ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີ​ເໜືອ ສັນ​ຍາ​ວ່າ ​ຈະ​ປິດ​ສະ​ຖານ​ທີ່ ​ຍິງ​ລູກ​ສອນ​ໄຟ


የአይቮሪ ኮስት ደጋፊ 
የአይቮሪ ኮስት ደጋፊ 

ເກົາຫຼີ​ເໜືອ ກ່າວ​ວ່າເຂົາ​ເຈົ້າ​ຈະ​ປິດໂຮງໄຟ​ຟ້າ​ນິວ​ເຄ​ລຍ​ທີ່​ສຳ​ຄັນ​ຂອງ​ເຂົາ​ເຈົ້າ​ໃນ
ເມືອງ ຢອງບີຢອນ ຖ້າ ສະຫະລັດ ເອົາ “ມາດຕະການທີ່ທຽບເທົ່າ” ພາຍໃຕ້ຂໍ້ຕົກລົງ
ຮອບດ້ານ ທີ່ບັນລຸໂດຍຜູ້ນຳຂອງສອງປະເທດຄູ່ແຂ່ງນັ້ນ.

ຂໍ້​ຕົກ​ລົງ​ທີ່​ວ່າ​ນັ້ນ ​ໄດ້​ຖືກ​ປະ​ກາດ​ໃນ​ວັນ​ພຸດມື້ນີ້ ໂດຍ​ຜູ້​ນຳ ເກົາຫຼີ​ເໜືອ ທ່ານ ກິມ ຈົງ
ອຶນ ກັບ ປະທານາທິບໍດີ ເກົາຫຼີໃຕ້ ທ່ານ ມູນ ແຈ ອິນ, ໃນລະຫວ່າງການປິດກອງປະ
ຊຸມສຸດຍອດວັນທີສອງຈາກທັງໝົດສາມວັນຂອງພວກເພິ່ນ ທີ່ນະຄອນຫຼວງ ພຽງຢາງ.

ການ​ສະ​ເໜີ​ທີ່​ຈະ​ປິດ​ໂຮງໄຟ​ຟ້າ ຢອງ​ບີ​ຢອນ ຂອງ ເກົາຫຼີ​ເໜືອ ໄດ້​ປະ​ກອບ​ກັບ​ຄຳ​
ສັນຍາທີ່ຈະປິດສະຖານທີ່ທົດລອງເຄື່ອງຈັກລູກສອນໄຟ ແລະ ຖານຍິງ ຢ່າງເປັນ
ການຖາວອນ ພາຍໃຕ້ການຕິດຕາມຢ່າງໃກ້ຊິດຂອງບັນດາຜູ້ຊ່ຽວຊານຕ່າງປະເທດ.

ທ່ານ ກິມ ຈົງ ອຶນ ໄດ້​ກ່າວຕໍ່​ບັນ​ດາ​ນັກ​ຂ່າວ​ໃນ​ລະ​ຫວ່າງ​ ການ​ປະ​ກາດ​ຮ່ວມ​ກັບ​ປະ​
ທານາທິບໍດີ ມູນ ວ່າ “ພວກເຮົາໄດ້ຕົກລົງ ທີ່ຈະເຮັດໃຫ້ແຫຼມ ເກົາຫຼີ ເປັນດິນແດນ
ແຫ່ງສັນຕິພາບ ປາສະຈາກອາວຸດນິວເຄລຍ ພ້ອມກັບ ໄພຂົ່ມຂູ່ນິວເຄລຍ.”

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ໄດ້​ຂຽນ​ຢູ່​ທວິດ​ເຕີ​ຂອງ​ທ່ານ​ໃນ​ວັນ​ພຸດ
ມື້ນີ້ ທີ່ຍົກຍ້ອງຂໍ້ຕົກລົງນັ້ນ, ລວມທັງແຜນການຕ່າງໆ ທີ່ຈະຮ່າງການສະເໜີເປັນ
ເຈົ້າພາບຈັດກິລາໂອລິມປິກລະດູຮ້ອນໃນປີ 2032 ຮ່ວມກັນວ່າ “ເປັນຕາຕື່ນເຕັ້ນ
ຫຼາຍ.”

