ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ເກົາ​ຫຼີ​ເໜືອ ອາດ​ຈະ​ທຳ​ການ​ທົດ​ລອງ​ອາ​ວຸດ​ທີ່​ສຳ​ຄັນ ໃນ​ຂະ​ນະ​ທີ່ ປະ​ທາ​ນາ​ທິ​ບໍ​ດີໄບ​ເດັນ ຢ້ຽມ​ຢາມ​ເອ​ເຊຍ​ເທື່ອ​ທຳ​ອິດ


​ຜູ້​ຄົນ​ເບິ່ງ​ໂທ​ລະ​ພາບ ລາຍ​ການ​ຂ່າວ ທີ່​ລາຍ​ງານ​ເລື້​ອງ​ເກົາ​ຫຼີ​ເໜືອ​ທົດ​ລອງ​ລູກ​ສອນ​ໄຟ ຢູ່​ສະ​ຖາ​ນີ​ລົດ​ໄຟ​ແຫ່ງ​ນຶ່ງ ໃນ​ນ​ະ​ຄອນ​ຫຼວງ​ໂຊ​ລ ເມື່ອ​ວັນ​ທີ 12 ພຶດ​ສະ​ພາ 2022.
​ຜູ້​ຄົນ​ເບິ່ງ​ໂທ​ລະ​ພາບ ລາຍ​ການ​ຂ່າວ ທີ່​ລາຍ​ງານ​ເລື້​ອງ​ເກົາ​ຫຼີ​ເໜືອ​ທົດ​ລອງ​ລູກ​ສອນ​ໄຟ ຢູ່​ສະ​ຖາ​ນີ​ລົດ​ໄຟ​ແຫ່ງ​ນຶ່ງ ໃນ​ນ​ະ​ຄອນ​ຫຼວງ​ໂຊ​ລ ເມື່ອ​ວັນ​ທີ 12 ພຶດ​ສະ​ພາ 2022.

ເຖິງ​ແມ່ນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ໃນ​ລະ​ຫວ່າງ​ຊ່ວງ​ທຳ​ອິດ​ຂອງ​ລັດ​ຖະ​ບານ​ປະ​ທາ​ນາ​ທິ​ບໍ​ດີ​ ໂຈ ໄບ​ເດັນ ໄດ້​ເພັ່ງ​ເລັງ​ໃສ່​ບັນ​ຫາ​ຕ່າງໆ ເຊັ່ນ​ການ​ມີ​ອິດ​ທິ​ພົນ ​ເພີ້ມ​ຂຶ້ນ​ຂອງ​ຈີນ​ແລະການ​ຮຸກ​ຮານຂອງ​ຣັດ​ເຊຍ​ເຂົ້າ​ໄປ​ໃນ​ປະ​ເທດ​ຢູ່​ເຄ​ຣນກໍ​ຈິງ​ຢູ່ ແຕ່​ໃນ​ອາ​ທິດນີ້ ທ່ານ​ໄບ​ເດັນ ຈະ​ປະ​ເຊີນ​ໜ້າ​ກັບ​ບັນ​ຫາ​ໃນ​ດ້ານ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ ທີ່​ລົບ​ກວນ​ມາ​ໂດຍ​ຕະ​ຫຼອດ.

ທ່ານ​ໄບ​ເດັນ ຊຶ່ງ​ຈະ​ອອກ​ເດີນ​ທາງ​ໃນ​ວັນ​ສຸກມື້​ອື່ນເພື່ອ​ໄປ​ຢ້ຽມ​ຢາມ​ເອ​ເຊຍ​ເທື່ອໃນ ​ຖາ​ນະ​ປະ​ທາ​ນາ​ທິ​ບໍ​ດີອາດ​ຈະ​ຖືກ​ຕ້ອນ​ຮັບ​ດ້ວຍ​ການ​ທົດ​ລອງ​ອາ​ວຸດ​ທີ່​ສຳ​ຄັນຂອງ​ເກົາ​ຫຼີ​ເໜືອ ອີງ​ຕາມ​ຄຳ​ເວົ້າ​ຂອງ​ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ​ແລະ​ເກົາ​ຫຼີ​ໃຕ້.

ໜ່ວຍ​ສືບ​ລັບ​ຂອງ​ສະ​ຫະ​ລັດ​ໄດ້​ສະ​ທ້ອນ​ໃຫ້​ເຫັນ “ຄວາມ​ເປັນ​ໄປ​ໄດ້​ຢ່າງ​ແທ້​ຈິງ” ທີ່​ເກົາ​ຫຼີ​ເໜືອ​ຈະ​ທຳ​ການຍິງ​ທົດ​ລອງ ​ລູກ​ສອນ​ໄຟ​ໄລ​ຍະ​ໄກ ​ຫຼື​ບໍ່​ກໍ​ທົດ​ລອງ​ລະ​ເບີດ​ນິວ​ເຄ​ລຍ ຫຼື​ບໍ່​ກໍ​ທັງ​ສອງ​ຢ່າງ​ເລີຍໃນ​ລະ​ຫວ່າງ​ທີ່​ປະ​ທາ​ນາ​ທິ​ບໍ​ດີ​ໄບ​ເດັນ​ທຳ​ການ​ຢ້ຽມ​ຢາມ​ເອ​ເຊຍ ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ​ເຈກ ຊູ​ລ​ລີ​ວານທີ່​ປຶກ​ສາ​ທາງ​ດ້ານຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຂອງ​ທຳ​ນຽບ​ຂາວ ໃນ​ວັນ​ພຸດ​ວານນີ້.

