ເກົາຫຼີເໜືອໄດ້ຍິງອັນທີ່ສົງໄສວ່າ ເປັນລູກສອນໄຟຂີປະນາວຸດ ໃນວັນອັງຄານມື້ນີ້, ເຊິ່ງເປັນການທົດລອງອາວຸດໃຫຍ່ຄັ້ງທີສອງຂອງປີນີ້, ອີງຕາມລາຍງານຂອງລັດຖະບານ ເກົາຫຼີໃຕ້ ແລະ ຍີປຸ່ນ.
ທາງກອງທັບຂອງເກົາຫຼີໃຕ້ກ່າວວ່າ ເບິ່ງຄືວ່າ ເກົາຫຼີເໜືອກໍາລັງສະແດງໃຫ້ເຫັນເຖິງຄວາມສາ ມາດທີ່ດີຂຶ້ນ ເມື່ອທຽບໃສ່ການການຍິງທົດລອງລູກສອນໄຟຂອງ ພຽງຢາງ ໃນອາທິດທີ່ຜ່ານມາ.
ໃນມື້ວັນພະຫັດທີ່ຜ່ານມານີ້ ເກົາຫຼີເໜືອໄດ້ອ້າງວ່າ ຕົນໄດ້ປະສົບຄວາມສໍາເລັດ ໃນການພັດທະ ນາອາວຸດຊະນິດໃໝ່ຂຶ້ນມາ ດ້ວຍການທົດລອງ “ລູກສອນໄຟໄວກວ່າສຽງ”, ເຖິງແມ່ນວ່າ ທາງການຂອງລັດຖະບານ ເກົາຫຼີໃຕ້ໄດ້ກ່າວໄປແລ້ວວ່າ ການກ່າວອ້າງດັ່ງກ່າວ ແມ່ນເກີນຄວາມເປັນຈິງກໍຕາມ.
ອີງຕາມລາຍງານກະຊວງປ້ອງກັນປະເທດຂອງ ເກົາຫຼີໃຕ້, ລູກສອນໄຟຫຼ້າສຸດ ແມ່ນຍິງໄປໄດ້ໄກປະມານ 700 ກິໂລແມັດ ທີ່ລະດັບຄວາມສູງສຸດ 60 ກິໂລ ແມັດ. ພວກເຂົາເຈົ້າກ່າວວ່າ ລູກສອນໄຟຖືກຍິງຈາກຂົງເຂດເດີມຄືກັນກັບການຍິງຂອງອາທິດທີ່ຜ່ານມາ ໃນພາກຕາເວັນຕົກສຽງເໜືອຂອງປະເທດ.
ລູກສອນໄຟດັ່ງກ່າວ ໄດ້ຕົກລົງທີ່ບໍລິເວນທະເລ ນອກເຂດເສດຖະກິດສະເພາະຂອງຍີປຸ່ນ, ໂດຍບໍ່ໄດ້ມີລາຍງານກ່ຽວກັບຄວາມເສຍຫາຍແຕ່ຢ່າງໃດ, ອີງຕາມລາຍງານຂອງອົງການຂ່າວ ກຽວໂດ (Kyodo) ຂອງຍີປຸ່ນໃນວັນອັງຄານມື້ນີ້.
ການທົດລອງຄັ້ງຫຼ້າສຸດມີຂຶ້ນລຸນຫຼັງການປະຊຸມແບບປິດລັບຂອງສະພາຄວາມໝັ້ນຄົງແຫ່ງອົງ ການສະຫະປະຊາຊາດ ເພື່ອປຶກສາຫາລື ກ່ຽວກັບການຍິງລູກສອນໄຟຂອງ ເກົາຫຼີເໜືອ ພຽງບໍ່ເທົ່າໃດຊົ່ວໂມງ.
ໃນທີ່ປະຊຸມ, ສະຫະລັດອາເມຣິກາ ແລະສະມາຊິກຂອງສະມາຊິກສະພາຄວາມໝັ້ນຄົງຈາກ 5 ປະ ເທດ ໄດ້ປະນາມການທົດລອງດັ່ງກ່າວ, ໂດຍເວົ້າວ່າ “ເປັນໄພຄຸກຄາມທີ່ສໍາຄັນ ຕໍ່ສະຖຽນລະພາບໃນຂົງເຂດພູມິພາກ.”
ນາຍົກລັດຖະມົນຕີຂອງ ຍີປຸ່ນ ທ່ານຟູມິໂອະ ກິຊິດະ ຮ້ອງການທົດລອງໃນວັນອັງຄານມື້ນີ້ວ່າ “ເປັນທີ່ເສຍໃຈທີ່ສຸດ.” ສະພາຄວາມໝັ້ນຄົງແຫ່ງຊາດຂອງເກົາ ຫຼີໃຕ້ກໍໄດ້ເນັ້ນຢໍ້າດ້ວຍວ່າ “ເປັນທີ່ເສຍໃຈຫຼາຍໆ.”
ທາງເກົາຫຼີເໜືອ ຍັງບໍ່ໄດ້ຢືນຢັນເຖິງການທົດລອງຄັ້ງຫຼ້າສຸດນີ້. ໂດຍທົ່ວໄປແລ້ວ ຈະມີລາຍລະ ອຽດກ່ຽວກັບການຍິງທົດລອງ ເມື່ອໜັງສືພິມຂອງລັດຖະ ບານ ມີການເຜີຍແຜ່ຂ່າວດັ່ງກ່າວໃນມື້ຕໍ່ມາ.