ເກົາຫຼີເໜືອ ໄດ້ຍິງລູກສອນໄຟຂີປະນາວຸດສອງລູກໃນວັນຈັນມື້ນີ້ ແລະ ລູກທີສອງໄດ້ປະສົບຄວາມລົ້ມແຫຼວ ແລະ ລະເບີດໃນລະຫວ່າງການບິນທີ່ບໍ່ປົກກະຕິ, ເຊິ່ງມີຄວາມເປັນໄປໄດ້ວ່າຊາກຫັກພັງຈະຕົກລົງໃນດິນແດນຂອງປະເທດ, ກອງທັບ ເກົາຫຼີໃຕ້ ໄດ້ກ່າວ, ອີງຕາມອົງການຂ່າວ ຣອຍເຕີ.
ເກົາຫຼີໃຕ້ ຍັງວິເຄາະການຍິງດັ່ງກ່າວ ແລະ ບໍ່ໄດ້ໃຫ້ການຢືນຢັນໃນທັນທີວ່າມັນມີຜູ້ເສຍຊີວິດ ແລະ ບາດເຈັບ ຫຼື ຄວາມເສຍຫາຍໃດໆຕໍ່ຕຶກອາຄານຂອງ ເກົາຫຼີເໜືອ ຫຼືບໍ່, ໂຄສົກກອງທັບ ທ່ານ ລີ ຊັງ ຈູນ ໄດ້ກ່າວໃນກອງປະຊຸມລາຍງານ.
ເສນາທິການຮ່ວມຂອງ ເກົາຫຼີໃຕ້ ກ່ອນໜ້ານີ້ໄດ້ກ່າວວ່າ ເກົາຫຼີເໜືອ ໄດ້ຍິງລູກສອນໄຟຂີປະນາວຸດໄລຍະໃກ້ລູກນຶ່ງ ທີ່ໄດ້ບິນປະມານ 600 ກິໂລແມັດ ແລະ ລູກສອນໄຟຂີປະນາວຸດລູກທີສອງທີ່ບິນປະມານ 120 ກິໂລແມັດ, ເຊິ່ງທັງສອງລູກຖືກຍິງຈາກບໍລິເວນໃກ້ກັບຊາຍຝັ່ງພາກຕາເວັນຕົກ.
ເຂົາເຈົ້າໄດ້ກ່າວວ່າລູກສອນໄຟສອງລູກຖືກຍິງໄປສູ່ພາກຕາເວັນອອກສຽງເໜືອ.
ຈາກທິດທາງການຍິງດັ່ງກ່າວໝາຍຄວາມວ່າ ລູກທີສອງອາດໄດ້ຕົກລົງໃນເຂດທີ່ຢູ່ໃກ້ກັບນະຄອນຫຼວງ ພຽງຢາງ ຂອງ ເກົາຫຼີເໜືອ, ແຕ່ທ່ານ ລີ ໄດ້ກ່າວວ່າກອງທັບແມ່ນບໍ່ສາມາດທີ່ຈະໃຫ້ຄຳເຫັນຕໍ່ໄປໄດ້.
ເກົາຫຼີໃຕ້ ໄດ້ກ່າວວ່າ ເຂົາເຈົ້າໄດ້ເບິ່ງການຍິງລູກສອນໄຟຂອງ ເກົາຫຼີເໜືອ ຈາກຂັ້ນຕອນການກະກຽມ ແລະ ຕິດຕາມການບິນຂອງຂີປະນາວຸດນັ້ນ.
ເສນາທິການຮ່ວມໄດ້ກ່າວໃນຖະແຫຼງການສະບັບນຶ່ງວ່າ “ພວກເຮົາກ່າວປະນາມການຍິງລູກສອນໄຟຂອງ ເກົາຫຼີເໜືອ ຢ່າງແຮງ ດັ່ງກັບການຍຸແຍ່ທີ່ເປັນໄພຂົ່ມຂູ່ອັນຮ້າຍແຮງຕໍ່ສັນຕິພາບ ແລະ ສະຖຽນລະພາບໃນແຫຼມເກົາຫຼີ,” ໂດຍກ່າວຕື່ມວ່າເຂົາເຈົ້າໄດ້ແບ່ງປັນຂໍ້ມູນ ກ່ຽວກັບ ລູກສອນໄຟ ກັບບັນດາເຈົ້າໜ້າທີ່ ສະຫະລັດ ແລະ ຍີ່ປຸ່ນ.
ອ່ານຂ່າວນີ້ເປັນພາສາອັງກິດ
North Korea fired two ballistic missiles on Monday and the second may have failed and blown up during an irregular flight, possibly raining debris inland, South Korea's military said.
South Korea was still analysing the launch and did not immediately have confirmation whether there were any casualties or damage to North Korean property, military spokesperson Lee Sung-joon told a briefing.
South Korea's Joint Chiefs of Staff earlier said the North fired a short-range ballistic missile that flew about 600 km (373 miles) and a second ballistic missile that flew about 120 km, both from an area near the west coast.
Both were fired towards the north-east, it said.
The trajectory means the second may have fallen in an area close to the North's capital, Pyongyang, but Lee said the military was unable to comment further.
South Korea has said it watches the North's missile launches from the preparations stage and tracks the projectile in flight.
"We strongly condemn North Korea's missile launch as a provocation that seriously threatens peace and stability on the Korean Peninsula," the Joint Chiefs of Staff said in a statement, adding it shared information on the missiles with U.S. and Japanese authorities.
ຟໍຣັມສະແດງຄວາມຄິດເຫັນ