດການຢູ່ຂ້າງນອກ ຊຶ່ງທ່ານນາງ Hwang ກ່າວຊີ້ແຈງວ່າ :
“ຂ້າພະເຈົ້າບໍ່ຄິດວ່າພວກເຮົາຈະພໍໃຈນໍາຜົນທີ່ຈະອອກມາ ໝາຍຄວາມວ່າ ຂ້າພະ ເຈົ້າຄິດວ່າ ບໍ່ຈຳເປັນທີ່ພວກເຂົາເຈົ້າຈະຕ້ອງປະກາດອອກມາ ກ່ຽວກັບກິມຈົງອຸນ ນັ້ນ ຫລືວ່າລະບຸຕໍາແໜ່ງຫລືຍົດໃດໆ ໂດຍສະເພາະ.”
ທ່ານນາງ Hwang ບໍ່ມີຄວາມສົງໄສໃດໆເລີຍ ທີ່ວ່າທ່ານກິມຈົງອິລເປັນຜູ້ຕັດສິນໃຈກ່ຽວກັບທຸກໆເລື້ອງ ແຕ່ທ່ານນາງທໍານາຍວ່າ ຄົງຈະມີການນອງເລືອດກັນເລັກນ້ອຍ ກ່ອນທີ່ຜູ້ເປັນລູກ ຊາຍຈະໄດ້ຂຶ້ນຄອງອໍານາດຢ່າງໜັກແໜ້ນນັ້ນ.
“ຈະມີການໂຕ້ແຍ້ງຖົກຖຽງກັນຢູ່ພາຍໃນ ກ່ຽວກັບຄວາມຖືກຕ້ອງຊອບທໍາຂອງກິມ ຈົງອຸນ ໃນຖານະເປັນຜູ້ນຳປະເທດຄົນຕໍ່ໄປນັ້ນ. ມັນເປັນຄວາມເຊື່ອສ່ວນຕົວຂອງ ຂ້າພະເຈົ້າ ທີ່ວ່າມັນເປັນເລຶ່ອງທີ່ໄດ້ກໍາໜົດໄວ້ແລ້ວ ສິ່ງໃດກໍຕາມທີ່ທ່ານກິມຈົງ ອິລ ຕ້ອງການນັ້ນ. ແລະນັ້ນກໍແມ່ນສິ່ງທີ່ທ່ານກິມຈົງອິລ ກໍາລັງເຮັດຢູ່ຢ່າງຕັ້ງໜ້າ ເພື່ອໃຫ້ເປັນໄປຕາມທີ່ທ່ານຕ້ອງການ.”
ທ່ານນາງ Hwang ກ່າວຕໍ່ໄປວ່າ ການແຂ່ງຂັນກັນດ້ານການເມືອງໃນຂະນະທີ່ລູກຊາຍຂອງທ່ານກິມ ສ້າງອໍານາດຂອງຕົນຂຶ້ນນັ້ນ ອາດສາມາດພາໃຫ້ມີການກວາດລ້າງແລະການປະ ຫານ ຊີວິດພວກຜູ້ນໍາຂັ້ນສູງຂອງເກົາຫລີເໜືອ ບາງຄົນໄດ້.
ພວກທີ່ສິ້ງຊອມເບິ່ງເຫດການໃນເກົາຫລີເໜືອຫລາຍຄົນຄຶດວ່າ ເວລາກໍາລັງຈະໝົດໄປແລ້ວ ສໍາລັບຜູ້ນໍາຂັ້ນສູງສຸດຂອງເກົາຫລີເໜືອນັ້ນ. ທ່ານກິມຈົງອິລ ຊຶ່ງມີອາຍຸ 68 ປີ ນັ້ນ ປາກົດວ່າມີບັນຫາສຸຂະພາບທີ່ຮ້າຍແຮງຂຶ້ນນັບມື້ ແລະໄດ້ເປັນລົມສາລະບາດຫລື stroke ເມື່ອ 2 ປີຜ່ານມາ. ພວກບັນຫາສຸຂະພາບເຫລົ່ານີ້ ອາດໄດ້ສົ່ງຜົນກະທົບຕໍ່ສະມັດຖະພາບໃນການຕັດສິນໃຈຂອງທ່ານ ຢູ່ໃນປະເທດທີ່ກໍາລັງປະເຊີນກັບການທ້າທາຍທີ່ຮ້າຍແຮງຕ່າງໆ ເຊ່ນ ເສດຖະກິດທີ່ເກືອບພັງທະລາຍລົງຂອງປະເທດ ການຂາດແຄນເຂົ້າປາອາຫານ ການຖືກລົງໂທດຢ່າງໜັກຈາກນາໆຊາດ ແລະບໍ່ມີປະເທດພັນທະມິດທີ່ສໍາຄັນໃດໆເຫລືອຢູ່ ນອກ ຈາກຈີນເທົ່ານັ້ນ.