ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ເກົາຫຼີ​ເໜືອ​ປະກາດ​ວ່າ ​ສະພານິຕິ​ບັນ​ຢັດ​ຂອງ​ຕົນ ຈະ​ປະຊຸມ​ກັນອີກ​ ໃນ​ເດືອນ​ນີ້


Kim Jong Un ຜູ້ນໍາສູງສຸດຂອງເກົາຫຼີເໜືອ ຄົນປັດຈຸບັນ.
Kim Jong Un ຜູ້ນໍາສູງສຸດຂອງເກົາຫຼີເໜືອ ຄົນປັດຈຸບັນ.
​ເກົາຫຼີ​ເໜືອ​ໄດ້​ປະກາດ​ວ່າ ​ສະພານິຕິ​ບັນ​ຢັດ​ຂອງ​ຕົນ​ຈະ​ປະຊຸມ​ກັນອີກ​ໃນ​ເດືອນ​ນີ້ ຊຶ່ງ​ພາ​ໃຫ້​ມີການສັນນິຖານ​ກັນ​ຕ່າງໆ​ນາ​ໆ​ຢູ່​ໃນ​ເກົາຫຼີ​ໃຕ້ ກ່ຽວກັບ​ການ​ໄຂກອງ​ປະຊຸມທີ່​ຜິດ​ປົກກະຕິ ຂອງອັນ​ທີ່​ມອງ​ເຫັນກັນ​ວ່າເປັນ ສະພາ​ກາຢາງ​ ຫລື​ແຕ່​ໃນ​ຊື່​ເທົ່າ​ນັ້ນ ຢູ່ໃນ​ນະຄອນຫລວງພຽງ​ຢາງ. Steve Herman ຜູ້​ສື່​ຂ່າວ​ວີ​ໂອ​ເອມີລາຍ​ງານ​ຈາກ​ກຸງ​ໂຊ​ລ ​

ຄໍາ​ປະກາດ ​ຈາກ​ອໍານາດ​ນິຕິ​ບັນ​ຢັດຂອງ​ເກົາຫຼີ​ເໜືອ ກ່ຽວ​ກັບ​ການ​ໄຂ​ກອງ​ປະຊຸມ ມີ​ຂຶ້ນ​ໃນຕອນ​ເຊົ້າຂອງ​ວັນ​ພຸດ​ສອງ​ມື້​ກ່ອນ​ນີ້.

ຜູ້​ປະກາດ​ເວົ້າ​ວ່າ ບັນດາ​ຜູ້ແທນສະພາ​ປະຊາຊົນສູງ​ສຸດ ​ໄດ້ຖືກແຈ້ງ​ໃຫ້​ຊາວແລ້ວ ກ່ຽວ​ກັບ​ການ​ໄຂ​ກອງ​ປະຊຸມ​ຢູ່​ນະຄອນຫລວງ​ພຽງ​ຢາງ​ໃນ​ວັນ​ທີ່ 25 ​ເດືອນ​ກັນ​ຍານີ້ ​ແລະໃຫ້​ໄປ​ລົງທະບຽນ​ຢູ່​ທີ່​ນັ້ນ ນຶ່ງ​ຫຼື​ສອງ​ມື້ລ່ວງ​ໜ້າກອງ​ປະຊຸມ.

ທີ່​ນະຄອນຫລວງ​ໂຊ​ລຂອງ​ເກົາຫຼີ​ໃຕ້ນັ້ນ Park Soo-jin ​ໂຄສົກ​ຍິງກະຊວງ​ທ້ອມ​ໂຮມ​ຊາດ ກ່າວ​ວ່າ ​ເຖິງ​ແມ່ນ​ວ່າການ​ໄຂກອງ​ປະຊຸມຂອງ​ສະພາກາ​ຢາງ​ຂອງ​ເກົາຫຼີ​ເໜືອ​ສອງ​ເທື່ອ​ຕໍ່​ປີ​ນັ້ນ ຖື​ວ່າ​ເປັນ​ເລຶ່ອງທີ່​ຜິດ​ປົກກະຕິກໍ​ຕາມ ແຕ່​ກໍບໍ່​ແມ່ນ​ວ່າ ​ບໍ່​ເຄີຍ​ມີ​ມາ​ກ່ອນ.

