ທະຫານເກົາຫຼີເໜືອ ໄດ້ຕິດຕັ້ງລະເບີດຝັງດິນ ແລະສິ່ງກີດຂວາງຕ່າງໆ ແລະ ສ້າງພື້ນທີ່ຮົກເຮື້ອ ຢູ່ຕາມແນວໜ້າມາເປັນເວລາຫຼາຍເດືອນ ເຖິງແມ່ນວ່າຈະ ເກີດອຸບັດຕິເຫດກໍຕາມ, ກອງທັບເກົາຫຼີໃຕ້ ກ່າວໃນວັນພຸດມື້ນີ້, ອີງຕາມອົງ ການຂ່າວ Reuters.
ກອງທັບເກົາຫຼີເໜືອໄດ້ສືບຕໍ່ເຮັດວຽກຢ່າງແຂງຂັນ ເຖິງແມ່ນວ່າຈະມີຜູ້ໄດ້ຮັບ ບາດເຈັບລົ້ມຕາຍຫຼາຍຄັ້ງ ຈາກອຸບັດຕິເຫດປະມານ 10 ຄັ້ງ ທີ່ກ່ຽວຂ້ອງກັບ ການລະເບີດຂອງລະເບີດຝັງດິນ ແລະ ການເຈັບປ່ວຍຈາກຄວາມຮ້ອນ, ອີງຕາມຖະແຫຼງການສະບັບນຶ່ງຂອງກະຊວງປ້ອງກັນປະເທດ ທີ່ອ້າງເຖິງຄຳ ເວົ້າຂອງຫົວໜ້າເສນາທິການຮ່ວມ ຫຼື JCS.
ກະຊວງດັ່ງກ່າວເວົ້າຕື່ມວ່າ ຍັງໄດ້ມີການສົ່ງທະຫານເພດຍິງ ໄປປະຕິບັດງານໃນບາງພື້ນທີ່ນຳອີກດ້ວຍ.
ໃນກອງປະຊຸມທີ່ຈັດຂຶ້ນໃນມື້ດຽວກັນ ກ່ຽວກັບ "ການກໍ່ກວນ " ຂອງ ເກົາຫຼີເຫນືອ, ລັດຖະມົນຕີປ້ອງກັນປະເທດຂອງເກົາຫລີໃຕ້, ທ່ານ ຊິນ ວັອນ-ຊິກ (Shin Won-sik) ກ່າວວ່າ ກອງທັບໄດ້ປະເຊີນກັບ "ວິກິດການ" ທີ່ສັບ ສົນຍິ່ງຂຶ້ນ ໂດຍໄພພິບັດທໍາມະຊາດທີ່ບໍ່ສາມາດຄາດເດົາໄດ້, ອີງຕາມຄໍາ ຖະແຫຼງການທີ່ແຍກຕ່າງຫາກ ທີ່ເຜີຍແຜ່ໂດຍກະຊວງດັ່ງກ່າວ.
ຝົນຕົກໜັກໄດ້ໂຈມຕີນະຄອນຫຼວງໂຊລ ແລະເຂດອ້ອມຮອບ ໃນວັນພຸດມື້ນີ້ ໂດຍຄາດວ່າຈະມີຝົນຕົກໜັກໃນເກົາຫຼີເໜືອ, ອີງຕາມອົງການອຸຕຸນິຍົມຂອງເກົາຫຼີກ່າວ.
ຖະແຫຼງການຂຽນວ່າ ກອງທັບເກົາຫຼີໃຕ້ ກຳລັງກະກຽມເພື່ອຮັບມືກັບຄວາມເປັນໄປໄດ້ຂອງການປ່ອຍນ້ຳອອກຈາກເຂື່ອນແບບບໍ່ໄດ້ຄາດຄິດ ໂດຍເກົາຫຼີເໜືອ ໃນຊ່ວງທີ່ມີຝົນຕົກໜັກ ແລະລະເບີດຝັງດິນຖືກນ້ຳພັດອອກມາ.
ນອກຈາກນີ້ ຍັງໄດ້ກະກຽມສຳລັບຄວາມເປັນໄປໄດ້ທີ່ທະຫານເກົາຫລີເໜືອ ຈະຫຼົບໜີອອກມາ ແບບບໍ່ໄດ້ຕັ້ງໃຈ ທ່າມກາງສະພາບການເຮັດວຽກທີ່ບໍ່ດີ, ເຊັ່ນດຽວກັນກັບການຂ້າມເສັ້ນແບ່ງເຂດແດນທາງທະຫານ ທີ່ຕັດຜ່ານກາງເຂດປອດທະຫານ ຫຼື DMZ ໃນລະຫວ່າງທີ່ກຳລັງເຮັດວຽກຢູ່.
ອ່ານຂ່າວເປັນພາສາອັງກິດລຸ່ມນີ້:
SEOUL, July 17 (Reuters) - North Korean soldiers have been installing landmines and barriers and creating wasteland along the front line for months despite accidents, South Korea's military said on Wednesday.
North Korea's military has continued its work forcibly despite multiple casualties caused by some 10 accidents involving landmine explosions and heat illness, according to a statement provided by the defence ministry citing the Joint Chiefs of Staff (JCS).
Female soldiers were also deployed for the work in some areas, the ministry added.
In a meeting held on the same day on North Korea's "provocations," South Korea's Defence Minister Shin Won-sik said the military faces a "complex crisis" further complicated by unpredictable natural disasters, according to a separate statement released by the ministry.
Heavy rain battered Seoul and surrounding areas on Wednesday with downpours expected for North Korea, according to the Korea Meteorological Administration.
South Korea's military was preparing to respond to the possibility of surprise dam water releases by the North during heavy rain and landmines being washed away, the statement read.
It was also preparing for the possibility of North Korean soldiers accidentally defecting amid poor working conditions, as well as crossing the Military Demarcation Line running through the middle of the Demilitarised Zone (DMZ) while working, the statement added.
ຟໍຣັມສະແດງຄວາມຄິດເຫັນ