ຜູ້ນໍາຂອງເກົາຫຼີເໜືອ ທ່ານກິມ ຈົງ ອຶນ ໄດ້ປະຕິຍານວ່າ ຈະເສີມສ້າງກອງກໍາລັງນິວເຄລຍຂອງປະເທດໃຫ້ “ໄວທີ່ສຸດເທົ່າທີ່ຈະເປັນໄປໄດ້,” ໃນລະຫວ່າງການສວນສະໜາມຂອງທະຫານໃນຍາມກາງຄືນ ເພື່ອອວດອ້າງລູກສອນໄຟຂີປະນາວຸດ ທີ່ຮູ້ກັນດີວ່າ ເປັນລູກສອນໄຟທີ່ໃຫຍ່ທີ່ສຸດຂອງປະເທດ.
ທ່ານກິມ, ຄ່ອຍໆເພີ້ມຄວາມເຄັ່ງຕຶງຢູ່ໃນພູມິພາກດ້ວຍການທົດລອງອາວຸດທີ່ສໍາຄັນຕ່າງໆຫຼາຍຄັ້ງ, ພ້ອມທັງໄດ້ເຕືອນ ໃນລະຫວ່າງການກ່າວຄໍາປາໄສວ່າ ປະເທດໃດກໍຕາມຫາກພະຍາຍາມທີ່ຈະປະເຊີນໜ້າ ກັບກອງທັບຂອງເກົາຫຼີເໜືອ ແມ່ນຈະຕ້ອງຖືກທໍາລາຍ.
“ພາລະກິດຂັ້ນພື້ນຖານຂອງກອງກໍາລັງນິວເຄລຍຂອງພວກເຮົາກໍເພື່ອເປັນການ ຂັດຂວາງສົງຄາມ, ແຕ່ລະເບີດນິວເຄລຍຂອງພວກເຮົາ ບໍ່ສາມາດຈໍາກັດໃຫ້ຢູ່ໃນພາລະກິດຂອງການຂັດຂວາງສົງຄາມພຽງຢ່າງດຽວ,” ທ່ານກິມ ກ່າວ, ເຊິ່ງໄດ້ໝາຍເຖິງວ່າ ລາວຍັງສາມາດໃຊ້ອາວຸດນີ້ໄດ້ ຖ້າຫາກຖືກລົບກວນ.
ການສວນສະໜາມ ຖືກຈັດຂຶ້ນໃນຕອນເດິກຂອງມື້ວັນຈັນ ຢູ່ທີ່ໃຈກາງນະຄອນ ຫຼວງພຽງຢາງ, ໂດຍເປັນສ່ວນນຶ່ງຂອງການສະເຫຼີມສະຫຼອງການສ້າງຕັ້ງກອງທັບແຫ່ງຊາດຂອງເກົາຫຼີເໜືອ.
ປັດຈຸບັນ ທ່ານກິມ ໄດ້ຈັດການສວນສະໜາມທາງທະຫານມາແລ້ວ 4 ຄັ້ງ ໃນໄລຍະສອງປີທີ່ຜ່ານມານີ້. ນັກວິເຄາະຫຼາຍຄົນກ່າວວ່າ ການຈັດການສວນສະ ໜາມແບບຖີ່ໆນີ້ ອາດຈະເປັນສັນຍານໄດ້ວ່າ ທ່ານກິມກໍາລັງປະເຊີນກັບບັນຫາພາຍໃນປະເທດທີ່ຮຸນແຮງ ແລະຕ້ອງການການສະໜັບສະໜຸນທາງການເມືອງ.
ການລາຍງານຂ່າວທາງສະຖານີໂທລະພາບຂອງລັດຖະບານກ່ຽວກັບການຈັດງານດັ່ງກ່າວ ເຊິ່ງອອກອາກາດໃນຕອນເດິກຂອງວັນອັງຄານໄດ້ນໍາສະເໜີບົນພື້ນຖານຄວາມເປັນລະບຽບຮ້ອຍສູງຂອງເກົາຫຼີເໜືອ ທີ່ກະຈາຍພາບຖ່າຍໂດຍເຮືອບິນບໍ່ມີຄົນຂັບ ຫຼືໂດຣນ ດ້ວຍພາບທີ່ງົດງາມແບບມີຊີວິດຊີວາ, ໃນການ ນໍາສະເໜີຂ່າວນັ້ນ ໄດ້ເນັ້ນໜັກໃສ່ການເປີດເຜີຍອາວຸດຫຼາຍໆຢ່າງຢູ່ໃນການສວນສະໜາມ.
ທ່ານກິມ, ເຊິ່ງເປັນຜູ້ນໍາຂອງປະເທດທີ່ມີປະຊາຊົນທຸກຍາກທີ່ສຸດໃນໂລກ, ເຂົ້າຮ່ວມງານສວນສະໜາມດັ່ງກ່າວ ດ້ວຍລົດທີ່ມີລັກສະນະເປັນລົດເກງ Mercedes-Benz Maybach. ລາວ ແລະພັນລະຍາຂອງລາວ ນາງຣີ ໂຊລ ຈູ ໄດ້ຖືກຕ້ອນຮັບໂດຍກຸ່ມເດັກນ້ອຍ ທີ່ສົ່ງສຽງຊື່ນຊົມ ອັນເປັນພື້ນຖານຂອງການໂຄສະນາຊວນເຊື່ອ ຢູ່ໃນເກົາຫຼີເໜືອ ເຊິ່ງເປັນບ່ອນທີ່ສາມຫຸ້ນອາຍຸຂອງຕະກຸນກິມ ໄດ້ກາຍມາເປັນພາບແຫ່ງຕໍານານ, ເຊິ່ງເກືອບຈະກາຍເປັນດັ່ງພະຜູ້ເປັນເຈົ້າ ຂອງປະຊາຊົນເກົາຫຼີເໜືອ.
ການສວນສະໜາມ ປະກອບດ້ວຍບາງລູກສອນໄຟທີ່ລໍ້າໜ້າທີ່ສຸດຂອງປະເທດ ລວມມີ ລູກສອນໄຟຮວາຊອງ-17 (Hwasong-17) ອັນເປັນລູກສອນໄຟຂ້າມທະວີບຫຼື ICBM ທີ່ໃຫຍ່ທີ່ສຸດຂອງເກົາຫຼີເໜືອ ເຊິ່ງເກົາຫຼີເໜືອເວົ້າວ່າ ໄດ້ທໍາການທົດລອງໄປ ໃນເດືອນແລ້ວນີ້ ໂດຍເປັນລູກສອນໄຟທີ່ຍິງໄລຍະໄກຄັ້ງທໍາອິດຂອງເກົາຫຼີເໜືອ ນັບຕັ້ງແຕ່ປີ 2017 ເປັນຕົ້ນມາ.