ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຍິງລູກສອນໄຟ ຂອງເກົາຫຼີເໜືອ ໄດ້ສະແດງໃຫ້ເຫັນ ເຖິງຄວາມກ້າວໜ້າ


North Korea Missiles
please wait
Embed

No media source currently available

0:00 0:02:34 0:00

ການທົດລອງຍິງລູກສອນໄຟ ຂອງເກົາຫຼີເໜືອ ຄັ້ງຫລ້າ​ສຸດ ອາດໄດ້ປະສົບກັບ​ຄວາມລົ້ມແຫຼວກໍຕາມ ແຕ່ມັນໄດ້ສະແດງໃຫ້ເຫັນວ່າ ລັດ ຖະບານ Kim Jong Un ແມ່ນສືບຕໍ່ສ້າງຄວາມກ້າວໜ້າ ດ້ານເທັກໂນໂລຈີລູກສອນໄຟຂີປະນາວຸດ ຂອງຕົນ ໃນການທ້າທາຍຕໍ່ການລົງໂທດຕ່າງໆ ຂອງອົງການສະຫະປະຊາຊາດ.

ພຽງຢາງ ໄດ້ທຳການທົດສອບຍິງລູກສອນໄຟໄລຍະກາງ Musudan ​ເທື່ອທີ 5 ແລະ ທີ 6 ຂອງຕົນ ໃນວັນພຸດມື້ນີ້ ຈາກເມືອງ Wonsan ຢູ່ແຄມຝັ່ງທະເລ. ບັນດາເຈົ້າໜ້າທີ່ທະຫານ ຂອງສະຫະລັດ ແລະ ເກົາຫຼີໃຕ້ ໄດ້ກ່າວວ່າ ລູກສອນ ໄຟລູກທຳອິດ ໄດ້ປະສົບ​ກັບ​ຄວາມລົ້ມແຫຼວ ບໍ່ດົນຫຼັງຈາກທີ່ໄດ້ຍິງຂຶ້ນ ແຕ່ລູກ ທີສອງ ໄດ້ບິນໄປ ປະມານ 400 ກິໂລແມັດ ກ່ອນທີ່ມັນຈະຕົກລົງ​ໃສ່ທະເລຂອງ ຍີ່ປຸ່ນ ຫຼືທະເລຕາເວັນອອກ ຊຶ່ງເກົາຫຼີໃຕ້ ໄດ້ເອີ້ນກັນ.

ການ​ທົດ​ລອງລູກສອນໄຟ​ເທື່ອ​ແລ້ວ ໄດ້ບິນໄປໃນໄລຍະບໍ່ເຖິງ 3,000 ກິໂລ ແມັດເລີຍ ຕາມ​ທີ່ລູກສອນໄຟ Musudan ໄດ້ອອກແບບມາເພື່ອ ໃຫ້ໄປເຖິງ ຖານທັບສະຫະລັດ ຢູ່ໃນ​ເຂດເອເຊຍ ແລະປາຊີຟິກ. ມັນກໍປາກົດວ່າ ຍັງບໍ່ ໄດ້ສະແດງໃຫ້ເຫັນ ເຖິງຄວາມສາມາດ​ ໃນ​ການບິນກັບຄືນເຂົ້າສູ່ບັນຍາ ກາດ​ໄດ້ ຊຶ່ງຈຳເປັນເພື່ອທີ່ຈະ​ໃຫ້​ຖືກເປົ້າໝາຍ​ໄດ້ຢ່າງແມ້ນຢຳ. ແຕ່ບັນດາ ນັກວິເຄາະ ໄດ້ກ່າວວ່າ ເກົາຫຼີເໜືອ ສືບຕໍ່ຮຽນຮູ້ຈາກຄວາມລົ້ມແຫຼວ ​ໃນແຕ່ ລະຄັ້ງ ແລະ ແມ່ນໄດ້ທຳຄວາມກ້າວໜ້າຫຼາຍຢ່າງ ໂດຍຈະທຳການທົດລອງ ໃໝ່​ໃນແຕ່ລະເທື່ອ.

ທ່ານ Jeffrey Lewis ຜູ້ອຳນວຍການ ​ໂຄງການ​ຫ້າມ​ແຜ່ຜາຍ​ນິວ​ເຄລຍ​ໃນ ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ ທີ່ສະຖາບັນການ​ສຶກສາ​ນາໆ​ຊາດ Middlebury ​ ໃນ​ລັດ California ກ່າວ​ວ່າ ນີ້​ແມ່ນ​ບາດກ້າວ​ທີ່​ສຳຄັນຫລາຍ ​ຍ້ອນ​ວ່າ ການ ທົດ​ລອງ​ໃນຄັ້ງກ່ອນ​ ມັນ​ໄດ້​ລະ​ເບີດ ​ໃນ​ເວລາ​ບໍ່​ດົນ ຫລັງ​ຈາກ​ໄດ້​ຍິງ​ຂຶ້ນ ຫລື ​ບາງ​ທີ່​ອາດ​ໃນ​ເວລາ​ທີ່​ຍິງ​ຂຶ້ນນັ້ນ.

ທ່ານ Lewis ກ່າວ​ວ່າ ການ​ທົດ​ລອງ​ລູກ​ສອນ​ໄຟ​ຫລາຍໆ​ລູກພ້ອມ​ກັນນີ້ ຍັງ ໄດ້ສະ​ແດງ​ໃຫ້​ເຫັນ​ວ່າ ການ​ລົງ​ໂທດ​ຂອງ​ນາໆ​ຊາດ ມາ​ຮອດ​ປັດຈຸ​ບັນ ແມ່ນ ​ບໍ່​ມີ​ຜົນ​ກະທົບ​ແນວ​ໃດ​ ຕໍ່​ຄວາມ​ສາມາດ​ໃນ​ການ​ຊອກ​ຫາ ວັດ​ຖຸສິ່ງ​ຂອງ ​ແລະ ​ເທັກ​ໂນ​ໂລ​ຈີ​ຂອງ​ເກົາຫຼີ​ເໜືອ ທີ່​ຈຳ​ເປັນ​ເພື່ອ​ຜະລິດ ອາວຸດ​ເຫລົ່ານີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

North Korea's Missile Tests Fail But Show Real Progress
please wait

No media source currently available

0:00 0:00:44 0:00

XS
SM
MD
LG