ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີເໜືອ ສະຫຼອງ ວັນເກີດ ມື້ລາງຜູ້ນໍາ ຄົນກ່ອນ ທ່ານ ຄິມ ຈົງ ອີລ ( ວີດີໂອ )


NoKor Kim Jong Il
please wait
Embed

No media source currently available

0:00 0:00:27 0:00

ເບິ່ງວີດີໂອ ກ່ຽວກັບລາຍງານນີ້.

ເກົາຫຼີ​ເໜືອ​ກຳລັງ​ສະຫຼອງ​ວັນ​ເກີດ​ຄົບຮອບ 72 ປີ ຂອງ
ທ່ານ ​ຄິມ ຈົງ​ອີລ ​ມື້​ລາງ​ຜູ້ນຳ​ຂອງ​ຕົນ ​ໃນ​ເຫດການ​ທີ່​
ເອີ້ນ​ວ່າ “ວັນ​ຂອງ​ດາວ​ທີ່​ສ່ອງ​ແສງ​ຈ້າ​.”

ພວກຝູງ​ຊົນ​ໃນ​ກຸງ​ພຽງ​ຢ້າງ ​ໄດ້​ພາກັນ​ໄປ​ວາງ​ດອກ​ໄມ້​ໃນ
ວັນ​ອາທິດ​ມື້​ນີ້ ​ຢູ່​ຕີນ​ອະນຸສາ​ວະລີ​ຮູບ​ປັ້ນ​ຂະໜາດ​ຍັກ​
ຂອງ​ມື້​ລາງ​ທ່ານ​ຄິມ ຈົງ ອີລ ​ແລະ​ມື້​ລາງ​ບິດາ​ຂອງທ່ານ
ຄື​ທ່ານ ຄິມ ອີລ ຊຸງ ຊຶ່ງເປັນ​ຜູ້​ກໍ່​ຕັ້ງລັດທີ່​ນິຍົມລັດທິ
Stalin ຂຶ້ນ​ມາ​ນັ້ນ.

ການ​ຕິດ​ປ້າຍ ​ແລະ​ການ​ເອ້ຍ້ອງ​ຕົກ​ແຕ່ງຕ່າງໆ ​ເພື່ອ​ເປັນ​
ຂີດ​ໝາຍ​ວັນ​ເກີດ​ຂອງ​ມື້​ລາງ​ທ່ານ​ ຄິມ ​ໄດ້​ມີ​ຂຶ້ນ​ໃນ​ທົ່ວ​ກຸງ​ພຽງ​ຢ້າງ​ໃນ​ວັນ​ເສົາ​ວານ​ນີ້ ​ແຕ່ມາ​
ຮອດຕອນອອກອາກາດນີ້ ຍັງ​ບໍ່​ທັນເຫັນມີ​ການ​ເດີນ​ສວນສະໜາມ​ຢ່າງ​ຂະໜານ​ໃຫຍ່ ຫຼື​
ການສະ​ເຫຼີ​ມສະຫຼອງ​ໃຫຍ່ໃດໆເທື່ອໃນ​ວັນ​ອາທິດ​ ມື້​ນີ້.

ຄອບ​ຄົວ​ທ່ານ​ຄິມ ​ໄດ້​ປົກຄອງ​ເກົາຫຼີ​ເໜືອ​ມາດົນ​ກວ່າ 6 ທົດ​ສະ​ວັດ​. ທ່ານ​ຄິມ ຈົງ ອີລ ໄດ້​ເຖິງ​ແກ່​ອະສັນ​ຍະ​ກຳ​ໄປ ຍ້ອນ​ໂຣກຫົວ​ໃຈ​ວາຍ ​ໃນ​ເດືອນ​ທັນວາ ປີ 2011 ​ແລະ ຄິມ ຈົງ ອຸນ ລູກ​ຊາຍ​ຂອງ​ທ່ານ​ ໄດ້​ຂຶ້ນ​ຄອງ​ອຳນາດ​ແທນ.
XS
SM
MD
LG