ທ່ານມູນ ໄດ້​ເດີນ​ທາງ​ໄປ​ນະ​ຄອນຫຼວງ ພຽງ​ຢາງ ໃນ​ວັນ​ອັງ​ຄານ​ວານນີ້ ພ້ອມ​ກັບ​
ເປົ້າໝາຍທີ່ຈະທັບມ້າງສະພາບການບໍ່ໄປບໍ່ມາ ລະຫວ່າງ ເກົາຫຼີເໜືອ ກັບ ສະຫະ
ລັດ ກ່ຽວກັບ ໄລຍະເວລາທີ່ຈະຍຸຕິໂຄງການນິວເຄລຍ ແລະ ລູກສອນໄຟຂີປະນາ
ວຸດຂອງເຂົາເຈົ້າ, ເຊິ່ງທັງສອງຝ່າຍໄດ້ຕົກລົງກັນໃນລະຫວ່າງກອງ ປະຊຸມຄັ້ງປະຫວັດສາດ ຂອງທ່ານ
ກິມ ຈົງ ອຶນ ກັບທ່ານ ທຣຳ ໃນປະເທດ ສິງກະໂປ ເມື່ອ
ເດືອນມິຖຸນາທີ່ຜ່ານມາ. ທ່ານ ທຣຳ ໄດ້ຍົກເລີກການເດີນທາງຢ້ຽມຢາມ ພຽງຢາງ
ຂອງລັດຖະມົນຕີການຕ່າງປະເທດ ທ່ານ ໄມຄ໌ ພອມພຽວ ເມື່ອເດືອນທີ່ຜ່ານມາ
ຍ້ອນສະພາບການບໍ່ໄປບໍ່ມາດັ່ງກ່າວ.

ຜູ້​ນຳ​ ເກົາຫຼີ ທັງ​ສອງ​ທ່ານ ​ຍັງ​ໄດ້​ກ່າວ​ວ່າ ທ່ານ ກິມ ຈົງ ອຶນ ຈະ​ໄປ​ຢ້ຽມ​ຢາມນະ​ຄອນ
ຫຼວງ ໂຊລ ມື້ໃດມື້ນຶ່ງກ່ອນໝົດປີ, ເຊິ່ງຈະເຮັດໃຫ້ທ່ານເປັນຜູ້ນຳ ເກົາຫຼີເໜືອ ຄົນທຳ
ອິດ ທີ່ເດີນທາງໄປຢ້ຽມຢາມນະຄອນຫຼວງຂອງ ເກົາຫຼີໃຕ້, ນັບຕັ້ງແຕ່ສອງປະເທດ
ໄດ້ແຍກອອກຈາກກັນ ໃນສົງຄາມເກົາຫຼີ ໃນປີ 1950 ຫາ 53.

ປະ​ທາ​ນາ​ທິ​ບໍ​ດີ ມູນ ຈະ​ມ້ວນ​ທ້າຍ​ວັນ​ສຸດ​ທ້າຍ​ຂອງ​ທ່ານ​ໝົດ​ມື້ ​ໃນ ພຽງ​ຢາງ ເພື່ອ
ຊົມການສະແດງໂຄສະນາຊວນເຊື່ອ “ເຕັ້ນລວມໝູ່" ທີ່ໜ້າປະທັບໃຈຢູ່ສະໜາມກາງ
ແຈ້ງຂອງ ເກົາຫຼີເໜືອ.

North Korea says it will dismantle its main nuclear complex in Yongbyon if the United States
takes "corresponding measures" under an comprehensive agreement reached by the leaders of the two rival Koreas.

The agreement was announced Wednesday in Pyongyang by North Korean leader Kim Jong Un and South Korean President Moon Jae-in, at the close of the second day of their three-day summit.

The North's offer to close the Yongbyon facility was coupled with a pledge to permanently shutdown its missile engine testing facility and launch pad under the watchful eye of international experts.

"We have agreed to make the Korean peninsula a land of peace free from nuclear weapons and nuclear threats," Kim Jong Un told reporters during the joint announcement with President Moon.

"Very exciting!," U.S. President Donald Trump wrote on his Twitter feed Wednesday in praise of the agreement, including plans to file a joint bid to host the 2032 Summer Olympics.

Moon traveled to Pyongyang Tuesday with the goal of breaking an impasse between North Korea and the United States over the pace of Pyongyang intentions in ending its nuclear and ballistic missile programs, which the two sides agreed to during Kim Jong Un's historic meeting with Trump in Singapore in June. Trump cancelled Secretary of State Mike Pompeo's trip on Pyongyang last month over the impasse.

The two Korean leaders also said Kim Jong Un will visit Seoul sometime before the year is out,which would make him the first North Korean leader to visit the South Korean capital since the two sides split in the 1950-53 Korean War.

President Moon will wrap up his final full day in Pyongyang watching North Korea's spectacular "Mass Games" outdoor propaganda show.

XS
SM
MD
LG