ໂຄສົກ ພາກ ​ເວົ້າ​ວ່າ “ເຄີຍ​ມີ​ມາ​ສອງ​ຄັ້ງ​ແລ້ວ ກໍລະນີທີ່ບັນດາ​ສະມາຊິກ​ສະພາ ປະຊຸມ​ກັນ​ສອງ​ຄັ້ງ​ໃນ​ປີ​ດຽວ​ກັນ ​ແລະເທື່ອ​ຫລ້ສຸດ​ທ້າຍນັ້ນ​ ແມ່ນ​​ໃນປີ 2010.

​ໃນ​ປີ 2003 ​ສະພາປະຊາຊົນ​ສູງ​ສຸດ​ຂອງ​ເກົາຫລີ​ເໜືອ​ກໍໄດ້ປະຊຸມກັນ​ສອງເທື່ອເຊ່ນ​ກັນ. ​ໃນ​ບາງ​ປີ ​ພາຍ​ໃຕ້​ການ​ປົກຄອງ​ຂອງ​ອະດີດ​ຜູ້​ນໍາຄົນ​ກ່ອນ ທ່ານ ກິມຈົງ​ອິລ ນັ້ນ ຮອດບໍ່ໄດ້ປະຊຸມ​ກັນເລີຍ​ກໍ​ມີ.

​ໃນ​ສະ​ໄໝປະຊຸມ​ເມື່ອ​ເດືອນ​ເມສາປີ​ນີ້​ ທ່ານ ກິມຈົງ​ອຸນ ​ໄດ້​ຖືກ​ແຕ່ງ​ຕັ້ງ​ຢ່າງ​ເປັນ​ທາງ​ການ ​ໃຫ້ເປັນປະທານຜູ້​ທີ​ນຶ່ງ ຂອງ​ຄະນະ​ກໍາມາທິການ​ປ້ອງ​ກັນ​ຊາດ ຊຶ່ງ​ເທົ່າ​ກັບ​ເປັນ​ການ​ມອບສະຖານະພາບ​ຜູ້​ນໍາ​ສູງ​ສຸດ​ຂອງ​ປະ​ເທດໃຫ້​ທ່ານ.
ຜູ້ນໍາເກົາຫລີເໜືອ ກິມ ຈົງອຸນ ເຂົ້າຮ່ວມກອງປະຊຸມສະພາປະຊາຊົນສູງສຸດ ເມື່ອເດືອນເມສາ ປີນີ້.
ຜູ້ນໍາເກົາຫລີເໜືອ ກິມ ຈົງອຸນ ເຂົ້າຮ່ວມກອງປະຊຸມສະພາປະຊາຊົນສູງສຸດ ເມື່ອເດືອນເມສາ ປີນີ້.


ນອກ​ນີ້​ແລ້ວ ​ກອງ​ປະຊຸມ​ສະພາ​ຍັງ​ໄດ້​ແຕ່ງ​ຕັ້ງ​ໃຫ້​ມື້​ລາງທ່ານ ກິມ ຈົງ​ອິລ ບິດາຂອງຜູ້​ນໍາ​ເກົາຫຼີ​ເໜືອ​ຄົນ​ປັດ​ຈຸ​ບັນ ​ໃຫ້​ເປັນ​ປະທານຕະຫລອດ​ການ​ຂອງ​ຄະນະ​ກໍາມາທິການ​ປ້ອງ​ກັນ​ຊາດອີກ​.

ອົງການ​ຂ່າວ​ຢົນຮັບ ​ທີ່ໄດ້ທຶນດໍາ​ເນີນ​ຈາກປະຊາຊົນ​ເກົາຫຼີ​ໃຕ້ ​ເວົ້າ​ວ່າ ມີ​ຄວາມ​ເປັນ​ໄປ​ໄດ້​ສູງຫລາຍ ທີ່ວ່າກອງປະຊຸມໃນ​ເດືອນ​ນີ້​ຂ​ອງສະພານິຕິ​ບັນ​ຢັດ​ຂອງ​ເກົາຫຼີ​ເໜືອ​ນັ້ນ ຈະ​ປະກາດ​ນະ​ໂຍບາຍ​ຊຸດ​ໃໝ່ ຫຼື​ບໍ່​ກໍປະກາດ​ການ​ຊັບຊ້ອນຄະນະ​ລັດຖະບານ​ນ ຫຼື​ອົງ​ກອນ​ອື່ນໆ​ຂອງລັດ.

