ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໕ ພຶດສະພາ ໒໐໒໔

ຜູ້ນຳ ເກົາຫຼີເໜືອ ທ່ານ ກິມ ເວົ້າວ່າ ຈະບໍ່ມີສົງຄາມ ອີກຕໍ່ໄປ ຍ້ອນອາວຸດນິວເຄລຍ ຂອງພວກເຮົາ


ຜູ້ນຳ ເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ, ນັ່ງຢູ່ທາງກາງ, ຖືກຫຸ້ມລ້ອມໂດຍບັນດາເຈົ້າໜ້າທີ່ກອງທັບລະດັບສູງ ຖືປືນສັ້ນ ແປັກຕູຊານ ທີ່ເຂົາເຈົ້າໄດ້ຮັບຈາກລາວ ໃນລະຫວ່າງພິທີນຶ່ງຢູ່ນະຄອນຫຼວງ ພຽງຢາງ. 26 ກໍລະກົດ 2020. (ຮູບພາບຖືກເປີດເຜີຍໂດຍລັດຖະບານ ເກົາຫຼີເໜືອ)
ຜູ້ນຳ ເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ, ນັ່ງຢູ່ທາງກາງ, ຖືກຫຸ້ມລ້ອມໂດຍບັນດາເຈົ້າໜ້າທີ່ກອງທັບລະດັບສູງ ຖືປືນສັ້ນ ແປັກຕູຊານ ທີ່ເຂົາເຈົ້າໄດ້ຮັບຈາກລາວ ໃນລະຫວ່າງພິທີນຶ່ງຢູ່ນະຄອນຫຼວງ ພຽງຢາງ. 26 ກໍລະກົດ 2020. (ຮູບພາບຖືກເປີດເຜີຍໂດຍລັດຖະບານ ເກົາຫຼີເໜືອ)

ຜູ້ນຳ ເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ ໄດ້ກ່າວວ່າມັນຈະບໍ່ມີສົງຄາມອີກຕໍ່ໄປ ໃນຂະນະທີ່ອາວຸດນິວເຄລຍຂອງປະເທດ ຈະຮັບປະກັນນຄວາມປອດໄພ ແລະ ອະນາຄົດຂອງເຂົາເຈົ້າ ເຖິງແມ່ນຈະມີຄວາມກົດດັນຈາກພາຍນອກ ແລະ ໄພ ຂົ່ມຂູ່ທາງທະຫານຢ່າງຕໍ່ເນື່ອງກໍຕາມ, ອີງຕາມການກ່າວຂອງສື່ມວນຊົນລັດຖະ ບານໃນວັນອັງຄານມື້ນີ້.

ທ່ານ ກິມ ໄດ້ກ່າວຄຳປາໄສໃນຂະນະທີ່ທ່ານໄດ້ສະເຫຼີມສະຫຼອງວັນຄົບຮອບ 67 ປີຂອງການສິ້ນສຸດສົງຄາມ ເກົາຫຼີ ປີ 1950-53, ເຊິ່ງໄດ້ຕົກຖືກວັນທີ 27 ກໍລະກົດ, ພ້ອມດ້ວຍງານລ້ຽງສຳລັບບັນດາທະຫານຜ່ານເສິກ, ອີງຕາມການກ່າວ ຂອງອົງການຂ່າວທາງການ KCNA.

ປະເທດດັ່ງກ່າວໄດ້ພັດທະນາອາວຸດນິວເຄລຍເພື່ອສ້າງ “ຄວາມແຂງແກ່ນຢ່າງ ສົມບູນ“ ເພື່ອປັດເປົ່າບໍ່ໃຫ້ມີຄວາມຂັດແຍ້ງຕິດອາວຸດອີກຄັ້ງນຶ່ງ, ອີງຕາມຄຳ ປາໄສຂອງທ່ານ ກິມ, ໂດຍກ່າວຢໍ້າເຖິງລັກສະນະການປ້ອງກັນໂຕ ກ່ຽວກັບ ໂຄງການດັ່ງກ່າວ.

ທ່ານໄດ້ກ່າວວ່າ “ປັດຈຸບັນນີ້ພວກເຮົາສາມາດປ້ອງກັນຕົນເອງ ໃນການປະ ເຊີນໜ້າກັບການກົດ ດັນລະດັບສູງ ແລະ ໄພຂົ່ມຂູ່ທາງທະຫານຈາກພວກ ຈັກກະພັດ ແລະ ກອງກຳລັງຂອງສັດຕູ.”

ທ່ານເວົ້າວ່າ “ຍ້ອນອຸປະກອນຍັບຢັ້ງນິວເຄລຍປ້ອງກັນຕົນເອງທີ່ມີປະສິດທີ່ຜົນ ແລະ ໜ້າເຊື່ອຖືຂອງພວກເຮົາ, ມັນຈະບໍ່ມີສົງຄາມອີກຕໍ່ໄປ, ແລະ ຄວາມປອດ ໄພ ແລະ ອະນາຄົດຂອງປະເທດຂອງພວກເຮົາ ຈະຖືກຮັບປະກັບກັນຢ່າງແນ່ ນອນຕະຫຼອດໄປ.”

ຄຳປາໄສດັ່ງກ່າວໄດ້ມີຂຶ້ນທ່າມກາງການເຈລະຈາທີ່ຢຸດຊະງັກ ເຊິ່ງເພັ່ງເລັງໃສ່ ການປົດໂຄງການນິວເຄລຍ ແລະ ລູກສອນໄຟຂອງ ພຽງຢາງ ໃນການແລກ ປ່ຽນກັບການຊ່ວຍເຫຼືອຈາກລັດຖະບານ ວໍຊິງຕັນ.

ທ່ານ ກິມ ແລະ ປະທານາທິບໍດີ ດໍໂນລ ທຣຳ ໄດ້ພົບປະກັນເປັນຄັ້ງທຳອິດໃນ ປີ 2018 ທີ່ປະເທດ ສິງກະໂປ, ເຊິ່ງເຮັດໃຫ້ມີຄວາມຫວັງສຳລັບການເຈລະຈາ ເພື່ອສິ້ນສຸດໄພຂົ່ມຂູ່ດ້ານນິວເຄລຍຂອງ ເກົາຫຼີເໜືອ. ແຕ່ກອງປະຊຸມສຸດຍອດ ຄັ້ງທີສອງຂອງພວກເພິ່ນໃນປີ ຫວຽດນາມ ເມື່ອປີ 2019 ແລະ ກອງປະຊຸມລະ ດັບທີ່ບໍ່ມີຜູ້ແທນຄົນສຳຄັນເຂົ້າຮ່ວມນັ້ນແມ່ນໄດ້ພັງລົງ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG