ເກົາຫລີເໜືອ ໃນບໍ່ຊ້ານີ້ອາດຈະອະນຸຍາດໃຫ້ພວກຊາວນາ
ເກັບຜົນປູກຂອງເຂົາ ເຈົ້າໄດ້ຫລາຍຂື້ນ ຊຶ່ງເປັນບາດກ້າວ
ເພື່ອເພີ້ມຜະລິດຜົນດ້ານກະສິກຳ. ມັນອາດຈະແມ່ນການ
ປະຕິຮູບອັນສໍາຄັນ ຂອງຜູ້ນໍາໜຸ່ມນ້ອຍຄົນໃໝ່ ທ່ານ Kim
Jong Un ທີ່ໄດ້ໃຫ້ຄໍາໝັ້ນສັນຍາວ່າ ຈະເສີມຂະຫຍາຍ
ເສດຖະກິດທີ່ພວມປະ ສົບບັນຫາຂອງເກົາຫລີເໜືອ.
ຂ່າວກ່ຽວກັບແຜນທີ່ອາດເປັນໄປໄດ້ດັ່ງກ່າວ ແມ່ນມາຈາກແຫລ່ງຂ່າວທີ່ໃກ້ຊິດກັບພາກ
ສ່ວນກະສິກຳຂອງເກົາຫລີເໜືອທີ່ໄດ້ແຈ້ງໃຫ້ອົງການຂ່າວຂອງປະເທດຕາເວັນຕົກຊາບ.
ລາຍງານກ່າວວ່າ ຄາດວ່າຈະມີການປະກາດດ້ານເສດຖະກິດອັນສໍາຄັນ ໃນວັນອັງຄານມື້ນີ້ ຢູ່ໃນກອງປະຊຸມສະພາປະຊາຊົນສູງສຸດ ທີ່ບໍ່ຄ່ອຍໄດ້ມີກັນນັ້ນ.
ເກົາຫລີເໜືອ ເປັນປະເທດທີ່ມີຄວາມລຶກລັບທີ່ສຸດປະເທດນຶ່ງຢູ່ໃນໂລກ ແຕ່ໄດ້ ມີຄາດ
ຄະເນກັນວ່າ ອາດຈະມີການປະກາດໃຫ້ຊາບກ່ຽວກັບແຜນການປະຕິຮູບ ດ້ານກະສິກຳ ຢູ່ໃນກອງປະຊຸມ.
ປັດຈຸບັນນີ້ ບັນດາຊາວນາຢູ່ໃນເກົາຫລີເໜືອ ຕ້ອງໄດ້ມອບຜົນລະປູກສ່ວນໃຫຍ່ ຂອງເຂົາເຈົ້າໃຫ້ແກ່ລັດ ແລະເກັບເອົາໄວ້ໃນປະລິມານທີ່ຈຳເປັນສຳຫຼັບຄອບຄົວເທົ່ານັ້ນ.
ລາຍງານກ່າວວ່າ ພາຍໃຕ້ການປະຕິຮູບທີ່ໄດ້ມີການສະເໜີໄປນີ້ພວກຊາວນາຈະໄດ້ຮັບອະນຸຍາດໃຫ້ເກັບຜົນລະປູກຂອງເຂົາເຈົ້າໄວ້ເປັນສ່ວນໃຫຍ່ ຊຶ່ງເຂົາເຈົ້າສາມາດຈະນໍາໄປຂາຍໃນຕະຫລາດໄດ້ແລະເປັນໂອກາດທີ່ເຮັດໃຫ້ເຂົາເຈົ້າໄດ້ຮັບສິນນໍ້າໃຈທີ່ຈະຜະລິດຫລາຍຂື້ນ.
ພາກສ່ວນການປູກຝັງຂອງເກົາຫລີເໜືອ ໄດ້ດີ້ນລົນໃນການຜະລິດອາຫານໃຫ້ພຽງພໍເພື່ອລ້ຽງປະຊາກອນຂອງປະເທດ 24 ລ້ານຄົນ.
ທ່ານ Kim ໄດ້ເຂົ້າກໍາອໍານາດໃນເດືອນທັນວາ ລຸນຫຼັງການເຖິງແກ່ອະສັນຍະ ກຳມື້ລາງບິດາຂອງທ່່ານ ຄືທ່ານ Kim Jong II ຜູ້ທີ່ໄດ້ປົກຄອງປະເທດທີ່ຢູ່ຢ່າງໂດດດ່ຽວມາເປັນເວລາ 18 ປີນັ້ນ ດ້ວຍຄວາມເຂັ້ມງວດ.