ນອກ​ນີ້​ແລ້ວ​ ຍັງ​ມີ​ການ​ຄາດ​ເດົາ​ກັນ​ວ່າ ຄະນະ​ນິຕິ​ບັດ​ຢັດ​ຈະ​ເຊັນ​ລົງ​ນາມ ​ໃຫ້​ເປັນ​ກົດໝາຍ ນະ​ໂຍບາຍ​ຄຸ້ມ​ຄອງເສດຖະກິດສະບັບ​ນຶ່ງ ທີ່​ຮ່າງ​ຂຶ້ນມາ​ໃນ​ທ້າຍ​ເດືອນ​ມິຖຸນາ​ຜ່ານ​ມາ ​ແລະ​ໄດ້​ມີ​ການ​ດັດ​ແກ້ ​ແລະ​ມີ​ກໍາໜົດທີ່​ຈະ​ນໍາ​ມາ​ຈັດ​ຕັ້ງ​ປະຕິບັດ ຕັ້ງ​ແຕ່​ເດືອນ​ໜ້າ​ນີ້​ເປັນ​ຕົ້ນ​ໄປນັ້ນ. ສິ່ງ​ທີ່ສໍາຄັນ​ທີ່​ສຸດກ່ຽວ​ກັບນະ​ໂຍບາຍ​ດັ່ງກ່າວ​ນີ້ ​ກໍແມ່ນ​ມັນຮ່າງ​ຂຶ້ນມາ​ເພື່ອ​ຍຸຕິ​ເປັນ​ບາງ​ສ່ວນ ການ​ແບ່ງ​ປັນ​ສ່ວນອາຫານ​ການ​ກິນ​ນັ້ນ.

Yang Moo-jin ສາ​ສະ​ດາ​ຈານ​ຊາວ​ເກົາຫຼີ​ໃຕ້ ປະ​ຈໍາ​ມະຫາ​ວິທະຍາ​ໄລ ການ​ສຶກສາກ່ຽວ​ກັບ​ເກົາຫຼີ​ເໜືອ ​ເວົ້າວ່າ ທ່ານຄາດ​ວ່າກອງ​ປະຊຸມ​ສະພາ ໃນ​ວັນທີ 25 ​ເດືອນ​ກັນຍາ​ນີ້ ຈະ​ເພັ່ງ​ເລັງ​ໃສ່​ການ​ປ່ຽນ​ແປງ​ນະ​ໂຍບາຍ​ດ້ານເສດຖະກິດ.

ທ່ານ ຢັງ​ ​ເວົ້າ​ວ່າ ​“ກອງ​ປະຊຸມ​ບັ້ນ​ນີ້​ແມ່ນ​ມີ​ເປົ້າ​ໝາຍ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ການ​ມີ​ສະຖຽນ​ລະ​ພາບ​ຂອງອໍານາດ​ປົກຄອງ​ພາຍ​ໃຕ້ທ່ານກິມຈົງ​ອຸນ ​ແລະ​ສະ​ແດງ​ໃຫ້​ເຫັນເຖິງ​ຄວາມ​ຕັ້ງ​ໃຈ​ອັນ​ແນ່​ວ​ແນ່ ທີ່​ຈະ​ຈັດ​ຕັ້ງ​ປະຕິ​ບັດ​ແຜນ ການ​ພັດທະນາ​ເສດຖະກິດຂອງ​ທ່ານຢ່າງ​ຖືກຕ້ອງ​ຕາມ​ກົດໝາຍ ​ໃນຂະນະ​ທີ່​ຜູ້​ນໍາ​ຄົນ​ໃໝ່​ນີ້ ເນັ້ນ​ຍໍ້າ​ໃສ່​ການ​ປັບປຸງ​ຊີວິດ​ຄວາມ​ເປັນ​ຢູ່​ຂອງປະຊາຊົນ​ຂອງ​ຕົນໃຫ້​ດີ​ຂຶ້ນນັ້ນ.”

​ບັນດາ​ນັກວິ​ເຄາະ​ຂ່າວ​ກອງ ​ເວົ້າ​ວ່າ ​ກໍາລັງມີ​ການດໍາ​ເນີນ​ຂັ້ນ​ຕອນ ​ເພື່ອ​ເອົາອໍານາດໃນການ​ຄວບ​ຄຸມ​ນະ​ໂຍບາຍ​ເສດຖະກິດ​ທີ່​ສໍາຄັນໆ​ນັ້ນ ອອກ​ໄປ ຈາກກອງທັບ​ເກົາຫຼີ​ເໜືອ ແລະມອບ​ໃຫ້​ຢູ່​ພາຍ​ໃຕ້​ຄະນະ​ລັດຖະບານ.