ທ່ານ​ຊູ​ລ​ລີ​ວານ​ກ່າວ​ໃນ​ການ​ຖະ​ແຫຼງ​ຂ່າວ​ວ່າ “ພວກ​ເຮົາ​ກຽມ​ພ້ອມ​ແລ້ວ ສຳ​ລັບ​ແຜນ​ການ​ສຸ​ກ​ເສີນ​ທັງ​ໝົດ ຮວມ​ທັງ​ຄວາມ​ເປັນ​ໄປ​ໄດ້​ທີ່​ການ​ທ້າ​ທາຍ​ດັ່ງ​ກ່າວ​ຈະເກີດ​ຂຶ້ນ ໃນ​ຂະ​ນະ​ທີ່​ພວກ​ເຮົາ​ຢູ່​ທີ່​ເກົາ​ຫຼີ​ແລະ​ຍີ່​ປຸ່ນ​.

ສ່ວນ​ໃຫຍ່​ໃນ​ການ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ ເປັນ​ເວ​ລາ 5 ວັນ ​ຂອງ​ທ່ານ​ໄບ​ເດັນ​ຄາດ​ວ່າຈະ​ເພັ່ງ​ເລັງ​ໃສ່​ຈີນ ບ່ອນ​ທີ່​ທ່ານ​ຈະ​ເຮັດ​ວຽກ​ເພື່ອ​ໃຫ້​ການ​ຄ້ຳ​ປະ​ກັນ​ແກ່​ບັນ​ດາ​ປະ​ເທດ​ພັນ​ທະ​ມິດ ທີ່​ໄດ້​ມີ​ຄຳ​ຖາມ​ກ່ຽວ​ກັບ​ການ​ໃຫ້​ຄວາມ​ໝັ້ນ​ໝາຍ​ໃນ​ໄລ​ຍະ​ຍາວ​ຂອງ​ສະ​ຫະ​ລັດ​ຢູ່​ໃນ​ຂົງ​ເຂດ.

ໃນ​ລະ​ຫວ່າງ​ການ​ໄປ​ຢ້ຽມ​ຢາມນັ້ນ ທ່ານ​ໄບ​ເດັນ​ຄາ​ດ​ວ່າ ຈະ​ເປີດ​ຕົວ​ຂອບ​ເສດ​ຖະ​ກິດ​ຂອງ​ອິນ​ໂດ​ປາ​ຊີ​ຟິກ ຊຶ່ງ​ເປັນ​ຂໍ້​ລິ​ເລີ້ມ​ທາງ​ດ້ານ​ເສດ​ຖະ​ກິດ ທີ່​ໄດ້​ມີ​ການ​ຄອຍ​ຖ້າ​ມາ​ເປັນ​ເວ​ລາ​ດົນ​ນານ​ແລ້ວ ອັນ​ໝາຍ​ເຖິງ​ການ​ພົ​ວ​ພັນ​ເພີ້ມ​ຂຶ້ນ​ຂອງ​ສະ​ຫະ​ລັດ​ຢູ່​ໃນ​ເອ​ເຊຍ.

ທີ່​ໂຕ​ກຽວ ທ່ານ​ໄບ​ເດັນ​ຈະ​ຈັດ​ປະ​ຊຸມ​ກຸ່ມ​ປະ​ເທດ​ຄວດ ຊຶ່ງ​ເປັນ​ກຸ່ມ​ສີ່​ປະ​ເທດ​ປະ​ກອບ​ດ້ວຍ​ສະ​ຫະ​ລັດ ຍີ່​ປຸ່ນ ອິນ​ເດຍ ແລະ​ອອ​ສ​ເຕ​ຣ​ເລຍ ປະ​ເທດ​ປະ​ຊາ​ທິ​ປະໄຕ​ທີ່​ມີ​ຄວາມ​ສົນ​ໃຈ​ຢ່າງ​ແຂງ​ຂັນ​ໃນ​ການ​ຄວບ​ຄຸມ​ກາ​ນ​ຂະ​ຫຍາຍ​ອິດ​ທິ​ພົນ​ຂອງ​ຈີນ.

ທີ່​ນະ​ຄອນ​ຫຼວງ​ໂຊ​ລ ທ່ານ​ໄບ​ເດັນ​ຈະ​ພົບ​ປະ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ທີ່​ຖືກ​ເລືອກ​ໃໝ່​ຂອງ​ເກົາ​ຫຼີ​ໃຕ້ ​ທ່ານ​ຢູນ ຊຸກ ໂຢ​ລ ຊຶ່ງ​ໄດ້​ປະ​ກາ​ດວ່າຈະ​ເອົາ​ທ່າ​ທີ​ທີ່​ເຂັ້ມ​ງວ​ດຕື່ມ​ຂຶ້ນ​ຕໍ່​ຈີນ ແລະ​ຜູ້​ທີ່​ຢາກ​ຂະ​ຫຍາຍ​ການ​ຮ່ວມ​ມື​ກັບ​ວໍ​ຊິງ​ຕັນ​ແລະ​ບັນ​ຫາ​ຂອງ​ໂລກ​ອື່ນໆ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສ​າ​ອັງ​ກິດ

XS
SM
MD
LG