ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫລີເໜືອກ່າວວ່າ ການຍິງທົດລອງ ແມ່ນ ລູກສອນໄຟຂີປະນາວຸດຂ້າມທະວີບ


ຂ່າວໂທລະພາບ ສະແດງໃຫ້ເຫັນຮູບພາບຜູ້ນຳເກົາຫລີເໜືອ ທ່ານ Kim Jong Un ໃນຂະນະທີ່ລາຍງານການທົດລອງ ລູກສອນໄຟຂີປະນາວຸດຂ້າມທະວີບ ຕົກລົງໃສ່ທະເລຍີ່ປຸ່ນ.
ຂ່າວໂທລະພາບ ສະແດງໃຫ້ເຫັນຮູບພາບຜູ້ນຳເກົາຫລີເໜືອ ທ່ານ Kim Jong Un ໃນຂະນະທີ່ລາຍງານການທົດລອງ ລູກສອນໄຟຂີປະນາວຸດຂ້າມທະວີບ ຕົກລົງໃສ່ທະເລຍີ່ປຸ່ນ.

ເກົາຫລີ​ເໜືອ​ກ່າວ​ໃນ​ວັນ​ອັງຄານ​ມື້​ນີ້​ວ່າ ຕົນ​ໄດ້​ປະສົບ​ຜົນສຳ​ເລັດໃນການ​ທົດ​ລອງ
ລູກ​ສອນ​ໄຟຂີ​ປະ​ນາ​ວຸດ​ຂ້າມ​ທະວີບ.

ປະ​ເທດ​ດັ່ງກ່າວ ​ໄດ້​ຊອກ​ຫາ​ສະມັດ​ຕະພາບ​ດັ່ງກ່າວມາ​ໄດ້ ເປັນ​ເວລາ​ນານ ​ໃນ​ການ
ເຮັດ​ວຽກ​ພັດ​ທະນາ​ເທັກ​ໂນ​ໂລ​ຈີ ​ທີ່ມີ​ຄວາມ​ຈຳ​ເປັນ ​ເພື່ອ​ສົ່ງ​ຫົວ​ລະ​ເບີດ​ນິວ​ເຄລຍ ມາຍັງແຜ່ນດິນໃຫຽ່​ທະວີ​ບສະຫະລັດ.

ການປະກາດ​ທາງໂທລະ​ພາບ​ລັດຖະບານ​ກ່າວ​ວ່າ ລູກສອນ​ໄຟລູກນີ້ບິນໄປ​ໄດ້​39 ນາ
ທີ ​ຢູ່​ໃນ​ລະດັບສູງ 2,800 ກິໂລ​ແມັດ.

ໂຕ​ເລກ​ດັ່ງ​ກ່າວ​ກໍພໍໆກັນ​ກັບ​ໂຕ​ເລກ​ ທີ່ໄດ້ໃຫ້​ໄປໂດຍ ກອງ​ທັບ ສຫຣ ເກົາຫລີ​ໃຕ້ ​
ແລະ​ຍີ່​ປຸ່ນ ບໍ່​ນານ​ ຫລັງ​ຈາກ​ການ​ທົດ​ລອງ​ໄດ້​ສິ້ນສຸດ​ລົງ ພ້ອມ​ດ້ວຍລູກ​ສອນ​ໄຟທີ່ຕົກ
ລົງ​ສູ່ທະ​ເລ​ຍີ່ປຸ່ນ.

ກອງ​ບັນຊາ​ການ​ທະຫານ​ສະຫະລັດ ​ໃນ​ເຂດ​ປາຊິ​ຟິກ ອະທິບາຍ​ວ່າ ​ລູກ​ສອນ​ໄຟນີ້ ມີສ່ວນກ່ຽວພັນ​ກັບ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ໄລຍະ​ກາງ.

ປະທານາທິບໍດີ​ເກົາຫລີ​ໃຕ້ ທ່ານ Moon Jae-in ກ່າວ​ວ່າ​ ລັດຖະບານ​ຂອງ​ທ່ານ​ ໄດ້
​ສັນນິຖານ​ວ່າ​ເປັນ “​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ໄລຍະ​ກາງ” ​ແຕ່ກໍ​ຍັງ​ຕຽມ​ພ້ອມ​ ໃນ​ກໍລະ
ນີທີ່​ແມ່ນ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ຂ້າມ​ທະວີບ ຫລື ICBM.

ປະທານາທິບໍດີ Moon ກ່າວ​ວ່າ “ຖ້າ​ຫາກແມ່ນ ICBM ພວກ​ເຮົາກໍຈຳເປັນ​ຕ້ອງໄດ້
ເອົາ​ມາດ​ຕະການ​ຕອບ​ໂຕ້ຢ່າງໃດຢ່າ​ງນຶ່ງ.” ທ່ານ​ກ່າວ​ເພີ້​ມອີກ​ວ່າ ​ເກົາຫລີ​ໃຕ້​ຈະ
“ພິຈາລະນາ​ຕອບໂຕ້​ຕໍ່ການ​ເກາະຜິດຂອງ​ເກົາຫລີ​ເໜືອ” ​ໂດຍການ​ຮ່ວມ​ມື​ກັບ​ປະ
ຊາ​ຄົມ​ສາກົນ.

​ປະທານາທິບໍດີ​ສະຫະລັດ ທ່ານດໍ​ໂນ​ລ ທຣໍາ ​ໄດ້ຕອບ​ໂຕ້​ຕໍ່​ການ​ທົດ​ລອງ​ລູກ​ສອນ​ໄຟ
ຄັ້ງນີ້ ໃນການ​ສົ່ງ​ຂໍ້​ຄວາມໃນການ​ຂຽນ​ລົງ​ທາງ Twitter ​ບ່ອນ​ທີ່​ທ່ານ​ໄດ້ຮຽກຮ້ອງຕໍ່​ຈີນ
ຄືນໃໝ່ ​ໃຫ້​ໃຊ້​ອິດທິພັນ​ຂອງ​ຕົນໃນ​ນາມ​ພັນທະ​ມິດ​ທີ່​ສຳຄັນ​ຂອງເກົາຫຼີເໜືອ.

ອ່ານຂ່າວນີ້ເພີ່ມເປັນພາສາອັງກິດ

North Korea Missile
please wait
Embed

No media source currently available

0:00 0:03:16 0:00

XS
SM
MD
LG