ສະຫະລັດກໍາລັງຊອກຫາວິທີທາງ ຂໍໃຫ້ສະພາຄວາມໝັ້ນຄົງ ຂອງສະຫະປະຊາ
ຊາດ ຮັບຮອງເອົາຮ່າງຍັດຕິຢ່າງວ່ອງໄວ ໃນວັນເສົາມື້ນີ້ ຊຶ່ງຈະເຮັດໃຫ້ເກົາຫລີເໜືອ
ເຊົາໄດ້ລາຍຮັບ 1 ຕື້ໂດລາຕໍ່ປີ ເພື່ອຊ່ວຍໃຊ້ເຂົ້າໃນໂຄງການນີວເຄລຍ ແລະລູກ
ສອນໄຟຂີປະວຸດທີ່ຜິດກົດໝາຍນັ້ນ.
ການເຄື່ອນໄຫວເພື່ອທໍາການລົງໂທດເພີ້ມຂຶ້ນດັ່ງກ່າວນີ້ ແມ່ນເປັນການຕອບໂຕ້ ຕໍ່
ການທີ່ພຽງຢາງໄດ້ຍິງທົດລອງລູກສອນໄຟຂີປະວຸດຂ້າມທະວີບ ໃນໄລຍະວັນທີ 3
ແລະ 28 ກໍລະກົດຜ່ານມານີ້ ຊຶ່ງໄດ້ສະແດງໃຫ້ເຫັນວ່າ ປະເທດທີ່ເປັນອັນຕະພານ
ແຫ່ງນັ້ນ ດຽວນີ້ອາດມີຄວາມສາມາດທີ່ຈະເອົາແຜ່ນດິນໃຫຍ່ຂອງສະຫະລັດ ແລະ
ສ່ວນໃຫຍ່ຂອງທະວີບຢູໂຣບ ເຂົ້າໄປຢູ່ໃນເປົ້າການຍິງຂອງປະເທດດັ່ງກ່າວແລ້ວ.
ພວກນັກການທູດເວົ້າວ່າ ພາຍຫລັງທີ່ໄດ້ມີການເຈລະຈາກັນເປັນເວລາຫລາຍໆອາ
ທິດລະຫວ່າງສະຫະລັດ ແລະຈີນ, ສະພາຄວາມໝັ້ນຄົງຈະຈັດໃຫ້ມີການລົງຄະແນນ
ສຽງກັນ ໃນເວລາບ່າຍ 3 ໂມງວັນເສົາມື້ນີ້ ກົງກັບ 19:00 ໂມງ ຕາມເວລາມາດຕະ
ຖານສາກົນ, ໃນຂະນະທີ່ສະມາຊິກທັງໝົດ 15 ປະເທດ ໄດ້ເຫັນ ແລະໄດ້ສົນທະນາ
ກັນກ່ຽວກັບເນື້ອໃນຂອງຮ່າງຍັດຕິທີ່ສະ ເໜີໂດຍສະຫະລັດນັ້ນແລ້ວ.
ອີງຕາມນັກການທູດຂອງສະພາຄວາມໝັ້ນຄົງທີ່ມີຄວາມຮູ້ກ່ຽວກັບການເຈລະຈານັ້ນ
ເວົ້າວ່າຂໍ້ກໍານົດຕ່າງໆຂອງຮ່າງຍັດຕິນັ້ນ ຖ້າໄດ້ຖືກຮັບຮອງເອົາ ແລະຖືກຈັດຕັ້ງປະຕິ
ບັດແລ້ວ ມັນຈະເຮັດໃຫ້ພຽງຢາງ ຂາດລາຍໄດ້ໄປ 1 ສ່ວນ 3 ຂອງລາຍຮັບທັງໝົດ 3 ຕື້
ໂດລາຕໍ່ປີ ທີ່ປະເທດດັ່ງກ່າວໄດ້ມາຈາກການສົ່ງສິນຄ້າອອກໄປຂາຍຕ່າງປະເທດນັ້ນ
ໄດ້ຢ່າງມີປະສິດທິຜົນ. ຂະແໜງການສົ່ງອອກ 4 ຂະແໜງທີ່ເປັນເປົ້າໝາຍໃນຍັດຕິສະ
ບັບນີ້ລວມມີ ຖ່ານຫີນ, ເຫລັກ ແລະແຮ່ເຫລັກ, ກົ່ວ ແລະແຮ່ກົ່ວ, ແລະອາຫານທະເລ.
ຢູ່ໃນມະຕິສອງສະບັບ ທີ່ໄດ້ຖືກຮັບຮອງເອົາໃນເດືອນມີນາ ແລະເດືອນພະຈິກປີກາຍນັ້ນ
ສະພາຄວາມໝັ້ນຄົງໄດ້ວາງຂີດຈໍາກັດໃສ່ການສົ່ງອອກຖ່ານຫີນ ຊຶ່ງເປັນຂະແໜງຂາ
ອອກທີ່ໃຫຍ່ທີ່ສຸດຂອງເກົາຫລີເໜືອ.
ນັກການທູດຂອງສະພາຄວາມໝັ້ນຄົງດັ່ງກ່າວເວົ້າວ່າ "ຢູ່ໃນຮ່າງຍັດຕິສະບັບນີ້ບໍ່ໄດ້ມີ
ຂີດຈໍາກັດ, ບໍ່ໄດ້ມີຖ່ານຫີນທີ່ອານຸຍາດສົ່ງອອກໄດ້, ສິນຄ້າຂາອອກທັງໝົດ ຕ້ອງໄດ້ຢຸດ
ຕິລົງ ມັນຈະຖືກຫ້າມບໍ່ໃຫ້ສົ່ງອອກຈາກເກົາຫລີເໜືອເລີຍ."
ໂດຍການຍົກເລີກຂີດຈໍາກັດນັ້ນ ນັກການທູດດັ່ງກ່າວເວົ້າວ່າ ມັນຈະເຮັດໃຫ້ລາຍຮັບ
ຈາກການສົ່ງອອກຂອງເກົາຫລີເໜືອຫລຸດລົງ 4 ລ້ານໂດລາຕໍ່ປີ ໃນທັນທີທັນໃດໂລດ.
ເຫລັກ ແລະແຮ່ເຫລັກ ກໍຈະຖືກລວມເຂົ້າໃນການເກືອດຫ້າມຢ່າງເຕັມສ່ວນເຊັ່ນກັນ ຊຶ່ງ
ຈະເຮັດໃຫ້ເກົາຫລີເໜືອຂາດລາຍຮັບໄປປະມານ 251 ລ້ານໂດລາໃນປີນີ້. ນອກນັ້ນ ຈະ
ມີການຫ້າມສົ່ງອອກກົ່ວ ແລະແຮ່ກົ່ວ ອີກດ້ວຍ ທີ່ຄາດກັນວ່າ ຈະສ້າງລາຍຮັບໃຫ້ປະເທດ
ດັ່ງກ່າວ 113 ລ້ານໂດລາໃນປີນີ້ ແລະການຫ້າມການສົ່ງອອກອາຫານທະເລ ທີ່ຄາດວ່າ
ຈະນໍາລາຍຮັບມາໃຫ້ປະເທດນັ້ນ ເກືອບຮອດ 300 ລ້ານໂດລາ ໃນປີ 2017 ນີ້.