ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການທົດລອງຍິງລູກສອນໄຟຂອງ ເກົາຫຼີເໜືອ ຖືກກ່າວປະນາມ ຈາກນານາຊາດ


ລາຍການໂທລະພາບ ສະແດງໃຫ້ເຫັນຮູບຂອງຜູ້ນຳ ເກົາຫຼີເໜືອ ທ່ານ ຄິມ ຈອງ ອຶນ ຢູ່ສະຖານີລົດໄຟໃນນະຄອນຫຼວງ ໂຊລ, ເກົາຫຼີໃຕ້. 14 ພຶດສະພາ, 2017.
ລາຍການໂທລະພາບ ສະແດງໃຫ້ເຫັນຮູບຂອງຜູ້ນຳ ເກົາຫຼີເໜືອ ທ່ານ ຄິມ ຈອງ ອຶນ ຢູ່ສະຖານີລົດໄຟໃນນະຄອນຫຼວງ ໂຊລ, ເກົາຫຼີໃຕ້. 14 ພຶດສະພາ, 2017.

ເກົາຫຼີເໜືອໄດ້ຍິງລູກສອນໄຟໃນວັນອາທິດມື້ນີ້ ໃນລະດັບທີ່ສູງຜິດປົກກະຕິ ເຊິ່ງໄດ້ຊີ້ ໃຫ້ເຫັນວ່າມັນອາດເປັນຈະຫຼວດເຊື້ອເພີງສອງຂັ້ນ ລູກໃໝ່ ທີ່ມີຄວາມສາມາດບິນໄດ້
ເຖິງ 4,500 ກິໂລແມັດ.

ອີງຕາມຖະແຫຼງການຂອງ ທຳນຽບຂາວແມ່ນວ່າ ການທົດລອງນັ້ນ, ຄວນ “ເປັນການ
ຮຽກຮ້ອງໃຫ້ທຸກໆປະເທດ ປະຕິບັດມາດຕະການລົງໂທດທີ່ໜັກກວ່າເກົ່າຕໍ່ ເກົາຫຼີ
ເໜືອ.”

ກ່ອນໜ້ານີ້, ຍີ່ປຸ່ນ ແລະ ເກົາຫຼີໃຕ້ ໄດ້ກ່າວປະນາມການກະທຳຂອງ ເກົາຫຼີເໜືອ ຢ່າງ
ວ່ອງໄວ ເທົ່າກັບວ່າເປັນໄພຂົ່ມຂູ່ທີ່ມີຄວາມຮ້າຍແຮງຕໍ່ພາກພື້ນ ແລະ ເປັນການລ່ວງ
ລະເມີດຕໍ່ມະຕິອົງການສະຫະປະຊາຊາດ ກ່ຽວກັບ ໂຄງການອາວຸດຂອງ ເກົາຫຼີເໜືອ.

ນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ Shinzo Abe ໄດ້ສັ່ງໃຫ້ລັດຖະບານຂອງທ່ານ “ກຽມ
ພ້ອມ ສຳລັບຄວາມບໍ່ແນ່ນອນທຸກໆປະການ,” ອີງຕາມການກ່າວຂອງຫ້ອງການຂອງ
ທ່ານ.

ລັດຖະມົນຕີປ້ອງກັນປະເທດ ຍີ່ປຸ່ນ ທ່ານນາງ Tomomi Inada ໄດ້ກ່າວຕໍ່ບັນດານັກ
ຂ່າວໃນ ໂຕກຽວ ວ່າ “ການຍິງລູກສອນໄຟຂີປະນາວຸດດັ່ງກ່າວນັ້ນ ແມ່ນໄພຂົ່ມຂູ່
ອັນຮ້າຍແຮງຕໍ່ປະເທດຂອງພວກເຮົາ. ກະຊວງປ້ອງກັນປະເທດ ແລະ ກອງກຳລັງ
ປ້ອງກັນປະເທດ ແມ່ນກຳລັງສືບຕໍ່ເຮັດວຽກຢ່າງໃກ້ຊິດກັບອົງການສະຫະປະຊາ
ຊາດ ແລະ ເກົາຫຼີໃຕ້ ເພື່ອລວບລວມ ແລະ ວິເຄາະຂໍ້ມູນ. ພວກເຮົາຕ້ອງພະຍາ
ຍາມເຮັດທຸກໆຢ່າງເພື່ອຮັບປະກັນຄວາມສັນຕິພາບ ແລະ ຄວາມປອດໄພຂອງປະ
ເທດຂອງພວກເຮົາ.”

ທ່ານນາງ ໄດ້ອະທິບາຍວ່າ ມັນອາດເປັນລູກສອນໄຟຊະນິດໃໝ່ ເຊິ່ງຖືກຍິງໃນມູມໂຄ
ຈອນລະດັບສູງ, ໄປຈົນຮອດໄລຍະສູງກວ່າ 2,000 ກິໂລແມັດ ແລະ ບິນໄດ້ 30 ນາທີ, ກ່ອນຈະຕົກລົງໃນທະເລ ຍີ່ປຸ່ນ ຫຼັງຈາກບິນໄດ້ປະມານ 700 ກິໂລແມັດ.

ຈີນ ໄດ້ຮຽກຮ້ອງໃຫ້ລະງັບການທົດລອງດັ່ງກ່າວ ເພື່ອຫຼີກລ່ຽງການຂະຫຍາຍຄວາມ
ເຄັ່ງຕຶງໃນພາກພື້ນ ໃນຂະນະທີ່ກະຊວງການຕ່າງ ປະເທດ ໄດ້ສະແດງການຄັດຄ້ານຕໍ່
ການລ່ວງລະເມີດມະຕິສະພາຄວາມໝັ້ນຄົງອົງການ ສະຫະປະຊາຊາດຂອງ ພຽງຢາງ.
ປັກກິ່ງ ແມ່ນພັນທະມິດຫຼັກພຽງຜູ້ດຽວຂອງ ເກົາຫຼີເໜືອ ແລະ ເປັນຄູ່ຮ່ວມການຄ້າທີ່ສຳ
ຄັນຂອງ ພຽງຢາງ.

ປະທານາທິບໍດີ ຣັດເຊຍ ທ່ານ Vladimir Putin, ທີ່ເຂົ້າຮ່ວມໃນກອງປະຊຸມສຸດຍອດ
ສາກົນໃນນະຄອນຫຼວງ ປັກກິ່ງ, ກໍໄດ້ສະແດງຄວາມເປັນຫ່ວງ ກ່ຽວກັບ ການທົດລອງ
ລູກສອນໄຟດັ່ງກ່າວ ແລະ ການເພີ່ມຂຶ້ນຂອງຄວາມເຄັ່ງຕຶງ, ອີງຕາມການກ່າວຂອງໂຄ
ສົກວັງ Kremlin.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG