ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ພວກ​ລັກ​ເຈາະ​ຂໍ້​ມູນ​ ຂອງ​ເກົາ​ຫຼີ​ເໜືອ ມາ​ຈາກ​ໃສ?


Where Did North Korea’s Cyber Army Come From?
please wait

No media source currently available

0:00 0:02:35 0:00

ພວກ​ລັກ​ເຈາະ​ຂໍ້​ມູນ​ຊາວ​ເກົາ​ຫຼີ​ເໜືອ ຍັງ​ສືບ​ຕໍ່​ຫາວິທີ​ປົກປ້ອງລະບົບ​ຄອມ​ພິວ​ເຕີ​ໃນ​ທົ່ວ​ໂລກຢູ່. ຫາກແຕ່​ວ່າ ເປັນ​ຫຍັງ​ ປະ​ເທດທີ່ຢູ່​ຢ່າງໂດດດ່ຽວທີ່ວ່ານີ້ ຈຶ່ງຊຳນິຊຳນານແທ້ ໃນການທັບມ້າງ ​ລະ​ບົບຕ່າງໆ​ແລະ ບົດ​ບາດ​ ຂອງ​ເງິນຕາດິ​ຈິດ​ໂຕລ ໃນ​ດ້ານ​ການ​ເງິນ​ຂອງ​ລະ​ບອບ​ປົກ​ຄອງ​ນີ້? ນັກ​ຂ່າວວີ​ໂອ​ເອ ສ​ຕິ​ຟ ແມ​ລ​ເລີ ສົ່ງລາຍ​ງານນີ້ມາ​ຈາກ​ໂຊ​ລ ຊຶ່ງວັນ​ນະ​ສອນ ຈະສະເໜີລາຍ​ລະ​ອຽດໃນ​ອັນ​ດັບ​ຕໍ່​ໄປ.

ພວກ​ປະ​ຕິ​ບັດ​ງານດ້ານ​ໄຊ​ເບີ​ຣ໌ ຂອງ​ເກົາ​ຫຼີ​ເໜືອ ກໍຄືກັນ​ກັບ​ກຸ່ມ​ລາ​ຊາ​ຣັຊທີ່​ເຊື່ອມ​ຕໍ່​ ​
ກັບ​ລະ​ບົບແຊກຊຶມຄອມ​ພິວ​ເຕີ ເຊັ່ນດຽວກັນກັບການລັກ​ເຈາະ​ຂໍ້​ມູນ​ ປີ 2014 ໃນຮູບ​ເງົາ ຂອງບໍລິສັດ Sony Pictures ກ່ອນ​ທີ່​ເລື້ອງ ​“The Interview” ຈະ​ນຳອອກສາຍ
ແລະ​ການ​ລັກ​ຂະ​ໂມຍ​ເງິນ​ຈຳ​ນວນ​ເກືອບເຖິງ 1 ພັນ​ລ້ານ​ໂດ​ລາ ຈາກທະ​ນາ​ຄານກາງ
​ບັງກ​ລາ​ແດັ​ຊ ໂດຍ​ໃຊ້​ລະ​ຫັດ​ໂອນ​ເງິນ​ນາໆ​ຊາດ​ທີ່​ເອີ້ນ​ວ່າ SWIFT banking network.

ແຕ່​ວ່າ ເປັນ​ຫຍັງ​ພຽງຢາງ ຈຶ່ງຊຳນິຊຳນານແທ້ ​ໃນ​ການ​ລັກ​ເຈາະຂໍ້​ມູນໃນ​ຂະ​ນະ​ທີ່
ຕົນເອງບໍ່​ອຸ​ດົມ​ສົມ​ບູນໄປດ້ວຍຊັບພະຍາກອນ ແລະຖືກ​ລົງ​ໂທດ​ຢ່າງ​ແຂ​ງຂັນ​ຈາກ​
ນາໆ​ຊາດ.

ອາ​ຈານ​ສອນ​ມະ​ຫາ​ວິ​ທະ​ຍາ​ໄລ​ເກົາ​ຫຼີ ທ່ານ Seungjoo Kim ກ່າວ​ວ່າ ຄຳ​ຕອບກໍຄື
​ສ່ວນ​ນຶ່ງກໍແມ່ນວ່າ ເພາະ​ວ່າ​ພວກ​ນັກ​ເຈາະ​ຂໍ້​ມູນຄອມ​ພິວ​ເຕີ​ຂອງເກົາ​ຫຼີ​ເໜືອ ພາກັນ
​ປະ​ຕິ​ບັດ​ງານ​ຢູ່​ຈີນ ແລະ​ຢູ​ໂຣບ ດ້ວຍການ​ເຂົ້າ​ເຖິງ​ອິນເຕິແນັດຢ່າງ​ງ່າຍດາຍ.

ທ່ານ Seungjoo Kim ອາ​ຈານ​ສອນ​ມະ​ຫາ​ວິ​ທະ​ຍາ​ໄລ​ເກົາ​ຫຼີ ກ່າວ​ເປັນ​ພາ​ສາເກົາ​ຫຼີວ່າ
“ພວກເກົາ​ຫຼີເໜືອຝຶກຊ້ອມທັກ​ສະ ພາຍ​ໃຕ້​ສະ​ພາບ​ການ​ຕົວ​ຈິງ, ເຊັ່ນເຈາະ​ຂໍ້​ມູນ
ຂອງໄຊ​ຕ໌ ເງິນຕາດິ​ຈິດ​ໂຕລ ຫຼືລັກ​ຂະ​ໂມຍຂໍ້​ມູນຕ່າງໆ. ການ​ຝຶກ​ຫັດ​ຊ້ຳແລ້ວຊໍ້າອີກ
​ ຊ່ອຍ​ປັບປຸງ​ທັກ​ສະດ້ານນີ້.”

ຜູ້ຄົນຍ່າງຜ່ານຮົ້ວຂ້າງນອກ ຂອງບໍລິສັດ Sony Pictures Studios ໃນນະຄອນ ລອສ ແອງເຈີລິສ, 4 ທັນວາ. ປີນັ້ນ ບໍລິສັດດັ່ງກ່າວ ເປັນ​ຜູ້​ຮັບ​ເຄາະ ໂດຍໄດ້ຖືກລັກຂະໂມຍ ​ໂດຍກຸ່ມ Lazarus ເກົາຫຼີເໜືອ.
ຜູ້ຄົນຍ່າງຜ່ານຮົ້ວຂ້າງນອກ ຂອງບໍລິສັດ Sony Pictures Studios ໃນນະຄອນ ລອສ ແອງເຈີລິສ, 4 ທັນວາ. ປີນັ້ນ ບໍລິສັດດັ່ງກ່າວ ເປັນ​ຜູ້​ຮັບ​ເຄາະ ໂດຍໄດ້ຖືກລັກຂະໂມຍ ​ໂດຍກຸ່ມ Lazarus ເກົາຫຼີເໜືອ.

ມັນ​ມີພວກລັກ​ເຈາະ​ຂໍ້​ມູນ ຊາວ​ເກົາ​ຫຼີ​ເໜືອ ​ລະ​ຫວ່າງ 6,000 ຫາ 7,500 ຄົນ ທີ່​ແບ່ງ​
ອອກ​ເປັນ 4 ໜ່ວຍ​ງານ ເພື່ອ​ດຳ​ເນີນ​ການ​ລັກ​ເຈາະ​ຂໍ້​ມູນ ​ຕ້າ​ນ​ພື້ນ​ຖານ​ໂຄງ​ລ່າງ​ຂອງ​
ປະ​ເທດ, ການ​ໃຫ້​ບໍ​ລິ​ການ​ທາງ​ການ​ເງິນ ແລະ​ການ​ຈີ້ ທີ່​ຫຼ້າ​ສຸດ ຄືເທັກ​ໂນ​ໂລ​ຈີດ້ານ
ການປ້ອງ​ກັນ​, ​ດັ່ງທີ່ຜູ້​ອຳ​ນວຍ​ການ Heung Kwan Kim ​ຂອງ​ບໍລິສັດ ເກົາ​ຫຼີ​ເໜືອ Intellectuels Solidarity ໄດ້ຄຳນວນໄວ້.​

ຜູ້​ອຳ​ນວຍ​ການ Heung Kwan Kim ​ແຫ່ງ NKIS ກ່າວ​ວ່າ “ເກົາ​ຫຼີແມ່ນ​ໄດ້ຮັບ​ແຮງ
​ດົນ​ບັນ​ດານ​ໃຈ​ຈາກໜ່ວຍ​ເຮັດ​ສົງ​ຄາມ​ໄຊ​ເບີ​ຣ​ ຂອງ​ຈີນ​ແລະ​ໄ​ດ້ຮຽນຮູ້ຈາກ​ພວກ
​ເຂົາເຈົ້າ. ໂດຍການຮັບ​ຮູ້​ອຳ​ນາດ​ຂອງ​ພວກ​ເຂົາ​ເຈົ້າ, ເກົາ​ຫຼີ​ເໜືອ ໄດ້ຈັດຕັ້ງໜ່ວຍ
ງານ​ທຳ​ອິດຂຶ້ນມາ ພາຍ​ໃນ​ລັດ​ຖະ​ບານ​ກາງ ໃນ​ປີ 1993.”

ໂດຍ​ການ​ລົງ​ໂທດຂອງນາໆ​ຊາດ ໄດ້ບັ່ນ​ທອນ​ເງິນ​ທຶນ​ຂອງພຽງ​ຢາງລົງ, ທ່ານ​ກິມ
​ເລີຍກ່າວ​ວ່າ ໃຫ້ເກົາ​ຫຼີ​ເໜືອ ຫັນປ່ຽນ​ການ​ໂຈມ​ຕີ​ທາງ​ໄຊ​ເບີ​ຣ໌ໄປເປັນຂອງເອກກະຊົນ,
ແທນ​ທີ່​ຈະ​ແມ່ນ​ຕາ​ໜ່າງ​ຂອງ​ລັດ​ຖະ​ບານ ເພາະ​ວ່າ​ໜ່ວຍ​ງານ​ຂະ​ໜາດ​ນ້ອຍ ແມ່ນ​ບໍ່​
ໄດ້ຮັບການ​ປ້ອງ​ກັນ​ເປັນ​ຢ່າງ​ດີ.

ທ່ານ ກິມ ກ່າວ​ວ່າ “ມັນ​ມີ​ບັນ​ຫາ​ຂອງ​ຄວາມ​ສາ​ມາດ​ຢ່າງ​ສູງ ແລະ​ການ​ຮັກ​ສາ​ຄວາມ​ປອດ​ໄພ​ຕ່ຳ ທີ່​ເປັນບັນ​ຫາ.”

ນີ້ເປັນການຊັກຈູງ​ໄປສູ່​ການ​ກ່າວ​ຫາ​ພຽງ​ຢາງ ວ່າ​ເປັນ​ການ​ລັກ​ເຈາະ​ຂໍ້​ມູນ​ເຂົ້າ​ໃນ​ເງິນ​ຕາ
​ດິ​ຈິດ​ໂຕລ ເພື່ອ​ລັກ​ເອົາ​ເງິນ​ທາງ​ຄອມ​ພິວ​ເຕີ ຫຼື​ Virtual money ເຊັ່ນ​ເງິນ Bitcoin
ເປັນ​ຕົ້ນ. ທ່ານ ກິມ ກ່າວ​ວ່າ ຍ້ອນ​ການ​ລັກ​ຂະ​ໂມຍ​ເງິນ​ດິ​ຈິດ​ໂຕລ ແມ່ນ​ເປັນ​ການ​ຍາກ
ທີ່​ຈະ​ຕາມ​ຫາ​ແຫຼ່ງ​ເຈົ້າ​ຂອງ​ ຕົ້ນ​ຕໍແທ້ໆ​ນັ້ນ.

ທ່ານ ກິມ ກ່າວ​ວ່າ “ການ​ເຮັດເງິນ​ຕາ​ດິ​ຈິດ​ໂຕລ ໃນ​ທາງ​ທີ່​ຖືກ​ຕ້ອງ​ຊອບ​ທຳ​ນັ້ນ ຕ້ອງ​ມີ​ລະ​ບົບ​ຄອມ​ພິວ​ເຕີ ທີ່​ທັນ​ສະ​ໄໝ ແມ່ນ​ຈຳ​ເປັນ​ແທ້ໆ, ແຕ່​ວ່າ​ເກົາ​ຫຼີ​ເໜືອ ບໍ່​ມີ​ຂອງ​ພວກ​ນີ້, ສະ​ນັ້ນ​ພວກ​ເຂົາ​ຈຶ່ງ​ໂຈມ​ຕີຕ່າງ​ປະ​ເທດ ແລະ​ລັກ​ເຈາະ​ຂໍ້​ມູນ​ຈາກ​ໂຄງ​ການ​ບໍ່​ແຮ່​ທັງ​ຫຼາຍ​ນັ້ນ.”

​ການລັກ​ເຈາະ​ຂໍ້​ມູນ​ຈາກຄອມ​ພິວ​ເຕີ​ທັງ​ຫຼາຍ​ແມ່ນ​ສົ່ງ​ໄປ​ຍັງ​ແຫຼ່ງ​ທີ່​ມີ​ເງິນ virtual coin ທີ່​ບໍ່​ບິດ​ບັງ ໃນ​ການ​ເງິນ​ດິ​ຈິດ​ໂຕລ​ຂອງ​ເກົາ​ຫຼີ​ເໜືອ ເພື່ອ​ວ່າ​ພວກ​ເຂົາ​ຈະ​ປ່ຽນ​ແປງ​ເປັນ​ເງິນ​ຕາ​ແທ້ໆທີ່ໃຊ້​ໄດ້.

​ທ່ານ ກິມ ​ໃຫ້​ຄວາມ​ຮູ້​ກ່ຽວ​ກັບການ​ຜ່ອນ​ຄາຍ​ລະ​ຫວ່າງ​ປະ​ເທດ ທາງ​ການ ໂລກ​ສົມ​ມຸດ ຫຼື virtual world ທີ່​ຄ້າຍໆ​ຄື​ກັນ​ກັບ​ການ​ຜ່ອນ​ຄາຍ​ຄວາມ​ຕຶງ​ຄຽດທີ່​ໄດ້​ມີ​ຂຶ້ນ​ໃນ​ແຫຼມ​ເກົາ​ຫຼີ. ເຖິງ​ຢ່າງ​ນັ້ນ ກໍ​ຕາມ ມັນ​ອາດ​ເປັນ​ການ​ຍາກ ຊຶ່ງ​ມັນ​ບັງ​ຄັບ​ໃຫ້​ເກົາ​ຫຼີ​ເໜືອ ຍອມ​ຮັບ​ວ່າ ຕົນໄດ້​ເອົາບາດ​ກ້າວ ເຮັດ​ສົງ​ຄາມ​ທາງ​ດ້ານ​ໄຊ​ເບີ​ຣ໌ ນີ້.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ເງິນ Bitcoins ວາງໃສ່ເງິນໂດລາ ທີ່ເຫັນໃນພາບວາດນີ້ ຊຶ່ງໄດ້ຖ່າຍເກັບໄວ້ ໃນວັນທີ 6 ພະຈິກ, 2017. ເງິນຕາດິຈິດໂຕ ແມ່ນດຶງດູດພວກລັກເຈາະຂໍ້ມູນ ຊາວເກົາຫຼີເໜືອ ຍ້ອນວ່າ ເປັນການຍາກ ທີ່ຈະຕາມຫາເຈົ້າຂອງຈິງຂອງພວກເງິນດິຈິດໂຕ ພວກນີ້.
ເງິນ Bitcoins ວາງໃສ່ເງິນໂດລາ ທີ່ເຫັນໃນພາບວາດນີ້ ຊຶ່ງໄດ້ຖ່າຍເກັບໄວ້ ໃນວັນທີ 6 ພະຈິກ, 2017. ເງິນຕາດິຈິດໂຕ ແມ່ນດຶງດູດພວກລັກເຈາະຂໍ້ມູນ ຊາວເກົາຫຼີເໜືອ ຍ້ອນວ່າ ເປັນການຍາກ ທີ່ຈະຕາມຫາເຈົ້າຂອງຈິງຂອງພວກເງິນດິຈິດໂຕ ພວກນີ້.
XS
SM
MD
LG