ເກົາຫຼີເໜືອ ໄດ້ດຳເນີນການທົດລອງລະເບີດນິວເຄລຍລູກທີ 6 ໃນວັນອາທິດມື້ນີ້, ໃນ
ອັນທີ່ພວກເຂົາອ້າງວ່າ ເປັນລະເບີດນິວເຄລຍ ໄຮໂດຣເຈັນ ທີ່ປະສົບຄວາມສຳເລັດ
ເຊິ່ງສາມາດນຳໄປຕິດໃສ່ຫົວລູກສອນໄຟຂີປະນາວຸດຂ້າມທະວີບ.
ການປະກາດຈາກອົງການຂ່າວ KCNA ຂອງລັດຖະບານ ພຽງຢາງເວົ້າວ່າ “ລະເບີດ
ໄຮໂດຣເຈນ ຫຼື H-bomb” ທີ່ຖືກອອກແບບມາເພື່ອເປັນຫົວລະເບີດຂອງລູກສອນໄຟ
ຂີປະນາວຸດຂ້າມທະວີບ, ແມ່ນ “ຄວາມຈິງຕໍ່ແຜນການຂອງພັກກຳມະກອນແຫ່ງ ເກົາຫຼີ
ສຳລັບການສ້າງແຜນຍຸດທະສາດພະລັງນິວເຄລຍ.”
ນັກຂ່າວໂທລະພາບສູນກາງ ເກົາຫຼີ ທ່ານ Ri Chun Hee ຜູ້ທີ່ໄດ້ອອກບຳນານໃນປີ
2012 ແຕ່ຈະປາກົດຕົວບາງຄັ້ງໃນເຫດການທີ່ສຳຄັນໄດ້ກ່າວວ່າ “ການທົດລອງລະເບີດ
ໄຮໂດຣເຈັນ ທີ່ຖືກອອກແບບເພື່ອຕິດໃສ່ຫົວລູກສອນໄຟຂີປະນາວຸດຂ້າມທະວີບ ແມ່ນ
ຄວາມສຳເລັດທີ່ສົມບູນແບບ.”
ນອກນັ້ນ ທ່ານ Ri ຍັງໄດ້ອ້າງວ່າ ສານກຳມັນຕະພາບລັງສີ ຈາກການລະເບີດ ນິວເຄລຍ
ແມ່ນບໍ່ໄດ້ຖືກປ່ອຍຂຶ້ນຊັ້ນບັນຍາກາດ, ເຊິ່ງແມ່ນສິ່ງທີ່ເຮືອບິນ ຕິດອຸປະກອນກວດກາ
ພິເສດຕາມ ຊັ້ນບັນຍາກາດ ກຳລັງພະຍາຍາມທີ່ຈະກວດສອບເບິ່ງຢູ່.
ການລະເບີດໄດ້ສ້າງແຜ່ນດິນໄຫວຂະໜາດຕື້ນສອງຄັ້ງ ທີ່ຖືກຈັບໄດ້ໃນພາກພື້ນ
Punggye-ri, ທີ່ຕັ້ງຂອງສະຖານທີ່ທົດລອງລະເບີດນິວເຄລຍຂອງ ເກົາຫຼີເໜືອ, ອີງ
ຕາມຜູ້ຊຳນານວິຊາແຜ່ນດິນໄຫວ ຂອງ ສະຫະລັດ ແລະ ຈີນ. ບັນດາເຈົ້າໜ້າທີ່ໃນ
ຍີ່ປຸ່ນ, ເກົາຫຼີໃຕ້ ແລະ ຜູ້ຊ່ຽວຊານທີ່ບໍ່ຂຶ້ນກັບລັດຖະບານຫຼາຍທ່ານ ໃນ ສະຫະລັດ ໄດ້
ຢືນຢັນວ່າ ແຜ່ນດິນໄຫວ ເບິ່ງຄືຈະເກີດຂຶ້ນຍ້ອນການທົດລອງລະເບີດນິວເຄລຍຄັ້ງນັ້ນ.
ການສັ່ນສະເທືອນຄັ້ງທຳອິດແມ່ນ 6.3 ເຊິ່ງສອດຄ່ອງກັບການລະເບີດໄຮໂດຣເຈັນ ໜຶ່ງ
ລ້ານໂຕນ, ອີງຕາມການກ່າວຂອງຜູ້ຊ່ຽວຊານ. ການລະເບີດດັ່ງກ່າວ ແມ່ນແຮງກວ່າ
ຢ່າງໜ້ອຍ 10 ເທື່ອຂອງການທົດລອງລະເບີດນິວເຄລຍໃນຄັ້ງທີ່ຜ່ານມາ, ເຊິ່ງມີຂຶ້ນໃນ
ວັນທີ 9 ກັນຍາ 2016, ແຕ່ມັນໄດ້ເຮັດໃຫ້ແຜ່ນດິນໄຫວທີ່ມີຄວາມແຮງແຕ່ພຽງ 5.3,
ອີງຕາມການກ່າວຂອງອົງການອຸຕຸນິຍົມ ຍີ່ປຸ່ນ ແລະ ເກົາຫຼີໃຕ້.