​ເກົາຫລີ​ເໜືອ​ໄດ້​ດໍາ​ເນີນຄວາມ​ພະຍາຍາມເພື່ອ​ປະຕິ​ຮູບ​ເງິນຕາຂອງ​ຕົນ ​ໃນທ່າມກາງ​ສະ​ພາວະ​ເງິນເຟີ້​ທີ່​ຮຸນ​ແຮງ​ເມື່ອສາມ​ປີຜ່ານມາ​ ແຕ່ບໍ່​ໄດ້ຜົນ.

​ປະ​ເທດ​ທີ່ຍາກ​ຈົນ​ແຫ່ງ​ນີ້ ທີ່​ມີ​ເພື່ອນ​ມິດໃກ້ຊິດ​ຢູ່​ບໍ່ພໍ​ເທົ່າ​ໃດ​ປະເທດ​ ນອກຈາກ​ຈີນແລ້ວນັ້ນ ​ແມ່ນຍັງ​ສືບ​ຕໍ່​ປະ​ເຊີນ​ກັບ​ສິ່ງ​ທ້າ​ທາຍຮ້າຍ​ແຮງ​ຕ່າງໆນາໆ ​ຍ້ອນເປັນ​ປະ​ເທດ​ນຶ່ງ​ທີ່​ມີ​ລະບົບ​ເສດຖະກິດທີ່​ວາງ​ແຜນໂດຍ​ສູນ​ກາງ ແລະ​ປົກ​ປິດ​ທີ່​ສຸດ​ຂອງ​ໂລກ. ຜົນ​ຜະລິດ​ລວມພາຍ​ໃນ ຫຼື​ຈີ​ດີ​ພີ ຂອງ​ເກົາຫຼີ​ເໜືອ ​ມີ​ມູນ​ຄ່າ​ເທົ່າ​ກັບ​ພຽງ​ສາມ​ເປີ​ເຊັນເທົ່າ​ນັ້ນ ຂອງ​ຈີ​ດີ​ພີ​ ຂອງ​ເກົາຫຼີ​ໃຕ້.
ແມ່ຍິງເກົາຫລີເໜືອຈໍານວນນຶ່ງ ທີ່ບໍ່ມີເຮືອນຢູ່ ຍ້ອນນໍ້າຖ້ວມ ໃນເດືອນສິງຫາຜ່ານມາ.
ແມ່ຍິງເກົາຫລີເໜືອຈໍານວນນຶ່ງ ທີ່ບໍ່ມີເຮືອນຢູ່ ຍ້ອນນໍ້າຖ້ວມ ໃນເດືອນສິງຫາຜ່ານມາ.


​ແລະມາ​ບັດ​ນີ້ ກໍ​ເກີດ​ມີ​ຄວາມ​ເປັນ​ຫ່ວງ​ຂຶ້ນ​ມາ​ໃໝ່​ອີກ ຢູ່​ໃນ​ວົງ​ການອົງການ ຊ່ວຍ​ເຫຼືອ​ນານາ​ຊາດ​ບາງ​ອົງການ ກ່ຽວ​ກັບ​ສະຖານະ​ການ​ຂາດ​ແຄນດ້ານ​ສະບຽງອາຫານ ​ທີ່ຮ້າຍ​ແຮງ​ລົງ​ໄປ​ນັບ​ມື້​ໃນ​ເກົາ​ຫຼີ​ເໜືອນັ້ນ ຫຼັງ​ຈາກ​ປະ​ເຊີນ​ກັບ​ສະພາວະ​ແຫ້ງ​ແລ້ງ​ເປັນ​ເວລາ​ດົນ
ນານ ​ແລະກໍ​ຕ້ອງ​ມາປະສົບກັບໄພ​ນໍ້າ​ຖ້ວມທີ່ຮ້າຍແຮງຫຼາຍ​ບັ້ນ ​ທີ່ສ້າງ​ຄວາມ​ເສຍ​ຫາຍ​ທີ່​ສຸດ​ເມື່ອ​ບໍ່​ດົນ​ມາ​ນີ້ອີກ.
XS
SM
MD
LG