ເກົາຫລີເໜືອໄດ້ປະກາດເຖິງການທົດລອງລູກສອນໄຟ ເທື່ອລ້າສຸດວ່າ ເປັນຜົນສຳເລັດ
ເຮັດໃຫ້ສະຫະລັດ ແລະບັນດາພັນທະມິດມີຄວາມໂກດແຄ້ນ.
ອົງການຂ່າວລັດຖະບານພຽງຢາງ ໃນວັນຈັນວານນີ້ ໄດ້ເອີ້ນມັນວ່າ ເປັນການທົດລອງ
ລະບົບຕໍ່ຕ້ານອາວຸດນຳວິຖິທາງອາກາດສະນິດໃໝ່.
ລາຍງານນັ້ນກ່າວວ່າ ການພົບເຫັນຂໍ້ຕົກບົກພ່ອງຂອງການທົດລອງຄັ້ງກ່ອນນັ້ນ ໄດ້ຖືກ
ແກ້ໄຂແລ້ວ ແລະລະບົບດັ່ງກ່າວຈະນຳໄປຕິດຕັ້ງຢູ່ທົ່ວເກົາຫລີເໜືອ “ເຊັ່ນປ່າດົງ.”
ການຍິງທົດລອງໃນວັນຈັນ ໄດ້ເກີດຂຶ້ນພຽງບໍ່ເທົ່າໃດມື້ ຫລັງຈາກການປະຊຸມສຸດຍອດຂອງບັນດາຜູ້ນຳເສດຖະກິດໂລກ G-7 ໄດ້ຮຽກຮ້ອງໃຫ້ພຽງຢາງ ເລີກລົ້ມຄວາມທະເຍີ້ທະຍານດ້ານນິວເຄລຍຂອງຕົນ.
ກອງບັນຊາການສະຫະລັດໃນເຂດປາຊິຟິກ ໄດ້ຕິດຕາມເບິ່ງລູກສອນໄຟດັ່ງກ່າວເປັນ
ເວລາຫົກນາທີ ກ່ອນມັນຈະຕົກລົງສູ່ທະເລຍີ່ປຸ່ນ ທີ່ຮູ້ກັນວ່າເປັນເຂດເສດຖະກິດທີ່ອຸດົມ
ຂອງຍີປຸ່ນ.
ທ່ານ Abe ນາຍົກລັດຖະມົນຕີຍີ່ປຸ່ນ ໄດ້ກ່າວຜ່ານທາງໂທລະພາບ ໂດຍໃຫ້ຄໍາໝັ້ນສັນ
ຍາວ່າຈະຕອບໂຕ້ “ໂດຍການປະຕິບັດງານກັບສະຫະລັດ ພວກເຮົາຈະເອົາບາດກ້າວ
ໂດຍສະເພາະ ເພື່ອສະກັດກັ້ນເກົາຫລີເໜືອ.”
ປະທານາທິບໍດີສະຫະລັດ ທ່ານ ດໍໂນລ ທຣໍາ ກ່າວຢູ່ໃນການສົ່ງຂໍ້ຄວາມຂຽນລົງທາງ
tweeter ວ່າ “ເກົາຫລີເໜືອໄດ້ສະແດງອອກມາໃຫ້ເຫັນ ເຖິງຄວາມບໍ່ເຄົາລົບຕໍ່ບັນດາ
ເພື່ອນບ້ານເຂົາເຈົ້າ ຄືຈີນ ໂດຍການຍິງລູກສອນໄຟຂີປະນາວຸດອີກ.” ແຕ່ວ່າ ທ່ານ
ທຣໍາ ໄດ້ສະແດງຄວາມຍິນດີຕໍ່ປັກກິ່ງ "ທີ່ພະຍາຍາມໜັກ" ເພື່ອຢັບຢັ້ງຄວາມທະ
ເຍີທະຍານທາງທະຫານຂອງພຽງຢາງ.