ເກົາຫລີເໜືອ ໄດ້ຍິງທົດລອງລູກສອນໄຟຂີປະນາວຸດຈາກເຮືອດຳນໍ້າລຳນຶ່ງ ແຕ່ປາກົດ ວ່າ ລູກສອນໄຟໄດ້ປະສົບກັບຄວາມລົ້ມແຫລວຫລັງຈາກຍິງຂຶ້ນ.
ອົງການຂ່າວ Yonhap ຂອງເກົາຫລີໃຕ້ ກ່າວວ່າ ເຄື່ອງຈັກລູກສອນໄຟໄດ້ຕິດຂຶ້ນ ແຕ່ໄດ້ລະເບີດຢູ່ເທິງອາກາດ ປະມານ 10 ກິໂລແມັດ. ອົງການຂ່າວ Yonhap ກ່າວວ່່າ ລູກສອນໄຟໄດ້ເດີນທາງຜ່ານໜ້ານໍ້າພຽງບໍ່ເທົ່າໃດກິໂລແມັດ.
ການທົດລອງທີ່ຄ້າຍຄືກັນນີ້ ໃນເດືອນເມສາຜ່ານມາ ກໍໄດ້ປະສົບກັບຄວາມລົ້ມແຫລວ.
ອົງການຂ່າວດັ່ງກ່າວຍັງແຈ້ງວ່າ ພຽງຢາງໄດ້ຍິງລູກສອນໄຟ ຈາກເຮືອດຳນໍ້າ ຂະໜາດ 2,000 ໂຕນ ໃນຕອນເຊົ້າວັນເສົາມື້ນີ້ຈາກຝັ່ງທະເລກ້ຳຕາເວັນອອກຂອງເກົາຫລີເໜືອ ໃກ້ກັບເມືອງ Sinpo.
ກະຊວງປ້ອງກັນປະເທດເກົາຫລີໃຕ້ ກ່າວວ່າ ເຂົາເຈົ້າບໍ່ສາມາດຢືນຢັນໄດ້ວ່າ ລູກສອນໄຟໄດ້ຍິງໄປໄກເທົ່າໃດ ຫລືວ່າໄດ້ຕົກລົງຢູ່ບ່ອນໃດ ແຕ່ຍັງກໍກ່າວວ່າ“ເກົາຫລີເໜືອໄດ້ລະເມີດມະຕິສະຫະປະຊາຊາດມາຢ່າງບໍຫລົດລະ ໂດຍຍິງລູກສອນໄຟຂີປະນາວຸດຢູ່ຕະຫລອດມາ.”
ໂຄສົກກອງທັບເຮືອສະຫະລັດ ພັນໂທ Gary Ross ໄດ້ອອກຖະແຫລງການກ່າວວ່າ “ພວກເຮົາຂໍປະນາມຢ່າງແຮງຕໍ່ເລື້ອງນີ້ ແລະການທົດລອງລູກສອນໄຟອຶ່ນໆ ຂອງເກົາ ຫລີເໜືອຫວ່າງມໍ່ໆມານີ້ ຊຶ່ງເປັນການລະເມີດ ຕໍ່ມະຕິສະພາຄວາມໝັ້ນຄົງສະຫະປະຊາຊາດຢ່າງເປີດແປນທີ່ຫ້າມບໍ່ໃຫ້ເກົາຫລີເໜືອນຳໃຊ້ເທັກໂນໂລຈີລູກສອນໄຟຂີປະນາວຸດ.”
ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Shinzo Abe ກໍໄດ້ປະນາມການຍິງລູກສອນ ໄຟດັ່ງກ່າວ ເຊັ່ນດຽວກັນ.
ການຍິງທົດລອງລູກສອນໄຟນີ້ ມີຂຶ້ນນຶ່ງມື້ ຫລັງຈາກເກົາຫລີໃຕ້ ແລະສະຫະ ລັດກ່າວວ່າ ເຂົາເຈົ້າຈະຕິດຕັ້ງລະບົບປ້ອງກັນລູກສອນໄຟ ທີ່ກ້າວໜ້າ ຢູ່ໃນເກົາຫລີໃຕ້ ເພື່ອຮັບມືກັບການຂົ່ມຂູ່ຈາກອາວຸດນິວເຄລຍຂອງເກົາຫລີເໜືອ.
ການປະກາດດັ່ງກ່າວ ໄດ້ພາໃຫ້ມີການປະທ້ວງຢ່າງໄວວາຈາກຈີນ ພ້ອມທັງຣັດເຊຍ ແລະພຽງຢາງ.